ລັດຖະບານຍີ່ປຸ່ນ ມອບລົດ 33 ຄັນ ເພື່ອນໍາໃຊ້ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

ໃນວັນທີ 13 ພະຈິກ ນີ້, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ການຊ່ວຍເຫຼືອຈາກ ຍີ່ປຸ່ນ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ຕາງໜ້າລັດຖະບານ ສປປ ລາວ ໃນການຮັບເອົາການຊ່ວຍເຫຼືອຄັ້ງນີ້ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງປະທານ, ຜູ້ປະຈຳການຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໃນການມອບການຊ່ວຍເຫຼືອ ແມ່ນ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຄັ້ງນີ້ ມີ ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມຈາກກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງຫນ້າຂອງບໍລິສັດ ໂຕໂຢຕ້າ ປະຈຳ ສປປ ລາວ.

ການຊ່ວຍເຫລືອດັ່ງກ່າວລວມມີ ລົດເກັງ ໂຕໂຢຕ້າ ໄຮບຼິດ (Toyota Camry Hybrid) ຈໍານວນ 33 ຄັນ ແລະ ອຸປະກອນໄອທີ ເພື່ອນໍາໃຊ້ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ເຊິ່ງລວມມູນຄ່າທັງໝົດ 500 ລ້ານເຢັນ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍການພົວພັນສອງຝ່າຍລາວ-ຍີ່ ປຸ່ນ ແລະ ທັງເປັນການສະແດງໃຫ້ເຫັນຄຳໝາຍໝັ້ນຂອງ ຍີ່ປຸ່ນ ໃນການສະ ໜັບສະໜູນ ສປປ ລາວ ໃນຂອບວຽກອາຊຽນ ໂດຍສະເພາະການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ເປັນການປະກອບສ່ວນເຂົ້າໃນການຮັດແໜ້ນການຮ່ວມມືອາຊຽນ - ຍີ່ປຸ່ນອີກດ້ວຍ.

ພ້ອມດຽວກັນນີ້, ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ເນັ້ນຢຳ້ຄວາມສໍາຄັນຂອງການພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ເພື່ອກະກຽມການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ຂອງ ສອງປະເທດ ແລະ ທັງເປັນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໂດຍລວມ.

ທີ່ມາ: ກົມການຂ່າວ ກະຊວງການຕ່າງປະເທດ