ຮອງປະທານປະເທດຕ້ອນຮັບທູດອົສຕຣາລີເຂົ້າຢ້ຽມອຳລາ

ທ່ານ ນາງ ປານີ ຢ່າທໍ່ຕູ້ ຮອງປະທານປະເທດ ແຫ່ງ ສ ປ ປ ລາວ ໄດ້ຕ້ອນຮັບ ທ່ານ ໂພລ ແຄລີ (Pau Kelly) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດ ເຕັມແຫ່ງ ອົສຕຣາລີ ປະຈຳລາວ ເຂົ້າຢ້ຽມຂໍ່ານັບອຳລາ ໃນວັນທີ 8 ພະຈິກ ນີ້ ທີ່ທຳນຽບປະທານປະເທດ, ໃນໂອກກາດທີ່ທ່ານທູດສຳເລັດການປະຕິບັດໜ້າທີ່ການທູດ ປະຈຳລາວ.

ໃນໂອກາດດັ່ງກ່າວ ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະຕີລາຄາສູງ ຕໍ່ ທ່ານ Pau Kelly ທີ່ສຳເລັດການປະຕິບັດໜ້າທີ່ ການທູດປະຈຳລາວຄັ້ງນີ້: ຕະຫຼອດໄລຍະການປະຕິບັດໜ້າທີ່ທ່ານທູດໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ລະຫວ່າງ ລາວ-ອົສຕຣາລີ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດໃໝ່ ແລະເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ; ລາວ-ອົສຕຣາລີ ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 15 ມັງກອນ 1952.

ຂະນະດຽວກັນ, ທ່ານທູດກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະສະແດງຄວາມຂອບໃຈຕໍ່ລັດຖະບານລາວ ກໍຄືອົງການຈັດຕັ້ງທຸກຂັ້ນທີ່ໄດ້ອຳນວຍຄວາມສະດວກ ແລະໃຫ້ການຮ່ວມມືທີ່ດີໃນການປະຕິບັດໜ້າທີ່ຂອງຕົນຈົນໄດ້ຮັບຜົນສຳເລັດອັນຈົບງາມ.
ທີ່ມາ: ປະຊາຊົນ