ກະຊວງການເງິນ ສະເໜີຮ່າງກົດໝາຍວ່າດ້ວຍການບັນຊີ ສະບັບປັບປຸງ

ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ພະຈິກ 2023 ນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍການບັນຊີ ສະບັບປັບປຸງ, ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີຄວາມຄົບຖ້ວນສົມບູນສາມາດນຳໄປຈັດຕັ້ງປະຕິບັດປະກອບສ່ວນຄຸ້ມຄອງການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ທ່ານ ສັນຕິພາບ ພົມວິຫານ ໄດ້ລາຍງານ ວ່າ: ຮ່າງກົດໝາຍວ່າດ້ວຍການບັນຊີ ປະກອບມີ 10 ພາກ, 12 ໝວດ, 89 ມາດຕາ, ໃນນີ້ ໄດ້ປັບປຸງ67 ມາດຕາ ແລະສ້າງໃໝ່ 1 ມາດຕາ, ພາຍຫລັງ ກົດໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວຈະເຮັດໃຫ້ກົດໝາຍວ່າດ້ວຍການບັນຊີ ມີເນື້ອໃນຄົບຖ້ວນ, ຊັດເຈນ, ມີປະສິດທິຜົນສູງຂຶ້ນ ເປັນບ່ອນອີງໃນການກຳນົດນະໂຍບາຍ ຊຸກຍູ້, ສົ່ງເສີມ ແລະ ສ້າງແຮງຈູງໃຈ ໃຫ້ຫົວໜ່ວຍຖືບັນຊີເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ມາດຕະຖານບັນຊີ, ລົບລ້າງການຖືບັນຊີ 2 ຫລື ຫລາຍລະບົບ ພ້ອມທັງຊຸກຍູ້ໃຫ້ມີການຖືບັນຊີຫລາຍຂຶ້ນ ເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງລາຍຮັບ ແລະລາຍຈ່າຍງົບປະມານແຫ່ງລັດ, ຕ້ານ ແລະ ສະກັດກັ້ນປະກົດຫຍໍ້ທໍ້ ດ້ານການເງິນ ແລະ ການບັນຊີ, ພ້ອມທັງ ຈະເຮັດໃຫ້ການຄຸ້ມຄອງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ນັກບັນຊີ ຂອງພາກລັດ ແລະ ເອກະຊົນ ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບ ດ້ານວຽກງານບັນຊີ ເພື່ອຍົກສູງຄຸນນະພາບ ເອກະສານລາຍງານການເງິນ ໃຫ້ມີຄວາມຖືກຕ້ອງໂປ່ງໃສ, ທັນສະໄໝ ແລະ ສາມາດກວດສອບໄດ້ ພ້ອມທັງສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ຍັງຈະ ປົກປ້ອງສິດຜົນປະໂຫຍດ ຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນ, ເຮັດໃຫ້ ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຄຸ້ມຄອງການເງິນ-ການບັນຊີ ມີສະຕິເຄົາລົບກົດໝາຍ ແນໃສ່ການຄຸ້ມຄອງການເງິນແຫ່ງລັດ ໃຫ້ເຂັ້ມແຂງ ແລະ ການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວ.

ທ່ານລັດຖະມົນຕີກະຊວງການເງິນ ໃຫ້ຮູ້ອີກວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ ມາຮອດປະຈຸບັນ ເຫັນວ່າ ກົດໝາຍສະບັບນີ້ ໄດ້ເປັນເຄື່ອງມືທີ່ສຳຄັນ ແລະ ຈຳເປັນ ໃນການຄຸ້ມຄອງການເງິນແຫ່ງລັດ ໂດຍສະເພາະ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິີດທິຜົນ ເພື່ອເປັນພື້ນຖານໃນການຄຸ້ມຄອງເກັບລາຍຮັບ ແລະ ລາຍຈ່າຍງົບປະມານແຫ່ງລັດ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ, ທັນເວລາ ແລະ ສາມາດກວດສອບໄດ້. ເຖິງແນວໃດກໍຕາມ, ອີງໃສ່ສະພາບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມ, ກົດໝາຍວ່າດ້ວຍການບັນຊີສະບັບນີ້ ໄດ້ນຳໃຊ້ມາເກືອບ 10 ປີແລ້ວ ເຫັນວ່າ ມີບາງເນື້ອໃນບໍ່ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ບັນດາກົດໝາຍທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານບັນຊີ ໄດ້ມີການປັບປຸງ ຈຶ່ງເຮັດໃຫ້ມີບາງເນື້ອໃນ ຂອງກົດໝາຍວ່າດ້ວຍການບັນຊີ ບໍ່ທັນສອດຄ່ອງ ແລະ ກົມກຽວກັນເທົ່າທີ່ຄວນ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງມີການຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ ແລະຮັດກຸມ ຂຶ້ນກວ່າເກົ່າ.