ທຫລ ສະເໜີປັບປຸງກົດໝາຍວ່າດ້ວຍລະບົບການຊຳລະ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 10 ພະຈິກ 2023, ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ຫທລ) ໄດ້ສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍລະບົບການຊຳລະ, ຊຶ່ງຮ່າງກົດໝາຍສະບັບນີ້ ປະກອບມີ 7 ພາກ, 10 ໝວດ, 62 ມາດຕາ ໃນນັ້ນ ໄດ້ເພີ່ມໃໝ່ 18 ມາດຕາ, ປັບປຸງ 37 ມາດຕາ (ປັບປຸງເນື້ອໃນ 29 ມາດຕາ ແລະປັບປຸງວິທີການຂີດຂຽນເລັກໜ້ອຍ 8 ມາດຕາ), ຮັກສາໄວ້ 7 ມາດຕາ ແລະ ຕັດອອກ 11 ມາດຕາ (ທຽບກັບກົດໝາຍສະບັບເກົ່າມີ 10 ພາກ, 8 ໝວດ, 59 ມາດຕາ).

ພາຍຫຼັງຮ່າງກົດໝາຍສະບັບນີ້ໄດ້ຖືກຮັບຮອງຈະເປັນບ່ອນອີງດ້ານນິຕິກຳໃນການຄຸ້ມຄອງ, ຕິດຕາມ, ກວດກາການເຄື່ອນໄຫວວຽກງານລະບົບການຊຳລະເຮັດໃຫ້ລະບົບການຊໍາລະ ມີຄວາມສະດວກ, ປອດໄພ ແລະ ມີປະສິດທິຜົນ ຮັບປະກັນໃຫ້ແກ່ການຊົມໃຊ້ບໍລິການທາງດ້ານການເງິນລວມທັງການເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ; ການນໍາໃຊ້ເຄື່ອງມື, ການໃຫ້ບໍລິການ ແທດເໝາະກັບສະພາບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ສອດຄ່ອງກັບຄຸນລັກສະນະລະບົບການຊໍາລະຂອງພາກພື້ນ ແລະ ສາກົນ. ລະບົບການຊໍາລະໄດ້ຮັບການຍົກລະດັບເຮັດໃຫ້ສັງຄົມສາມາດຊົມໃຊ້ຜະລິດຕະພັນທີ່ຫຼາກຫຼາຍ ແລະເຂົ້າເຖິງການບໍລິການຊໍາລະໄດ້ຫຼາຍຊ່ອງທາງໂດຍສະເພາະຊ່ອງທາງການຊໍາລະທາງເອເລັກໂຕຣນິກເພື່ອຫຼຸດຜ່ອນການນໍາໃຊ້ເງິນສົດເທື່ອລະກ້າວ; ຊຸກຍູ້ການຊື້-ຂາຍສິນຄ້າ ແລະ ການບໍລິການ, ສະໜັບສະໜູນກິດຈະກໍາທາງດ້ານເສດຖະກິດໃຫ້ມີການຂະຫຍາຍຕົວ, ອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກໍາການຊໍາລະໃນທົ່ວສັງຄົມ, ຮັບປະກັນການຮັກສາສະຖຽນລະພາບດ້ານການເງິນ-ເງິນຕາ ປະກອບສ່ວນໃນການເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນກວ່າເກົ່າ; ຊ່ວຍໃຫ້ຜູ້ດໍາທຸລະກິດການຊໍາລະມີຖານະນິຕິບຸກຄົນທີ່ຊັດເຈນ, ມີລະບົບການຄວບຄຸມພາຍໃນ ແລະການດໍາເນີນງານທີ່ເປັນລະບົບ ແລະຮັດກຸມເຮັດໃຫ້ການດໍາເນີນທຸລະກິດການຊໍາລະມີຄວາມເຂັ້ມແຂງຍືນຍົງ.

ທ່ານນາງ ວັດທະນາ ດາລາລອຍ ຍັງໄດ້ກ່າວວ່າ: ກົດໝາຍວ່າດ້ວຍລະບົບການຊຳລະພາຍຫຼັງທີ່ໄດ້ນໍາໃຊ້ມາເປັນໄລຍະເວລາ 6 ປີ, ຜ່ານການທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດກົດໝາຍເຫັນວ່າຍັງມີບາງດ້ານບໍ່ແທດເໝາະກັບສະພາບການຂະຫຍາຍຕົວຂອງວຽກງານລະບົບການຊຳລະ ແລະການເຊື່ອມໂຍງກັບພາກພື້ນ ແລະສາກົນ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການປັບປຸງເພື່ອໃຫ້ສອດຄ່ອງກັບສະພາບປະຈຸບັນເພື່ອເຮັດໃຫ້ກົດໝາຍດັ່ງກ່າວ, ມີເນື້ອໃນຄົບຖ້ວນ, ສົມບູນ, ຖືກຕ້ອງຕາມນະໂຍບາຍຂອງພັກ, ລັດວາງອອກ.
ທີ່ມາ: ປະຊາຊົນ