ກວດພົບການສໍ້ລາດບັງຫຼວງ 74 ຄົນ ຜົນເສຍຫາຍ 508 ຕື້ກີບ ແລະ 64 ລ້ານບາດ

ໃນໄລຍະກາງສະໄໝຜ່ານມາອົງການກວດກາແຫ່ງລັດໄດ້ດໍາເນີນການສືບສວນ-ສອບສວນ ຄະດີການສໍ້ລາດບັງຫຼວງ ຈຳນວນ 07 ລາຍຄະດີ, ພົບເຫັນເປົ້າໝາຍພົວພັນ ທັງໝົດ 74 ຄົນ ເປັນພະນັກງານລັດ 34 ຄົນ, ຜົນເສຍຫາຍກວ່າ 508 ຕື້ກີບ.

ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດກາ, ບົດລາຍງານຜົນການກວດກາ ຕາມຜົນການ ກວດສອບປີ 2021 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 7 ພະຈິກ 2023 ນີ້ ໃຫ້ຮູ້ວ່າ: ກາງສະໄໝ 5 ປີ (2021-2025) ອົງການກວດກາແຫ່ງລັດ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນການສືບສວນ-ສອບສວນຄະດີການສໍ້ລາດບັງຫຼວງ ຈຳນວນ 7 ລາຍຄະດີ, ພົບເຫັນເປົ້າໝາຍພົວພັນທັງໝົດ 74 ຄົນ (ເສຍຊີວິດ 1 ຄົນ) ພະນັກງານລັດ 34 ຄົນ, ພະນັກງານລັດວິສາຫະກິດ 33 ຄົນ, ບຸກຄົນທົ່ວໄປທີ່ກ່ຽວຂ້ອງ 6 ຄົນ; ໃນເບື້ອງຕົ້ນພົບເຫັນຜົນເສຍຫາຍທັງໝົດ 508,40 ຕື້ກີບ, 64.100 ລ້ານບາດ, 100.011 ໂດລາ; ສາມາດເກັບກູ້ຄືນໄດ້ 1,53 ຕື້ກີບ, 4,63 ລ້ານບາດ; ຍັງເກັບກູ້ບໍ່ໄດ້ 506,87 ຕື້ກີບ, 59,46 ລ້ານບາດ ແລະ 100.011 ໂດລາ; ໃນ 7 ລາຍຄະດີ ສຳເລັດດຳເນີນການສືບສວນ-ສອບສວນ 4 ລາຍຄະດີ ສະຫຼຸບຄະດີສົ່ງໃຫ້ໄອຍະການ 7 ຄົນ, ພະນັກງານລັດ 3 ຄົນ, ພະນັກງານລັດວິສາຫະກິດ 2 ຄົນ, ບຸກຄົນທົ່ວໄປ 2 ຄົນ ແລະ ສານໄດ້ຕັດສິນແລ້ວ 1 ຄົນ (ພະນັກງານລັດ) ແລະແກ້ໄຂບໍລິຫານ 49 ຄົນ, ພະນັກງານລັດ 24 ຄົນ, ແລະ ບຸກຄົນທົ່ວໄປ 1 ຄົນ; ຄຸ້ມຄອງວັດຖຸສິ່ງຂອງ ແລະ ເຄື່ອງຂອງກາງ ລາຍຄະດີ 3 ລາຍຄະດີ ລວມມີ 68 ລາຍການ.

ສໍາລັບປີ 2023 ນີ້ ອົງການກວດກາແຫ່ງລັດ ໄດ້ດຳເນີນການສືບສວນ-ສອບສວນຄະດີທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງ ທັງໝົດ 5 ເປົ້າໝາຍ ໃນນີ້ ສຳເລັດ 2 ເປົ້າໝາຍ ສືບຕໍ່ຈັດຕັ້ງປະຕິບັດ 3 ເປົ້າໝາຍ ມີຄົນພົວພັນທັງໝົດ 9 ຄົນ ໃນນີ້ ພະນັກງານລັດ 4 ຄົນ, ພະນັກງານລັດວິສາຫະກິດ 4 ຄົນ, ຕ່າງປະເທດ 1 ຄົນ, ດຳເນີນຄະດີ 8 ຄົນ, ກັກຕົວ 4 ຄົນ, ມູນຄ່າເສຍຫາຍ 396,17 ຕື້ກີບ, 16.05.234,6 ໂດລາ ຍັງບໍ່ທັນສາມາດເກັບກູ້ໄດ້. ຜ່ານການນຳພາ-ຊີ້ນຳວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງເຫັນວ່າຄະນະພັກອົງການປົກຄອງ, ຄະນະກວດກາແຕ່ລະຂັ້ນ ແລະພົນລະເມືອງ ໄດ້ມີສ່ວນຮ່ວມຫຼາຍຂຶ້ນ, ເຫັນແຈ້ງຕໍ່ຜົນກະທົບທີ່ ຮ້າຍແຮງຂອງການສໍ້ລາດບັງຫຼວງ ເຮັດໃຫ້ປະກົດການສໍ້ລາດບັງຫຼວງໃນບາງຂົງເຂດຖືກຕີຖອຍເທື່ອລະກ້າວ.