ລາຍຈ່າຍລ່ວງໜ້າແຕ່ 2020 ຄືນຫຼັງ ເປັນບັນຫາທີ່ອົງການກວດສອບຄາດຈະແກ້ໄຂບໍ່ໄດ້

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ຂຶ້ນຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ພະຈິກ 2023 ວ່າ: ການຕີລາຄາການແກ້ໄຂຜົນກວດສອບຂອງເປົ້າໝາຍຖືກກວດສອບອົງການກວດສອບແຫ່ງລັດໃນນາມຜູ້ກວດສອບ ແລະກວດຄືນການແກ້ໄຂຜົນການກວດສອບສັງເກດເຫັນວ່າມີບັນຫາທີ່ມີຂໍ້ຫຍຸ້ງຍາກ ແລະມີຄວາມສ່ຽງຈະແກ້ໄຂບໍ່ໄດ້ ຊຶ່ງປະກອບມີການແກ້ໄຂເງິນ ຫຼືລາຍຈ່າຍລ່ວງໜ້າໃນລະບົບຄັງເງິນປະຈໍາແຂວງ ແຕ່ປີ 2020 ຄືນຫຼັງ ຍ້ອນວ່າການຖືບັນຊີໃນໄລຍະນັ້ນ ຍັງບໍ່ເປັນລະບົບເທົ່າທີ່ຄວນ, ບໍ່ໄດ້ແຍກ ຫຼືບໍ່ໄດ້ສ້າງບົດສະຫຼຸບລາຍຈ່າຍດັ່ງກ່າວອອກເປັນແຕ່ລະຮ່ວງລາຍຈ່າຍ ຕາມສາລະບານງົບປະມານ, ສາລະບານບັນຊີ, ເປົ້າໝາຍການຈ່າຍ ແລະເປັນແຕ່ລະຫົວໜ່ວຍງົບປະມານ; ພາກສ່ວນທີ່ກ່ຽວຂ້ອງບໍ່ໄດ້ມີການປະສານສົມທົບກັນເພື່ອກວດກາ ຫຼື ສົມທຽບຂໍ້ມູນການຈ່າຍເງິນລ່ວງໜ້າເຮັດໃຫ້ການນໍາເອົາເງິນໃນຮ່ວງນີ້ສະເໜີເຂົ້າແຜນງົບປະມານແຫ່ງລັດພົບຄວາມຫຍຸ້ງຍາກ ຫຼື ບໍ່ສາມາດຈັດສັນເຂົ້າແຜນງົບປະມານແຫ່ງລັດໄດ້.

ນອກນີ້, ການແກ້ໄຂໜີ້ຕ້ອງຮັບສ່ວຍສາອາກອນ ແລະຊັບສິນແຫ່ງລັດບາງລາຍການແມ່ນຕິດພັນກັບໜີ້ສິນງົບປະມານແຫ່ງລັດ; ໜີ້ສິນນອກແຜນງົບປະມານແຫ່ງລັດ; ວິສາຫະກິດລົ້ມລະລາຍ (ບໍ່ມີຕົວຕົວຕົນ), ບາງໂຄງການແມ່ນຂໍເອົາໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ ຕຸບກັນ ໃນຮູບແບບໜີ້ສິນໃນ ແລະ ນອກແຜນງົບປະມານແຫ່ງລັດ; ບຸກຄົນ ແລະນິຕິບຸກຄົນຈໍານວນໜຶ່ງພາຍໃນ ແລະຕ່າງປະເທດ ມີການຍົກຍ້າຍທີ່ຢູ່, ຢຸດເຊົາກິດຈະການໂດຍບໍ່ແຈ້ງໃຫ້ຂະແໜງການຂອງລັດທີ່ກ່ຽວຂ້ອງຮັບຮູ້, ການເຄື່ອນໄຫວທຸລະກິດຂາດສະພາບຄ່ອງທາງດ້ານການເງິນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາຄ່າຄອງຊີບເຮັດໃຫ້ພົບຄວາມຫຍຸ້ງຍາກໃນການເລັ່ງທວງເອົາໜີ້ຕ້ອງຮັບ. ດັ່ງກ່າວມອບເຂົ້າງົບປະມານແຫ່ງລັດບໍ່ໄດ້ຄົບຖ້ວນ ແລະບໍ່ທັນເວລາຕາມການໄລ່ລຽງ. ພ້ອມດຽວກັນນີ້, ການຫັກລົບມູນຄ່າໂຄງການລົງທຶນຂອງລັດຕາມຜົນການກວດແມ່ນມີຄວາມຫຍຸ້ງຍາກ ຍ້ອນລາຄາຫົວໜ່ວຍການກໍ່ສ້າງ ແລະອັດຕາແລກປ່ຽນມີການເໜັງຕີງແຮງ; ນອກຈາກນັ້ນ, ກໍຕິດກັບການອະນຸມັດມີຫຼາຍຂັ້ນຫຼາຍຂອດທີ່ສະຫຼັບສັບຊ້ອນ.

ທ່ານ ວຽງທະວີສອນ ເທບພະຈັນ ຍັງຊີ້ແຈງໃຫ້ຮູ້ວ່າ: ບັນຫາທີ່ຄາດກະວ່າຈະແກ້ໄດ້ ປະກອບມີເງິນ ຫຼືລາຍຈ່າຍລ່ວງໜ້າໃນລະບົບຄັງເງິນ ໃນ 2 ປີລ່າສຸດ (ປີ 2021 ແລະ ປີ 2022) ສ່ວນໃຫຍ່ ແມ່ນສາມາດສະສາງໄດ້ ເນື່ອງຈາກການຖືບັນຊີ ມີຄວາມລະອຽດ, ຊັດເຈນ ແລະ ຖືກຕ້ອງຕາມຫຼັກການບັນຊີ; ໜີ້ຕ້ອງຮັບສ່ວຍສາອາກອນທີ່ບໍ່ຕິດພັນກັບໜີ້ສິນງົບປະມານແຫ່ງລັດ, ໜີ້ສິນນອກແຜນງົບປະມານ ແຫ່ງລັດ, ວິສາຫະກິດລົ້ມລະລາຍ (ບໍ່ມີຕົວຕົນ), ຢຸດເຊົາກິດຈະການ ແລະອື່ນໆ; ສ່ວນໃຫຍ່ແມ່ນສາມາດເກັບກູ້ ຫຼື ແກ້ໄຂໄດ້; ເງິນລາຍຮັບໃນບັນຊີລໍຖ້າຈັດສັນ (ບັນຊີ 547) ແລະເງິນຍອດເຫຼືອອົງການບໍລິການວິຊາການ (ບັນຊີ 471) ເຫັນວ່າ ໃນແຕ່ລະປີແມ່ນສາມາດແກ້ໄດ້ໃນບັນຫາເກົ່າ; ສ່ວນບັນຫາໃໝ່ກໍໄດ້ຮັບການແກ້ໄຂໃນຮອບວຽນຂອງປີຖັດໄປຕາມປົກກະຕິ; ບັນດາເມັດເງິນທີ່ກວດເຫັນເພີ່ມຢູ່ນອກງົບປະມານແຫ່ງລັດຕິດພັນກັບການມອບພັນທະຕ່າງໆ ຂອງວິສາຫະກິດ, ທະນາຄານທຸລະກິດລັດ ແລະບັນດາຂະແໜງການຈັດເກັບລາຍຮັບຂອງບັນດາກະຊວງ ແລະບັນດາແຂວງສ່ວນໃຫຍ່ແມ່ນໄດ້ມອບເຂົ້າງົບປະມານແຫ່ງລັດ.