ພົບສານກະຕຸ້ນໃນຮ່າງກາຍນັກກິລາມວຍ ຢູ່ງານມະຫະກຳກິລາເອຊຽນເກມ ທີ່ ສປ ຈີນ

ສໍານັກງານກວດສານຕ້ອງຫ້າມນານາຊາດ (ITA) ຖະແຫຼງເມື່ອວັນທີ 29 ກັນຍານີ້ວ່າ ພົບນັກກີລາບໍ່ຜ່ານການກວດສານຕ້ອງຫ້າມຄົນທໍາອິດຂອງງານມະຫະກຳກິລາເອຊຽນເກມສ໌ ຄັ້ງທີ 19 ທີ່ເມືອງຫາງໂຈ່ ສປ ຈີນ ເຊິ່ງກໍາລັງແຂ່ງຂັນຢູ່ໃນຂະນະນີ້ແລ້ວ ນັ້ນກໍຄື ໂມຮໍາໝັດ ໄຄບາ ນູຣິສຕານີ ນັກກີລາມວຍສາກົນທີມຊາດອັຟການິດສະຖານ ອາຍຸ 37 ປີ ເຊິ່ງເສຍໃນການແຂ່ງຂັນຮອບທຳອິດໃນລຸ້ນ 71 ກິໂລກຣາມເພດຊາຍ.
 
ITA ຖະແຫຼງວ່າ ນູຣິສຕານີ ຖືກກວດສານຕ້ອງຫ້າມຕັ້ງແຕ່ 4 ມື້ກ່ອນການແຂ່ງຂັນແຕ່ຜົນອອກມາວ່າພົບສານອະນາບໍລິກສະເຕຍຣອຍ 2 ຊະນິດໃນຕົວຢ່າງທີ່ເກັບໄປ ໂດຍ ITA ໄດ້ແຈ້ງໃຫ້ນັກກິລາ ແລະລົງໂທດຫ້າມແບບບໍ່ມີກໍານົດໄວ້ແລ້ວພ້ອມເປີດໂອກາດໃຫ້ນັກກິລາໄດ້ໃຊ້ສິດຂໍກວດຕົວຢ່າງ B ໄດ້.
 
ໃນຕົ້ນອາທິດນີ້, ທ່ານ ມານີ່ ເຈກາເຣຊານ ທີ່ປຶກສາຄະນະກຳມະການຕ້ານສານຕ້ອງຫ້າມສະພາໂອລິມປິກອາຊີ (OCA) ໄດ້ອອກມາເຕືອນນັກກິລາວ່າທຸກຄົນທີ່ເຂົ້າຮ່ວມແຂ່ງຂັນໃນງານເອຊຽນເກມຄັ້ງນີ້ມີສິດຖືກສຸ່ມກວດຫາສານຕ້ອງຫ້າມຕະຫຼອດເວລາເພາະວ່າຢາກໃຫ້ນີ້ເປັນການແຂ່ງຂັນທີ່ສະອາດ ແລະບໍລິສຸດຫາກພົບຄົນບໍ່ຜ່ານກວດສານຕ້ອງຫ້າມກໍຈະຖືກໄລ່ອອກຈາກການແຂ່ງຂັນຢ່າງໃດກໍຕາມເນື່ອງຈາກມີນັກກີລາເຂົ້າຮ່ວມປະມານ 12.000 ຄົນ ເຊິ່ງຫຼາຍກວ່າໂອລິມປິກເກມສ໌ເສຍອີກ ຈຶ່ງເປັນໄປບໍ່ໄດ້ທີ່ຈະກວດນັກກີລາໄດ້ຄົບທຸກຄົນຈະຕ້ອງເນັ້ນຄົນທີ່ທໍາລາຍສະຖິຕິເປັນຫຼັກ.
ທີ່ມາ: ວຽງຈັນໃຫມ່