ງານມິດຕະພາບ ລາວ - ສ. ເກົາຫຼີ 2023

ງານມິດຕະພາບ ລາວ - ສ. ເກົາຫຼີ 2023 ຈັດໂດຍສະຖານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາ ສປປ ລາວ ແລະ ອົງການຮ່ວມມືສາກົນ ສ. ເກົາຫຼີ (KOICA) ໃນວັນທີ 3 ພະຈິກ 2023 ທີ່ໂຮງແຮມຄຣາວພາຊາ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກິລາ; ທ່ານ ຈອງຢອງຊູ (Jung Yung Soo) ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ; ທ່ານ ຄໍາສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ; ທ່ານຫົວໜ້າອົງການ KOICA ແລະອະດີດນັກສຶກສາລາວ ທີ່ຮັບທຶນຮຽນຢູ່ ສ. ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງງານໃນຄັ້ງນີ້ ກໍ່ເພື່ອເປັນການເສີມສ້າງການຮ່ວມມື ຂອງສອງປະເທດ ສປປ ລາວ ແລະ ສ. ເກົາ ຫຼີ ໃນອະນາຄົດ ໃຫ້ດີຂຶ້ນກວ່າເກົ່າ ແລະທັງເປັນການພົບປະສ້າງສັນກັບບັນດາອະດິດນັກສຶກສາລາວທີ່ເຄີຍໄດ້ຮັບທຶນຮຽນຢູ່ ສ. ເກົາຫຼີ ໃນໄລຍະຜ່ານມາເພື່ອຊຸກຍູ້ໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນການພົວພັນ ແລະຮ່ວມມືໃຫ້ກາຍເປັນຂົວຕໍ່ ທີ່ສຳຄັນໃນການເສີມຂະຫຍາຍການຮ່ວມມື ຂອງສອງປະເທດ.

ໃນໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ສະແດງຄວາມຮູ້ບຸນຄຸນ ມາຍັງສະຖານເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ ກໍ່ຄືລັດຖະບານ ສ. ເກົາຫຼີ ທີ່ຍາມໃດກໍ່ໃຫ້ຄວາມສໍາຄັນ ຕໍ່ການພັດທະນາຊັບພະຍາ ກອນມະນຸດ ຂອງ ສປປ ລາວ ໂດຍໄດ້ມອບທຶນການສຶກສາທັງໃນໄລຍະສັ້ນ, ໄລຍະຍາວ ແລະທຶນຝຶກອົບຮົມໃຫ້ແກ່ ພະນັກງານ-ລັດຖະກອນ ແລະນັກສຶກສາຂອງລາວ ໄດ້ມີໂອກາດໄປສຶກສາໃນລະດັບຕ່າງໆ ທີ່ ສ. ເກົາຫຼີ ເປັນຈໍານວນຫຼວງຫຼາຍ ພ້ອມທັງໄດ້ສົ່ງຊ່ຽວຊານຂະແໜງການຕ່າງໆ ໂດຍຜ່ານອົງການ KOICA ເພື່ອປະກອບສ່ວນຊ່ວຍພັດທະນາເສດຖະກິດ ແລະສັງຄົມຂອງ ສປປ ລາວ; ສໍາລັບນັກສຶກສາກໍ່ຄືພະນັກງານລາວ ທີ່ເຄີຍໄດ້ຮັບທຶນຈາກລັດຖະບານ ສ. ເກົາຫຼີ ທີ່ຮຽນຈົບມາແລ້ວໄດ້ນຳໃຊ້ຄວາມຮູ້ ແລະທັກສະເຂົ້າໃນການພັດທະນາກົມກອງຂອງຕົນ; ພ້ອມທັງນຳເອົາແບບແຜນວິທີການເຮັດວຽກ ທີ່ທັນສະໄໝ ລວມທັງວັດທະນະທຳອັນດີງາມຂອງປະເທດເຈົ້າພາບ ມາໝູນໃຊ້ເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດເຮົາ, ເປັນຂົວຕໍ່ເຊື່ອມໂຍງມິດຕະພາບອັນດີງາມ ແລະເສີມຂະຫຍາຍ ສາຍພົວພັນ ລະຫວ່າງສອງລັດຖະບານກໍ່ຄືປະຊາຊົນທັງສອງຊາດໃຫ້ມີຄວາມເຂົ້າອົກເຂົ້າໃຈຍິ່ງຂຶ້ນ.

ທ່ານເອກອັກຄະລັດຖະທູດ ສ. ເກົາຫຼີ ຈອງຢອງຊູ ໄດ້ກ່າວວ່າ: ສຳລັບງານຄໍ່າຄືນນີ້ ຖືວ່າເປັນໜຶ່ງໃນກິດຈະກຳ ທີ່ຂ້າພະເຈົ້າຈັດຂຶ້ນ ພາຍຫຼັງມາຮັບຕຳແໜ່ງເປັນເອກອັກຄະລັດຖະທູດຢູ່ ສປປ ລາວ ໄດ້ 1 ປີ ກັບ 3 ອາທິດແລ້ວ ແລະຍ້ອນມີແນວຄວາມຄິດຢາກເສີມສ້າງການຮ່ວມມືຂອງສອງປະເທດ ສ. ເກົາຫຼີ ແລະ ສປປ ລາວ ໃນອະນາຄົດ ໃຫ້ດີຂຶ້ນກວ່າເກົ່າ ເພາະວ່າອະນາຄົດ ເປັນປັດໄຈຕໍ່ເນື່ອງຈາກອະດີດ ແລະປັດຈຸບັນທັງເປັນໜໍ່ແໜງຂອງອາດີດ-ປັດ ຈຸບັນ. ເຖິງວ່າສາຍພົວພັນທາງການທູດຂອງສອງປະເທດ ສ. ເກົາຫຼີ ແລະ ສປປ ລາວ ຫາກໍ່ສ້າງຂຶ້ນບໍ່ທັນໄດ້ 30 ປີກໍ່ຕາມ, ແຕ່ການພົວພັນຮ່ວມມືຂອງສອງປະເທດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ທຽບເທົ່າກັບບັນດາປະເທດອື່ນໆ.

ຂ້າພະເຈົ້າເຫັນໄດ້ວ່າການພົວພັນ ແລະຮ່ວມມືຂອງສອງປະເທດນັບແຕ່ມີການສ້າງຕັ້ງສາຍພົວພັນການທູດເປັນຕົ້ນມາ, ມີຫຼາຍຂະແໜງການໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ໂດຍໝາກຜົນດັ່ງກ່າວ ໄດ້ມາຈາກການຮ່ວມມືຂອງລັດຖະບານ, ວິສາຫະກິດ ແລະ ປະຊາຊົນຂອງສອງຊາດ.  ການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຈະຄົບຮອບ 30 ປີ ໃນປີ 2025, ໂດຍຫວັງວ່າເນື່ອງໃນໂອກາດດັ່ງກ່າວ, ສອງປະເທດ ຈະພ້ອມກັນທົບທວນຜົນງານ ການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກັນ ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນີ້, ພວກເຮົາ ກໍ່ຍັງມີຄວາມມຸ່ງຫວັງ ຢາກຍົກລະດັບສາຍພົວພັນຂອງສອງປະເທດ ຈາກປັດຈຸບັນໄປເປັນ “ສາຍພົວພັນຄູ່ຮ່ວມມືຮອບ ດ້ານ” ຫຼື “ສາຍພົວພັນຄູ່ຮ່ວມຍຸດທະສາດ”. ໂດຍສະເພາະໃນວາລະທີ່ ສ. ເກົາຫຼີ ແລະອາຊຽນສ້າງຕັ້ງສາຍພົວພັນຄູ່ຮ່ວມເຈລະຈາ ຄົບຮອບ 35 ປີ ໃນປີໜ້ານີ້, ພວກເຮົາໄດ້ມີແຜນຈະຍົກລະດັບສາຍພົວພັນຂອງສອງປະເທດເປັນສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໂດຍຫວັງວ່າ ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານດັ່ງກ່າວຈະກາຍເປັນພື້ນຖານທີ່ດີແຫ່ງການຮ່ວມມືໃນອະນາຄົດ ລະຫວ່າງ ສ. ເກົາຫຼີ ແລະ ສປປ ລາວ.

ການລົງທຶນຂອງ ສ. ເກົາຫຼີ ຢູ່ໃນ ສປປ ລາວ ກຳລັງຫັນປ່ຽນຈາກຂະແໜງການເງິນ ແລະການບໍລິການໄປສູ່ການລົງທຶນເຂົ້າໃນຂະແໜງອຸດສາຫະກຳປຸງແຕ່ງທີ່ສາມາດສ້າງວຽກເຮັດງານທໍາເປັນຈຳນວນຫຼາຍໃຫ້ແກ່ຊາວໜຸ່ມລາວ; ຂ້າພະເຈົ້າເອງ ກໍ່ເຄີຍສະເໜີ ຕໍ່ລັດຖະບານລາວວ່າ: ຄວນຊຸກຍູ້ການລົງທຶນຂອງ ສ. ເກົາຫຼີ ເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນໂດຍສະເພາະດຶງດູດບໍລິສັດຂະໜາດໃຫຍ່ຂອງ ສ. ເກົາຫຼີ ເຂົ້າມາລົງທຶນໃນລາວໃຫ້ຫຼາຍສ້າງວຽກເຮັດງານທຳແກ່ຄົນລາວ,ເພີ່ມລາຍຮັບດ້ານພາສີອາກອນແກ່ລັດຖະບານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ. ຂ້າພະເຈົ້າຫວັງວ່າລັດຖະບານ ແຫ່ງ ສປປ ລາວ ຈະເປີດກວ້າງການລົງທຶນແກ່ບັນດາວິສາຫະກິດຂອງ ສ. ເກົາຫຼີ ໂດຍປັບປຸງສິ່ງແວດລ້ອມການລົງທຶນ ແລະສ້າງນະໂຍບາຍສົ່ງເສີມການລົງທຶນໃຫ້ດີຂຶ້ນກວ່າເກົ່າ.

ຂ່າວ: ຣັດສະໝີ ດວງສັດຈະ