ຮຽນຈົບໂທ ແຕ່ໃຈສາຍເລືອດແມ່ຄ້າ ຈົນກາຍເປັນເຈົ້າຂອງຊີ້ນແຫ້ງ ລາຍມືແມ່

ທ່ານ ນາງ ພຸດທະວັນ ບຸນມະນີ ອາຍຸ 33 ປີ ເປັນຜູ້ຍິງຄົນໜຶ່ງທີ່ມັກຮັກໃນການຮໍ່າຮຽນສຶກສາມາຕັ້ງແຕ່ຍັງນ້ອຍເປັນນັກຮຽນເກັ່ງຄົນໜຶ່ງເລີຍກໍວ່າໄດ້ຈົບການສຶກສາລະດັບປະລິນຍາໂທທີ່ຕ່າງປະເທດມາແຕ່ຈົບມາໄດ້ວຽກເຮັດງານທຳທີ່ກ່ຽວຂ້ອງກັບສາຍຮຽນ ແຕ່ສາຍເລືອດແມ່ຄ້າມັນຢູ່ທີ່ໃຈ ກໍເລີຍເລືອກທີ່ຈະເປັນອາຊີບແມ່ຄ້າ (ຂາຍເກືອບທຸກຢ່າງ) ປັດຈຸບັນຂາຍຊີ້ນແຫ້ງທີ່ເຮັດເປັນທຸລະກິດຄອບຄົວເຊິ່ງມີ ສຸກວິໄລ ຫຼືເມ ຜູ້ເປັນເອື້ອຍມີສ່ວນຮ່ວມໃນທຸລະກິດຄອບຄົວນີ້.

ທ່ານ ນາງ ພຸດທະວັນ ບຸນມະນີ ໃຫ້ຮູ້ວ່າ: ກ່ອນຈະມາກວ່າຈະປະສົບຜົນເລັດມາຮອດຂັ້ນນີ້ກໍຜ່ານຜ່າເລື່ອງລາວຕ່າງໆນານາມາຫຼາຍພໍສົມຄວນເຄີຍລອງຜິດລອງຖືກມາແລ້ວກໍຫຼາຍ, ກ່ອນຈະມາຄ້າຂາຍແມ່ນຕົນເອງໄດ້ຮຽນຈົບມາແຕ່ຈີນ ໃນໄລຍະທີ່ສຶກສາຢູ່ທີ່ນັ້ນ ກໍຄ້າຂາຍອອນລາຍໄປພ້ອມໆກັບການຮຽນພໍຫັນມາເປັນອາຊີບແມ່ຄ້າເຕັມຕົວຈຶ່ງໄດ້ປະສົບການໃນທາງດ້ານນີ້. ຜ່ານມາເຄີຍເປີດຮ້ານຄາເຟ່ 2 ຮ້ານ ເຄີຍເຮັດວຽກປະຈຳເປັນການຕະຫຼາດແຕ່ຜ່ານໄປບໍ່ດົນກໍໄດ້ຍົກເລີກເຮັດທຸລະກິດນີ້, ພ້ອມກັນນີ້ (ຂາຍເກືອບທຸກຢ່າງ).

ຈຸດເລີ່ມຕົ້ນຂອງການເຮັດເປັນແບຣນຊີ້ນແຫ້ງ ຫຼືຊີ້ນຢ້າງ “ລາຍມືແມ່” ເປັນທຸລະກິດຄອບຄົວມາຮອດປັດຈຸບັນນີ້. ຊຶ່ງແຕ່ກ່ອນເຄີຍກິນສີມືຜູ້ໃຫຍ່ທີ່ເຄົາລົບຮັກໄດ້ກິນສີມືເພິ່ນຕັ້ງແຕ່ຍັງນ້ອຍດ້ວຍຣົດຊາດທີ່ນຸ່ມຫອມ, ແຊບ, ຈາກນັ້ນກໍເລີ່ມສົນໃຈຢາກເຮັດເປັນແບຣນຂອງຕົນເອງ.

ສຳລັບໃນການມາຄ້າຂາຍນີ້ກໍດີໄປອີກແບບໜຶ່ງມັນສາມາດເຮັດໃຫ້ມີເວລາກັບຄອບຄົວໄດ້ຢູ່ກັບຄົນທີ່ຮັກແບບເຕັມເວລາ. ຖ້າເວົ້າເຖິງລາຍໄດ້ກໍພໍລ້ຽງກຸ້ມຕົນເອງ ແລະ ຄອບຄົວໄດ້ບາງຄັ້ງກໍຂາຍໄດ້ກຳໄລເປັນຈຳນວນຫຼາຍກວ່າທີ່ເຄີຍເຮັດວຽກເປັນປະຈຳເພາະເຮົາມີເວລາໃຫ້ກັບມັນເຕັມທີ່-ທຸ້ມເທ (ເວລາຄ້າຂາຍ) ເຮົາສາມາດເປັນນາຍຕົນເອງໄດ້,ລາຍໄດ້ສະເລ່ຍເດືອນໜຶ່ງປະມານ 20 ກວ່າລ້ານກີບ ຫຼື ໄດ້ຫຼາຍນັ້ນ ຢູ່ທີ່ເຮົາເຮັດໜ້ອຍ ຫຼືຫຼາຍ ຊຶ່ງຈຸດເດັ່ນ-ຄົ້ນຄິດສູດເອງ.ເອກະລັກແມ່ນໝາກໝາດເຮັດໃຫ້ມີກິ່ນຫອມ, ໃຊ້ຊີ້ນສົດຈາກໂຮງ, ບໍ່ໃຊ້ຊີ້ນແຊ່ແຂງບໍ່ເອົາຊີ້ນທີ່ນໍາເຂົ້າ, ນໍາເອົາມາປີ້ງ ຫຼືຈືນ, ໃຊ້ແກ້ມກັບປະເພດເຄື່ອງດື່ມກໍໄດ້.

ແນວໃດກໍ່ຕາມໃນການມາຄ້າຂາຍນີ້ກໍດີໄປອີກແບບໜຶ່ງມັນສາມາດເຮັດໃຫ້ມີເວລາໃຫ້ກັບຄອບຄົວ-ລູກ ໄດ້ຢູ່ກັບຄົນທີ່ຮັກແບບເຕັມເວລາ. ຖ້າເວົ້າເຖິງລາຍໄດ້ກໍພໍລ້ຽງກຸ້ມຕົນເອງ ແລະຄອບຄົວໄດ້. ບາງຄັ້ງກໍໄດ້ຂາຍໄດ້ກຳໄລເປັນຈຳນວນຫຼາຍກວ່າທີ່ເຄີຍເຮັດວຽກເປັນປະຈຳເພາະເຮົາມີເວລາໃຫ້ກັບມັນເຕັມທີ່-ທຸ້ມເທ (ເວລາຄ້າຂາຍ) ເຮົາສາມາດເປັນນາຍຕົນເອງໄດ້.

ອາຊີບແມ່ຄ້າສຳລັບ ພຸດທະວັນ ບຸນມະນີ ເປັນອາຊີບໜຶ່ງທີ່ມີຄວາມສຳຄັນຫຼາຍສາມາດປ່ຽນແປງລາຍໄດ້ທີ່ດີໃຫ້ແກ່ຄອບຄົວໄດ້ມີເວລາຢູ່ກັບຕົນເອງ ແລະຄອບຄົວຫຼາຍຂຶ້ນ. ບໍ່ວ່າໃຜຈະດູຖູກ ຫຼືດູໝິ່ນອາຊີບນີ້ແຕ່ມັນກໍເປັນອາຊີບທີ່ບໍລິສຸດສາມາດສ້າງລາຍໄດ້ເປັນກອບເປັນກຳໄດ້ຄວາມມັກຂອງອາຊີບແຕ່ລະຄົນມັນແຕກຕ່າງກັນ ໂດຍສ່ວນຕົວແລ້ວມັກໃນອາຊີບຄ້າຂາຍ ແລະເລືອກດີແລ້ວທີ່ຈະເອົາມາເປັນອາຊີບຫຼັກເພາະມັກໃນການຄ້າຂາຍມາແຕ່ດົນນານແລ້ວ. ພິເສດໄປກວ່ານີ້ແມ່ນຈະຂາຍຄໍລາເຈັນບຳລຸງຜົມອີກດ້ວຍ.

ສຸດທ້າຍນີ້ ພຸດທະວັນ ມີຄຳຄິດເຫັນຕໍ່ກັບທຸກອາຊີບຕື່ມວ່າ:” ທຸກໆອາຊີບລ້ວນແລ້ວແຕ່ມີຄຸນຄ່າຂອງມັນບໍ່ວ່າຈະອາຊີບໃດກໍມີດີເຊິ່ງມັນຈະແຕກຕ່າງກັນອອກໄປແຕ່ລະອາຊີບ, ສະນັ້ນແລ້ວເຮົາບໍ່ຄວນເອົາອາຊີບໃດອາຊີບໜຶ່ງມາປຽບທຽບກັນຖ້າຫາກມັກໃນອາຊີບນັ້ນກໍຈົ່ງເຮັດອາຊີບນັ້ນ ບໍ່ມັກອາຊີບໃດກໍບໍ່ຄວນເຮັດອາຊີບນັ້ນ ທຸກອາຊີບມີຄຸນຄ່າຂອງມັນແຕ່ກໍປາສະຈາກບໍ່ໄດ້ກັບຫຼາຍໆຄົນທີ່ມັກເອົາອາຊີບມາປຽບທຽບກັນ”. ສາມາດສັ່ງຊື້ໄດ້ທີ່: Facebook: Lux Phoutthavanh,TikTok: Aluck Lucky