ກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນຄັ້ງທີ 56

ກອງປະຊຸມເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ ຄັ້ງທີ 56 ແລະກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫວ່າງ ວັນທີ 7-8 ພະຈິກ 2023, ທີ່ນະຄອນ ຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ, ມີບັນດາເຈົ້າໜ້າທີ່ອາວຸໂສຂົນສົ່ງອາຊຽນ 10 ປະເທດອາຊຽນ, ຕີມໍແລັດສະເຕ ແລະບັນດາປະເທດຄູ່ຮ່ວມມື ກັບອາຊຽນ ເຊັ່ນ: ສປ ຈີນ, ສ ເກົາຫລີ, ຍີ່ປຸ່ນ ແລະສະຫະພາບເອີຣົບ ເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລື, ທົບທວນ ແລະຮັບຮອງບັນຫາຈາກກອງປະຊຸມເຈົ້າໜ້າທີ່ອາວຸດໂສຂົນສົ່ງອາຊຽນ ຄັ້ງທີ 55 ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 6-7 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ ໂດຍມີບັນດາໜ້າວຽກປະກອບມີ: ທົບທວນການຈັດຕັ້ງປະຕິບັດບັນດາໜ້າວຽກ, ກິດຈະກໍາ ແລະ ບັນດາແຜນງານ ທີ່ໄດ້ຕົກລົງຮ່ວມກັນ ໃນກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 28 ແລະ ບັນດາກອງປະຊຸມປິ່ນອ້ອມ ທີ່ໄດ້ຈັດຂື້ນຢູ່ ບາລີ ປະເທດອິນໂດເນເຊຍໃນ ປີ 2022 ທີ່ຜ່ານມາ; ລາຍງານຄວາມຄືບໜ້າການຈັດຕັ້ງແຜນງານ 2022-2023 ພາຍໃຕ້ແຜນຍຸດທະສາດຂົນສົ່ງອາຊຽນ 2016-2025 ແລະ ທົບທວນທ້າຍສະໄໝຂອງແຜນຍຸດທະສາດສະບັບປັດຈຸບັນເພື່ອຮ່າງຍຸດທະສາດສະບັບຕໍ່ໄປ; ຕິດຕາມຜົນກອງປະຊຸມຂອງ 4 ໜ່ວຍງານ ຢູ່ໃນແຜນຍຸດທະສາດການຂົນສົ່ງອາຊຽນຄື: ໜ່ວຍງານການຂົນສົ່ງທາງອາກາດ, ໜ່ວຍງານການຂົນສົ່ງທາງບົກ, ໜ່ວຍງານການຂົນສົ່ງທາງທະເລ, ການຂົນສົ່ງແບບຍືນຍົງ ແລະ ໜ່ວຍງານການອໍານວຍຄວາມສະດວກດ້ານການຂົນສົ່ງ; ທັງກະກຽມເອກະສານທີ່ຈະສະເໜີຮັບຮອງໃນກອງປະຊຸມລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ 29 ທີ່ ສປປ ລາວ ເປັນເຈົ້າພາບ, ພ້ອມທັງໄດ້ເຊີນປະເທດ ຕີມໍແລັດສະເຕ ເຂົ້າເປັນຜູ້ສັງເກດການໃນກອງປະຊຸມລະດັບວິຊາການ, ລະດັບໜ່ວຍງານ ແລະອື່ນໆ ຂອງຂະແໜງການຂົນສົ່ງຕື່ມອີກ.
ທີ່ມາ: ຂປລ