ປະທານບໍລິສັດ ພູເບ້ຍ ມາຍນິງ ເຂົ້າລາຍງານການຈັດຕັ້ງວຽກງານ

ໃນຕອນແລງ ຂອງວັນທີ່ 13 ພະຈິກ 2023 ທີ່ຫ້ອງຮັບຮອງ-ຫ້ອງວ່າການ ແຂວງໄຊສົມບູນ ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍຄະນະ ໄດ້ເຂົ້າລາຍງານການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ພູເບ້ຍ ມາຍນິງ ໃຫ້ທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຊາບ.

ໃນໂອກາດນີ້ ທ່ານ ຈັນເພັງ ບຸນນະຜົນ  ໄດ້ລາຍງານໂດຍຫຍໍ້ກ່ຽວກັບການດຳເນີນງານ, ການຜະລິດ, ຜົນປະກອບການ, ດ້ານວຽກງານພັດທະນາຊຸມຊົນ ແລະ ແຜນອາຍຸຂອງໂຄງການ ຊຶ່ງໃນປີ 2022 ສາມາດຂຸດຄົ້ນແຮ່ທາດໂຮງງານພູຄຳ ແລະ ໂຮງງານຫ້ວຍຊາຍ ແຮ່ທອງ ໄດ້ທັງໝົດ 37.162 t, ແຮ່ຄຳ ໄດ້ທັງໝົດ 129.333 oz ແຮ່ເງິນ ໄດ້ທັງໝົດ 686.265 oz ທັງນີ້ກໍ່ເປັນການລາຍງານຄືນສະພາບການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະໃນການຂຸດຄົ້ນແຮ່ທາດຕ່າງໆ ຂອງບໍລິສັດພູເບ້ຍມາຍນິງ ທີ່ຈັດຕັ້ງປະຕິບັດໃນປີ 2022 ແລະ ແຜນການ ປີ 2023 ພ້ອມນີ້ຍັງໄດ້ລາຍງານຈຸດດີ, ຈຸດອອ່ນ ແລະ ຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດວຽກງານ ຕະຫຼອດຮອດ ວຽກງານພັດທະນາຊຸມຊົນ ທີ່ທາງບໍລິສັດໄດ້ປະຕິບັດໃນໄລຍະຜ່ານມາ ເພື່ອໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ. ພ້ອມດຽວກັນນີ້ ທ່ານ ເຈົ້າແຂວງໄຊສົມບູນ ກໍໄດ້ລາຍງານສະພາບລວມໂດຍຫຍໍ້ຂອງ ແຂວງ ໃຫ້ ທ່ານ ປະທານບໍລິສັດ ພູເບ້ຍ ມາຍນິງ ພ້ອມດ້ວຍຄະນະ ໄດ້ຮັບຊາບ

ບກ: ທ່ານ ຄຳສາວ ເລືອງຄຳທິບ