ລົດແທັກຊີໄຟຟ້າ Xanh SM ເປີດໃຫ້ບໍລິການເປັນທາງການໃນລາວ

ບໍລິສັດ ຮຸ້ນສ່ວນ ເຄື່ອນທີ່ສີຂຽວ ແລະອັດສະລິຍະ (Green & Smart Mobility ຫລື GSM) ໄດ້ນຳເອົາລົດແທັກຊີໄຟຟ້າ ຍີ່ຫໍ້ Xanh SM ຈຳນວນ 150 ຄັນ ມາເປີດໃຫ້ບໍລິການຂົນສົ່ງຜູ້ໂດຍສານແຫ່ງທໍາອິດຢູ່ນະຄອນຫລວງວຽງຈັນ ສປປ ລາວ, ພິທີເປີດບໍລິການຢ່າງເປັນທາງການໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2023 ນີ້ ທີ່ພັດທະຄອນ ເຊນ ພິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ, ມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫງວຽນວັນແທ່ງ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ GSM ກ່າວວ່າ: ການເປີດບໍລິການລົດແທັກຊີໄຟຟ້າ ຢູ່ ສປປ ລາວ ແມ່ນຂີດໝາຍອັນສຳຄັນເໝາະກັບໄລຍະທີ່ ສປປ ລາວ ກຽມເປີດປີທ່ອງທ່ຽວ ແລະ ເປັນປະທານອາຊຽນ ໃນປີ 2024, ດ້ວຍພາລະກິດການເຊື່ອມໂຍງການທ່ອງທ່ຽວສີຂຽວ ພວກເຮົາເຊື່ອວ່າ Xanh SM ຈະນໍາການບໍລິການທີ່ມີຄຸນນະພາບມາສູ່ລູກຄ້າທຸກຄົນທີ່ມາຢ້ຽມຢາມ ສປປ ລາວ ແລະ ກາຍເປັນຂົວຕໍ່ທີ່ສຳຄັນເພື່ອຍົກສູງຄຸນນະພາບການບໍລິການການທ່ອງທ່ຽວລາວໃນອະນາຄົດ, ທັງເປັນຈຸດເລີ່ມຕົ້ນຂອງ GSM ກ້າວເຂົ້າສູ່ສາກົນ, ດ້ວຍຂໍ້ໄດ້ປຽບທີ່ໂດດເດັ່ນຂອງລົດໄຟ VinFast ແລະ ມາດຕະຖານການບໍລິການ 5 ດາວ, ພວກເຮົາຄາດວ່າ ແທັກຊີ Xanh SM ຈະສ້າງວິວັດທະນາການຂົນສົ່ງໃນລາວເຊິ່ງຄວາມສຳເລັດໃນການເປີດຕະຫລາດສາກົນ ແຫ່ງທຳອິດ ກໍຄື ສປປ ລາວ ຈະເປັນບາດກ້າວທີ່ເອື້ອອໍານວຍ ສຳລັບ GSM ເພື່ອຂະຫຍາຍໄປທົ່ວໂລກ.

ການໃຫ້ບໍລິການຂົນສົ່ງຜູ້ໂດຍສານແມ່ນເປີດໃຫ້ບໍລິການ 24 ຊົ່ວໂມງ, ລູກຄ້າສາມາດເອີ້ນໃຊ້ບໍລິການຜ່ານລະບົບອອນລາຍ (ແອັບພິເຄຊັນ) ສາມາດດາວໂລດແອັບ Xanh SM Laos ໃນ App Store ແລະ Play Store ເທິງມືຖື ຫລືຜ່ານສູນບໍລິການສາຍດ່ວນ ແລະສາມາດຮ້ອງໃຊ້ບໍລິການໂດຍກົງຕາມເສັ້ນທາງເຊິ່ງຂໍ້ມູນ ກ່ຽວກັບເສັ້ນທາງ ແລະຄ່າໂດຍສານຈະເປີດເຜີຍ ແລະໂປງໄສໃນແຕ່ລະຖ້ຽວ.

ປະຈຸບັນ Xanh SM ລາວ ໄດ້ນໍາໃຊ້ລົດລຸ້ນ VinFast VF 5 Plus, ສີຂຽວ (cyan) ເປັນເອກະລັກຂອງຍີ່ຫໍ້, ໃນເບື້ອງຕົນຈະດຳເນີນທຸລະກິດໃນນະຄອນຫລວງວຽງຈັນ ແລະ ຈະຂະຫຍາຍໄປສູ່ເມືອງທ່ອງທ່ຽວ ທີ່ມີຊື່ສຽງຄື: ເມືອງວັງວຽງ ແຂວງວຽງຈັນ, ຫລວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ໃນໄລຍະຕໍ່ໄປ, ຄາດວ່າຈຳນວນລົດຈະເພີ່ມຂຶ້ນເປັນ 1.000 ຄັນ ແລະ ຈະສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ດີ ໂດຍບໍ່ຈໍາເປັນຕ້ອງລົງທຶນ ໃຫ້ແກ່ປະຊາຊົນລາວ ເຊິ່ງເປັນການເປີດໂອກາດພັດທະນາອາຊີບຂອງປະຊາຊົນປະກອບສ່ວນເສີມຂະຫຍາຍການທ່ອງທ່ຽວລາວໃຫ້ເປັນຮູບພາບສີຂຽວ-ສະອາດ, ເປັນມິດກັບສິ່ງແວດລ້ອມ. ຄຽງຄູ່ກັບການໃຫ້ບໍລິການຂົນສົ່ງທີ່ມີຄຸນນະພາບສູງ, GSM ຍັງມຸ່ງໄປເຖິງຄວາມນິຍົມການນໍາໃຊ້ລົດ ໄຟຟ້າໃນລາວ ໂດຍຜ່ານການພັດທະນາລະບົບນິເວດ ການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ, ການຈອງລົດເປັນແພັກເກັດ, ຈອງລົດທ່ອງທ່ຽວ ແລະການຈອງລົດສ່ວນຕົວ.

GSM ໄດ້ຮັບການສ້າງຕັ້ງ ແລະເລີ່ມດຳເນີນໃນເດືອນເມສາ 2023 ຢູ່ ສສ ຫວຽດນາມ ໃນຮູບແບບການຂົນສົ່ງສີຂຽວຮູບແບບທໍາອິດຂອງໂລກດ້ວຍພາຫະນະໄຟຟ້າ 100%. ພາຍຫລັງການເຄື່ອນໄຫວພຽງ 6 ເດືອນ GSM ໄດ້ບັນລຸການເຕີບໂຕດ້ານປະລິມານ ແລະຄຸນນະພາບສາມາດ ປະຕິບັດການຂົນສົ່ງຜູ້ໂດຍສານໄດ້ຫລາຍ ກວ່າ 6 ລ້ານຖ້ຽວ, ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ແລະຫົວໜ່ວຍຂົນສົ່ງ.

ໂອກາດດຽວກັນ, ທ່ານ ຫງວຽນ ບ໋າ ຮຸ່ງ ໄດ້ມີຄຳເຫັນວ່າ: ລົດໄຟຟ້າ ຍີ່ຫໍ້ VinFast ຈາກປະເທດ ຫວຽດນາມ ຈະປະກອບສ່ວນຢ່າງຫ້າວຫັນເຂົ້າໃນການປະຕິບັດຍຸດທະສາດແຫ່ງຊາດລາວ, ເພື່ອເປັນການສ້າງແຮງ ບັນດານໃຈ,ແຮງຈູງໃຈອັນຍິ່ງໃຫຍ່ ເພື່ອຊຸກຍູ້ໃຫ້ນັກທຸລະກິດຫວຽດນາມ ເລືອກປະເທດລາວເປັນຈຸດໝາຍສໍາລັບ ການລົງທຶນ ແລະ ການພັດທະນາໃນຕໍ່ໜ້າ. ພ້ອມທັງ ສະແດງຄວາມຫວັງວ່າ ລັດຖະບານລາວ ຈະສ້າງເງື່ອນໄຂສະ ດວກໃຫ້ GSM ບັນລຸເປົ້າໝາຍທຸລະກິດ, ປະກອບສ່ວນຢ່າງຫ້າວຫັນໃນການສົ່ງເສີມການພັດທະນາເສດຖະກິດ ຂອງລາວ ກໍຄື ສົ່ງເສີມພັດທະນາ, ລົດໄຟຟ້າ VinFast ຈະເປັນທີ່ຮູ້ຈັກຢູ່ປະເທດລາວລ້ານຊ້າງ, ປະກອບສ່ວນໃນການຮ່ວມມືກັບລັດຖະບານລາວປະຕິບັດໃນເປົ້າໝາຍຍຸດທະສາດໄລຍະຍາວຂອງການພັດທະນາການເຄື່ອນທີ່ສີຂຽວເພື່ອອະນາຄົດສີຂຽວແບບຍືນຍົງ.