ອາການທີ່ບອກວ່າຮ່າງກາຍຂອງທ່ານ ມີສານພິດສະສົມຫຼາຍເກີນໄປ

ຮ່າງກາຍຈະໄດ້ຮັບສານພິດຢູ່ທຸກມື້ຈາກອາກາດ, ອາຫານທີ່ເຮົາກິນເຂົ້າໄປ ແລະຖ້າຫາກ ເຮົາສະສົມໄວ້ຈົນຮອດຈຸດທີ່ຫຼາຍສົມຄວນເຮົາກໍຈະຕ້ອງໄດ້ລ້າງ ສານພິດອອກຈາກຮ່າງກາຍ, ຖ້າ ຫາກຮ່າງກາຍເຮົາມີສານພິດຫຼາຍ ເກີນໄປມັນຈະສົ່ງສັນຍານເຕືອນດັ່ງນີ້:

  1. ພູມຕ້ານທານພະຍາດຕ່ຳ ບໍ່ສະບາຍເປັນຫວັດໄດ້ງ່າຍ.
  2. ຮ່າງກາຍເມືອຍງ່າຍ, ອ່ອນເພຍ ແລະບໍ່ຄ່ອຍມີແຮງ.
  3. ມີອາການເປັນພະຍາດພູມ ແພ້ເປັນພູມແພ້ຕະຫຼອດເຊັ່ນ: ແພ້ ກີ່ນແພ້ອາກາດ.
  4. ລະບົບຂັບຖ່າຍມີບັນຫາ ຖອກທ້ອງ ແລະທ້ອງຜູກ.
  5. ປວດເມື່ອຍກ້າມຊີ້ນ ແລະ ຕາມຂໍ່ຕ່າງໆ.
  6. ມີກິ່ນປາກ ແລະເປັນບາດ ແຜໃນປາກ.
  7. ນອນຫຼັບຍາກຕື່ນນອນມາກໍຮູ້ສຶກວ່າພັກຜ່ອນບໍ່ພຽງພໍ.
  8. ອາລົມປັ່ນປ່ວນງ່າຍ.
  9. ຜິວແຫ້ງ, ຜິວໝອງຄ້ຳ, ເຮັດໃຫ້ເກີດຮອຍຫ່ຽວງ່າຍ.
  10. ສະໝອງບໍ່ປອດໂປ່ງ ຄວາມຈຳສັ້ນຄິດຫຍັງບໍ່ຄ່ອຍອອກ.
  11. ຮຽບຮຽງໂດຍ: ຟ້າ