ຄັດເລືອກນັກມວຍ ຜູ້ມີພອນສະຫວັນ ສີມືດີເຂົ້າຮ່ວມແຂ່ງຂັນໃນລະດັບສາກົນ

ໃນວັນທີ 21 ຕຸລາ 2023 ນີ້, ບໍລິສັດ ເອເຊຍລົງທຶນພັດທະນາ ແລະກໍ່ສ້າງ ຈຳກັດ ຜູ້ດຽວ ຮ່ວມກັບ ທະນາຄານ ເຈດີບີ, ທະນາຄານຫວຽດຕິນ ແລະບັນດາບໍລິສັດ, ຫ້າງຮ້ານຕ່າງໆ ຈັດກິດ ຈະກຳແຂ່ງຂັນຕີມວຍ ເພື່ອຄັດເລືອກເອົາຜູ້ທີ່ມີພອນສະຫວັນ, ເກັ່ງ, ສີມືດີ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນ ໂດຍມີນັກມວຍຈາກຄ້າຍມວຍຕ່າງໆ ຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມແຂ່ງຂັນ ຫລາຍກວ່າ 10 ຄູ່, ມີມວນຊົນ ທັງຄົນລາວ ແລະຄົນຕ່າງປະເທດທຸກເພດ, ທຸກໄວ ເຂົ້າຮ່ວມຊົມ, ຮ່ວມເຊຍ ຢ່າງຄຶກຄື້ນມ່ວນຊື່ນ.

ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະກໍ່ສ້າງ ຈຳກັດ ຜູ້ດຽວ ກ່າວວ່າ: ການຈັດການແຂ່ງຂັນຕີມວຍໃນຄັ້ງນີ້, ຈັດຂຶ້ນເປັນຄັ້ງທຳອິດ ເຊິ່ງມີບັນຍາກາດອັນຄຶກ ຄື້ນມ່ວນຊື່ນ, ມີທັງແສງ, ສີ, ສຽງ ແບບທັນສະໄໝ ເຮັດໃຫ້ຜູ້ເບິ່ງ, ຜູ້ຊົມ ທັງຄົນລາວ ແລະຄົນຕ່າງປະເທດ ມີຄວາມຄຶກຄື້ນ, ມ່ວນຊື່ນ ທັງນີ້ ກໍເພື່ອ ປ່ຽນໂສມໜ້າໃໝ່ ກິລາມວຍລາວ ກ້າວສູ່ສາກົນ ແລະເພື່ອຊອກຫານັກມວຍ ຜູ້ທີ່ມີພອນສະຫວັນ, ເກັ່ງ, ຮ່າງກາຍມີຄວາມແຂງແຮງ, ມີນ້ຳໃຈນັກກິລາ ມາເປັນ ຕາງໜ້າປະເທດລາວ ໄປຮ່ວມແຂ່ງຂັນໃນລະດັບສາກົນກໍຄືລະດັບຊີເກມ, ອາຊຽນເກມ, ໂອແລມປິກ ຫລືກ້າວໄປສູ່ການແຂ່ງມືອາຊີບ. ພ້ອມນີ້, ຍັງເປັນການໂຄສະນາການທ່ອງທ່ຽວຂອງ ສປປ ລາວ ຕື່ມອີກ, ທັງເປັນການສົ່ງເສີມໃຫ້ໄວໜຸ່ມລາວ ຫັນມາຫລິ້ນກິລາມວຍລາວ ໃຫ້ຫລາຍຂຶ້ນ, ເປັນການອອກ ກຳລັງກາຍໄປໃນໂຕ ເຊິ່ງກິລາຕີມວຍ ເປັນກິລາທີ່ໃຊ້ເວລາໜ້ອຍ, ແຕ່ໃຊ້ກຳລັງຫລາຍ ເໝາະສຳລັບຜູ້ທີ່ມີເວລາຫວ່າງໜ້ອຍ ແຕ່ຢາກອອກກຳລັງກາຍ ແລະ ອື່ນໆ.

ທ່ານ ພຶດສະພາ ພູມມະສັກ ກ່າວອີກວ່າ: ໃນອະນາຄົດຈະສືບຕໍ່ລະດົມຜູ້ປະກອບການ, ບໍລິສັດ, ຫ້າງຮ້ານຕ່າງ ຕະຫລອດຮອດພາກລັດມາເປັນສ່ວນຮ່ວມຈັດການແຂ່ງຂັນຕີມວຍຕື່ມອີກຄາດວ່າຈະຈັດຂຶ້ນໃນເດືອນທັນວາ 2023 ທີ່ຈະມາເຖິງນີ້ໂດຍເປີດໂອກາດໃຫ້ນັກມວຍຈາກຄ້າຍມວຍຕ່າງໆ ໃນຂອບເຂດທົ່ວປະເທດ ລວມເຖິງນັກມວຍຕ່າງປະເທດກໍສາມາດເຂົ້າມາສະໝັກຮ່ວມການແຂ່ງຂັນໄດ້ ແລະຖ້າໄດ້ຮັບໝາກຜົນທີ່ດີ ມີຜູ້ເຂົ້າມາເບິ່ງມາຊົມຫລາຍຂຶ້ນຈະສືບຕໍ່ຈັດຂຶ້ນເດືອນລະເທື່ອ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ມັກເບິ່ງຕີມວຍຢູ່ ສປປ ລາວ ໃຫ້ໄດ້ມາສຳຜັດເບິ່ງກັບຫູກັບຕາດ້ວຍຕົນເອງເຊິ່ງມັນໄດ້ທັງຄວາມຕື່ນເຕັ້ນ ແລະລຸ້ນໄປກັບນັກກິລາ ຜູ້ທີ່ຕົນມັກເຊິ່ງມັນແຕກຕ່າງຈາກການເບິ່ງຢູ່ໃນຈໍໂທລະທັດ.
ຂ່າວ-ພາບ: ທະນູທອງ