ຄຶກຄື້ນງານປະກວດ ໝໍພອນສຽງດີ ເມືອງຫາດຊາຍຟອງ

ຖືວ່າເປັນຄັ້ງທຳອິດທີ່ ເມືອງຫາດຊາດຟອງ ນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນປະກວດໝໍພອນສຽງດີ ປະຈຳເມືອງຂຶ້ນ ໃນວັດທີ 15 ຕຸລາ 2023 ທີ່ ສວນວັດທະນະທຳຊຽງຄວນໂດຍການປະກວດໝໍພອນໃນຄັ້ງນີ້ມີໝໍພອນເຂົ້າຮ່ວມປະກວດທັງໝົດ 17 ທ່ານທີ່ມາຈາກບ້ານຕ່າງໆໃນເຂດເມືອງຫາດຊາຍຟອງໂດຍໃຫ້ກຽດເຂົ້າຮ່ວມທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ, ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ,ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ.
 
ທ່ານນາງ ສ້ອຍສຸດາ ອິນເມືອງໄຊ, ປະທານສວນວັດທະນະທຳຊຽງຄວນ ກ່າວວ່າ: ການຈັດປະກວດໝໍພອນສຽງດີໃນຄັ້ງນີ້ແມ່ນເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນມາໂດຍໄດ້ຮັບການຮ່ວມມືທີ່ດີຈາກ ພະແນກ ຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ ເພື່ອຮັກສາຮີດຄອງປະເພນີອັນດີງາມຂອງລາວເຮົາ ແລະຍັງເປັນການສົ່ງເສີມທາງດ້ານການທ່ອງທ່ຽວຂອງເມືອງກໍຄືນະຄອນຫຼວງວຽງຈັນ ໃຫ້ມີຄວາມຄຶກຄື້ນໃນການສ້າງກິດຈະກຳເພື່ອດຶງດູດນັກທ່ອງທ່ຽວເຂົ້າມາໃຫ້ນັບມື້ນັບຫຼາຍຂຶ້ນ. ຈຸດປະສົງໃນການວັດ ປະກວດໝໍພອນສຽງດີຄັ້ງນີ້ກໍເພື່ອສົ່ງເສີມການທ່ອງທ່ຽວຂອງເມືອງຫາດຊາຍຟອງ ໃຫ້ມີບັນຍາກາດຟົດຟື້ນເປັນການກຽມຄວາມພ້ອມຮອບດ້ານຕ້ອນຮັບປີທ່ອງທ່ຽວລາວ 2024 ແລະ ຕ້ອນຮັບກອງປະຊຸມສຸດຍອດອາຊຽນ 2024 ທີ່ ປະເທດເຮົາເປັນເຈົ້າພາບ.
ເຊິ່ງຜ່ານການຖືກເລືອກໃຫ້ເປັນໝໍພອນສຽງດີໃນປີ 2023 ນີ້ໄດ້ແກ່ລາງວັນທີ 1 ໝໍພອນ ຕູ້ເກດປະສົງ,ໄດ້ຮັບເງິນລາງວັນມູນຄ່າ 3 ລ້ານກີບ ພ້ອມຂັນລາງວັນຊະນະເລີດ.ລາງວັນທີ 2 ໝໍພອນ ລຸນ ໄຊຍະວົງ,ໄດ້ຮັບເງິນລາງວັນ 2 ລ້ານກີບພ້ອມຂັນລາງວັນ.ລາງວາງທີ 3ໝໍພອນຄຳພີ ສີສົມບັດ,ໄດ້ຮັບເງິນລາງວັນ1 ລ້ານກີບພ້ອມຂັນລາງວັນ.ສ່ວນອີກ14ໝໍພອນທີ່ເຂົ້າຮ່ວມແຂ່ງຂັນແມ່ນໄດ້ຮັບລາງວັນຊົມເຊີຍ.
 
ເມືອງຫາດຊາຍຟອງ ເປັນເມືອງທີ່ມີມູນເຊື້ອທາງດ້ານສາສະໜາ ແລະສວນວັດທະນະທຳຊຽງຄວນ ກໍເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນເຊິ່ງຈະໄດ້ຕ້ອນຮັບບັນດາຜູ້ນຳຂອງບັນດາປະເທດສະມາຊິກອາຊຽນທີ່ຈະເຂົ້າມາທ່ຽວຊົມ, ນອກຈາກກິດ ຈະກຳປະກວດໝໍພອນແລ້ວ ຍັງມີການວາງສະແດງເຂົ້າປຸ້ນແຈ່ວຂີງ ເຊິ່ງເປັນຕົ້ນສະບັບ ເຊິ່ງພວກເຮົາ ຄາດວ່າຈະໄດ້ນຳເອົາ 10 ກວ່າຮ້ານມາວາງສະແດງໃຫ້ແຂກເຂົ້າມາໄດ້ຊີມ ຫຼັງຈາກຊີມກໍຈະມີການໃຫ້ຄະແນນ.