ໝາກເຂືອຂື່ນ ມີປະໂຫຍດຕໍ່ສຸຂະພາບ

ໝາກເຂືອຂື່ນເປັນຕົ້ນກີ່ງໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງຂອງລຳຕົ້ນປະມານ 1–2  ແມັດ.ໃບ: ເປັນໃບດ່ຽວອອກລຽງສະຫຼັບ, ລັກສະນະຂອງໃບມີຫຼາຍຮູບຮ່າງ, ແຜ່ນໃບຮູບໄຂ່, ປາຍໃບແຫຼມ ຫຼື ມົນ, ໃບເປັນຮູບຫົວໃຈ, ຖານໃບທັງສອງດ້ານຈະ ເຍື້ອງກັນເລັກນ້ອຍ, ຫຼັງໃບເປັນສີຂຽວ, ສ່ວນພື້ນໃບລຽບເປັນມັນ, ແຜ່ນໃບມີຮູບດາວທັງສອງ ດ້ານມີໜາມແຫຼມຕາມເສັ້ນກາງໃບ, ກ້ານໃບປ້ອມ ສັ້ນປະມານ  3–7 ຊັງຕີແມັດແລະອາດຈະພົບໜາມ ຕາມກ້ານໃບ.

ໃຜກໍ່ຮູ້ດີວ່າໝາກເຂືອຂື່ນນັ້ນມີກິ່ນທີ່ຮຸນແຮງ ແລະໝາກເຂືອຂື່ນອຸດົມໄປດ້ວຍວິຕາມີນ ແລະແຮ່ທາດຫຼາຍຊະນິດ ໂດຍຄຸນຄ່າທາງໂພສະນາການ ຂອງໝາກເຂືອຂື່ນຕໍ່ 100 ກຼາມ ຈະປະກອບໄປ ດ້ວຍວິຕາມີນຊີ 63 ມິນລີກຼາມ, ແຄລຊຽມ 55  ມີນລີກຼາມ, ຟົດສະຟໍຣັດ 22 ມີນລີກຼາມ, ສານສຳ ຄັນໃນໝາກເຂືອຂື່ນຄື: ສານອັລຄາລອຍຕ່າງໆ ແລະຍັງມີປະໂຫຍດຕໍ່ສຸຂະພາບເຮົາ ຫຼື ຢ່າງຄາດບໍ່ ເຖິງອີກດ້ວຍ.

  1. ຢາບຳລຸງກຳລັງ.
  2. ຢາແກ້ຂີ້ກະເທີ.
  3. ແກ້ຕາຕໍ້ ແລະແກ້ໄຂ້.
  4. ຮັກສາແຜເປັນ ແລະຫືດ ເປັນຕົ້ນ.
  5. ໃບສົດໃຊ້ພາຍນອກນຳມາຕຳໂພະແກ້ພິດ, ແກ້ຝີໜອງ.
    1. ຮຽບຮຽງໂດຍ: ຟ້າ