ສາທາລະນະສຸກ ສະເໜີປັບປຸງກົດໝາຍວ່າດ້ວຍການປິ່ນປົວ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 15 ພະຈິກ 2023 ນີ້, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຂຶ້ນສະເໜີກົດໝາຍວ່າດ້ວຍການປິ່ນປົວສະບັບປັບປຸງເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນກວ່າເກົ່າ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້ລາຍງານວ່າ: ກົດໝາຍວ່າດ້ວຍການປິ່ນປົວໄດ້ກຳນົດຫຼັກການ ແລະມາດຕະການກ່ຽວກັບການຄຸ້ມຄອງ ແລະຕິດຕາມກວດກາວຽກງານປິ່ນປົວ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄຸນນະພາບ, ມີຄວາມປອດໄພ ແລະ ທັນສະໄໝ ຊຶ່ງກົດໝາຍດັ່ງກ່າວໄດ້ຖືກຮັບຮອງ ແລະປະກາດໃຊ້ໃນປີ 2005. ຜ່ານການນໍາໃຊ້ເຫັນວ່າຍັງມີບາງເນື້ອໃນບໍ່ທັນຄົບຖ້ວນ ແລະຍັງບໍ່ທັນກວມເອົາຫຼາຍໆໜ້າວຽກຂອງການປິ່ນປົວ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການປັບປຸງກົດໝາຍດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານປິ່ນປົວໃຫ້ມີຄຸນນະພາບສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ຮ່າງກົດໝາຍສະບັບນີ້ປະກອບມີ 9 ພາກ, 4 ໝວດ, 72 ມາດຕາ, ໃນນັ້ນປັບປຸງ 47 ມາດຕາ ເພີ່ມເຂົ້າໃໝ່ 1 ພາກ, 15 ມາດຕາ. ຄາດຄະເນຜົນໄດ້ຮັບດັ່ງນີ້: 1. ສາມາດຕິດຕາມ, ຄຸ້ມຄອງ ແລະ ກວດກາວຽກງານປິ່ນປົວທາງພາກລັດ ແລະເອກະຊົນໃຫ້ປະຕິບັດໜ້າທີ່ຂອງຕົນຢ່າງຖືກຕ້ອງ, ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະນິຕິກໍາໃຕ້ກົດໝາຍປົກປ້ອງສິດ ແລະຜົນປະໂຫຍດຂອງຜູ້ໃຊ້ບໍລິການກໍຄືຄົນເຈັບ; 2. ສາມາດຍົກລະດັບວຽກງານການປິ່ນປົວ, ເຮັດໃຫ້ຕາໜ່າງສາທາລະນະສຸກໃນຂອບເຂດທົ່ວປະເທດນັບແຕ່ສູນກາງລົງຮອດທ້ອງຖິ່ນໄດ້ຮັບການຈັດຕັ້ງຢ່າງເປັນລະບົບຄົບຊຸດ, ຄ່ອງຕົວ, ມີປະສິດທິພາບ ແລະປະສິດທິຜົນ; 3. ແພດໝໍມີນໍ້າໃຈເສຍສະຫຼະ, ມີມະນຸດສະທຳ, ຈັນຍາທຳ ແລະ ຄຸນສົມບັດສິນທຳປະຕິວັດຊຶ່ງໄດ້ກຳນົດແຈ້ງຈັນຍາບັນຂອງຜູ້ປະກອບວິຊາຊີບປິ່ນປົວ ແລະຂໍ້ຫ້າມສຳລັບຜູ້ປະກອບວິຊາຊີບປິ່ນປົວ; 4. ຄຸ້ມຄອງບັນດາຫ້ອງກວດພະຍາດເອກະຊົນ ແລະສູນເສີມຄວາມງານ ທີ່ຖືກຕ້ອງທາງດ້ານການແພດໃຫ້ສາມາດຕິດຕາມກວດກາໄດ້ ລວມໄປເຖີງການອອກໃບອະນຸຍາດໃນການດໍາເນີນການ; 5. ປະກອບສ່ວນໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ SDGs ຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະເດັກ ແລະ ເພີ່ມອັດຕາການເກີດລູກມີແພດຊ່ວຍ; 6. ກ້າວໄປສູ່ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ.