ອຸດົມໄຊ ຈະສູ້ຊົນໃຫ້ເສດຖະກິດ ຂະຫຍາຍຕົວໃນລະດັບ 8,5ເປີເຊັນ

    ແຂວງອຸດົມໄຊໄດ້ຕັ້ງເປົ້າໝາຍສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ ໃນປີ 2019 ໃຫ້ບັນລຸ 8,5% ແລະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.683 ໂດລາຕໍ່ຄົນຕໍ່ປີໃນນັ້ນຂະແໜງກະສິກໍາເພີ່ມຂຶ້ນ 7% ກວມເອົາ 41% ຂອງຈີດີພີ, ອຸດສາຫະກໍາ-ການຄ້າເພີ່ມຂຶ້ນ 8,5% ກວມເອົາ 25,45% ແລະການບໍລິການເພີ່ມ ຂຶ້ນ 10% ກວມເອົາ 33,55% ຂອງຈີດີພີ.

   ອີງຕາມຂໍ້ມູນຈາກພະແນກແຜນການແລະການລົງທຶນແຂວງອຸດົມໄຊ ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງອຸດົມໄຊປະຈໍາປີ 2019 ແມ່ນຈະສຸມໃສ່ສືບຕໍ່ຮັບປະກັນໃຫ້ແຂວງມີສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ;ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໜັ້ນທ່ຽງແລະມີຄຸນນະພາບເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນແລະຕ່າງປະເທດ; ສືບຕໍ່ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ, ສຸມໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ພັດທະນາພື້ນຖານໂຄງລ່າງເປັນຕົ້ນ: ໄຟຟ້າ, ນ້ຳປະປາ, ສັ້ນທາງເພື່ອສ້າງເງື່ອນໄຂອັນດີໃຫ້ແກ່ການສົ່ງເສີມການລົງທຶນ, ຊຸກຍູ້ການຜະລິດແລະການຂົນສົ່ງ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ, ສ້າງກໍາລັງແຮງງານໃຫ້ມີສີມື, ເລັງໃສ່ຍົກສູງຖະມັດຕະພາບຂອງການຜະລິດໃຫ້ສູງຂຶ້ນ, ຊຸກຍູ້ສົ່ງເສີມແລະສ້າງຄວາມເຂັ້ມແຂງໃຫ້ບັນດາຫົວໜ່ວທຸລະກິດໃຫ້ມີຄວາມເຂັ້ມແຂງແລະສາມາດແຂ່ງຂັນທັງພາຍໃນແລະຕ່າງປະເທດໄດ້; ປັບປຸງການຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິຜົນຕາມທິດຍືນຍົງ ແລະສີຂຽວ.

   ສະເພາະວຽກງານການລົງທຶນສູ້ຊົນລະດົມທຶນທົ່ວສັງຄົມບໍ່ໃຫ້ຫຼຸດ 34% ຂອງຈີດີພີ ໃນນັ້ນທຶນຈາກງົບປະມານຂອງລັດໃຫ້ໄດ້ 4,27%, ທຶນຈາກກາຊ່ວຍເຫຼືອລ້າແລະກູ້ຢືມໃຫ້ໄດ້ 11,19%, ທຶນເອກກະຊົນພາຍໃນແລະຕ່າງປະເທດໃຫ້ໄດ້ 53,04% ແລະສິນເຊື່ອທະນາຄານບໍ່ໃຫ້ລຸດ 30,77%; ສ່ວນດ້ານການຜະລິດ ສູ້ຊົນຜະລິດເຂົ້າໃຫ້ໄດ້ 98.503 ໂຕນ, ຜະລິດພືດສະບຽງອາຫານໃຫ້ໄດ້ 90.365 ໂຕນ, ຜະລິດພືດເປັນສິນຄ້າໃຫ້ໄດ້  533.370  ໂຕນ; ວຽກງານອຸສາຫະກໍາ-ການຄ້າສືບຕໍ່ດຶງດູດເອົາການລົງທຶນດ້ານໂຮງງານອຸດສາຫະກໍາແລະຫັດຖະກໍາໃຫ້ບັນລຸ 22 ແຫ່ງ, ສູ້ຊົນໃຫ້ຜະລິດຕະພັນອຸດສາຫະກໍາແລະຫັດຖະກໍາບັນລຸ 307,50 ລ້ານກີບ, ມູນຄ່າຈໍລະຈອນ 661,22 ລ້ານກີບແລະມູນຄ່າເກັບຊື້ໃຫ້ໄດ້ 187,97 ຕື້ກີບ; ດ້ານການບໍລິການສູ້ຊົນດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວໃຫ້ໄດ້ 328.127 ເທື່ອຄົນແລະຄາດຄະເນລາຍຮັບໃຫ້ໄດ້ 17,30 ລ້ານໂດລາ.

    ເພື່ອບັນລຸເປົ້າໝາຍດັ່ງກ່າວບັນດາພະແນກການອ້ອມຂ້າງແຂວງແລະບັນດາເມືອງຕ້ອງໄດ້ສຸມໃສ່ສ້າງແຜນພັດທະນາເສດຖະກິດ-ສັງຄົມຂອງຕົນໃຫ້ສອດຄ່ອງກັບທ່າແຮງບົ່ມຊ້ອນ, ຄວາມອາດສາມາດແລະແທດເໝາະກັບສະພາບຕົວຈິງຂອງຕົນ, ທັງນີ້ກໍເພື່ອສູ້ຊົນເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດໃນປີ 2019 ໃຫ້ບັນລຸ  8,5% ແລະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນສະເລ່ຍໄດ້ 1.683 ໂດລາຕໍ່ຄົນຕໍ່ປີ.