ກະຊວງ ພບ ຊີ້ແຈງແຜນຄຸ້ມຄອງການຂຸດຄົ້ນແຮ່ທາດຫາຍາກ

ກ່ຽວກັບແຜນການຄຸ້ມຄອງການຂຸດຄົ້ນແຮ່ທາດຫາຍາກ ການດັດສົມໂຄງການສຳປະທານຕ່າງໆ ເພື່ອປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ແຮ່ທາດຫາຍາກໃຫ້ມີປະສິດຕິພາບ, ປະສິດທິຜົນ, ຢືນຍົງ, ປະຍັດ ແລະ ເອົາຜົນປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະປະຊາຊົນ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 8 ພະຈິກ 2023 ດັ່ງນີ້:

ໃນປີ 2020 ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ 7 ໂຄງການ (ແບບປົກກະຕິ) ແລະ ໃນປະຈຸບັນ ການອະນຸຍາດກ່ຽວກັບແຮ່ຫາຍາກ ແມ່ນມີ 2 ຮູບແບບ: ຮູບແບບທີ 1 ຄືໂຄງການທີ່ປະຕິບັດໄປຕາມຂັ້ນຕອນທີ່ກຳນົດແບບບໍ່ເລັ່ງລັດ ທັງໝົດ 15 ບໍລິສັດ, ຊຶ່ງການຈັດຕັ້ງປະຕິບັດແມ່ນຍັງຢູ່ໃນຂັ້ນສຳຫຼວດ ແລະ ຮູບແບບທີ 2 ຄືໂຄງການທົດລອງຂຸດຄົ້ນທັງໝົດ 13ບໍລິສັດ ໃນນີ້ ມີ 3 ບໍລິສັດ ໄດ້ຮັບອະນຸຍາດຈຳໜ່າຍ ຈຳນວນ 19.500 ໂຕນ, ສາມາດສົ່ງອອກໄປຈຳໜ່າຍຢູ່ປະເທດ ສປ ຈີນ ໄດ້ 5.409 ໂຕນ ແລະບໍລິສັດໄດ້ວາງເງິນຄຳ້ປະກັນໃນການສົ່ງອອກແຮ່ທາດ ຈຳນວນ 9.986.523 ໂດລາ. ນອກນີ້ ຍັງມີໂຄງການຈຳນວນໜຶ່ງຍັງຄ້າງຢູ່ໃນຂັ້ນຕອນການພິຈາລະນາຂອງລັດຖະບານ.

ນອກນີ້ກົດໝາຍແຮ່ທາດສະບັບປະຈຸບັນຍັງກຳນົດແຮ່ຫາຍາກເປັນແຮ່ເກືອດຫ້າມ, ໃນຂະບວນການປັບປຸງກົດໝາຍກຳລັງພິຈາລະນາເນື້ອໃນການຄຸ້ມຄອງແຮ່ຫາຍາກ, ນິຕິກຳທີ່ໃຊ້ໃນການຄຸ້ມຄອງປະຈຸບັນມີ ສັນຍາ ທັງແບບປົກກະຕິ ແລະແບບທົດລອງ, ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບ ເລກທີ 43/ນຍ, ລົງວັນທີ 24 ມິຖຸນາ 2022 ແລະ ຄຳແນະນຳກ່ຽວກັບການພັດທະນາແຮ່ຫາຍາກ (Rare Earth Element) ຢູ່ ສປປ ລາວ ສະບັບເລກທີ 1373/ພບ, ລົງວັນທີ 4 ກໍລະກົດ 2022, ປະຈຸບັນກຳລັງສ້າງດຳລັດວ່າດ້ວຍການຄຸ້ມຄອງແຮ່ທາດຫາຍາກຄາດວ່າຈະສຳເລັດໃນຕົ້ນປີ 2024.

ຂໍ້ມູນອັນສຳຄັນໃນການກຳນົດການຄຸ້ມຄອງແຮ່ຫາຍາກຂອງ ສປປ ລາວ ຄື: ການຮູ້ໄດ້ປະລິມານຊັບພະຍາກອນ, ໃນປະຈຸບັນມີພຽງ 4 ບໍລິສັດ (ໂຄງການປົກກະຕິ) ທີ່ໄດ້ລາຍງານຜົນການສຳຫຼວດປະເມີນປະລິມານຊັບພະຍາກອນເບື້ອງຕົ້ນ ມີປະມານ 510.624 ໂຕນ (ໂລຫະທາດແຮ່ຫາຍາກ) ປະກອບມີທັງໝົດ 15 ທາດທີ່ມີຄວາມເຂັ້ມຂຸ້ນຂອງແຕກຕ່າງກັນ. ຊຶ່ງແຕ່ລະທາດກໍມີລາຄາແຕກຕ່າງກັນຫຼາຍ. ຕາມແຜນສຳຫຼວດທີ່ຖືກຮັບຮອງທັງໝົດ 15 ບໍລິສັດ (ໂຄງການປົກກະຕິ) ຈະສຳເລັດບໍ່ເກີນປີ 2025. ໃນໂຄງການທົດລອງ ຈຳນວນ 13 ບໍລິສັດ ມີ 9 ບໍລິສັດ ທີ່ສົ່ງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ( ແບບສັງເຂບ) ແລະໄດ້ອະນຸຍາດຈຳໜ່າຍແຮ່ທາດຫາຍາກ ຈຳນວນ 3 ບໍລິສັດ.

ອີງໃສ່ຂໍ້ມູນເບື້ອງຕົ້ນທີ່ໄດ້ຮັບຕ້ອງມີປະລິມານແຮ່ຫຼາຍກວ່າ 100.000 ໂຕນ ຂຶ້ນໄປແມ່ນສາມາດສ້າງຕັ້ງໂຮງງານແຍກທາດດ່ຽວໄດ້. ດັ່ງນັ້ນອີງໃສ່ຈຳນວນບໍລິສັດ ທີ່ອະນຸຍາດ ແລະຄາດຄະເນຂໍ້ມູນທີ່ຈະໄດ້ຮັບຈາກການສຳຫຼວດເຫັນວ່າບໍ່ຄວນພິຈາລະນາອະນຸຍາດຕື່ມເພື່ອປະສິດທິພາບໃນການຄຸ້ມຄອງຂອງຂະແໜງການ ແລະ ຄວນສຸມໃສ່ການສຶກສາລະອຽດຢ່າງຮອບດ້ານເພື່ອໃຫ້ມີຄວາມອາດສາມາດໃນການຄຸ້ມຄອງຢ່າງມີປະສິດທິພາບໂດຍຂໍ້ມູນທີ່ຍັງຕ້ອງໄດ້ລົງເລີກ ແລະມີຄວາມເຂົ້າໃຈຢ່າງລະອຽດ ຄື: ກົນໄກຕະຫຼາດ, ລາຄາ ແລະການນຳໃຊ້ແຮ່ທາດຫາຍາກ .

ທ່ານລັດຖະມົນຕີ ຍັງໃຫ້ຮູ້ຕື່ມວ່າ: ບັນຫາອັນສຳຄັນໃນການຄຸ້ມຄອງໂຄງການໃນປະຈຸບັນຄືການປະຕິບັດສັນຍາໃນການສະໜອງເງິນກູ້, ການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ, ການໃຫ້ຂໍ້ມູນ ແລະຄວາມຮູ້ແກ່ພະນັກງານຜູ້ໄປປະຈຳໂຄງການ,​ ການສ້າງແຜນວຽກກິດຈະກຳຕ່າງໆມີຄວາມຊັກຊ້າ, ການໄລ່ລຽງລາຄາແຮ່ທາດ ເພື່ອເປັນພື້ນຖານໃນການເກັບຄ່າຊັບພະຍາກອນ-ພັນທະທີ່ຕິດພັນ ແລະແຜນການປິດບໍ່ແຮ່ທາດຫາຍາກ.