ຄວາມສຳພັນນິກ-ປຣີຍັງກາຍັງຮັກກັນດີຄືເກົ່

ຫຼັງຈາກສະຫຼະໂສດແຕ່ງ ດອງຜ່ານໄປໄດ້ 4 ເດືອນ ກໍ່ມີຂ່າວ ລືອອກມາເຖິງຄວາມສຳພັນຂອງ ນັກຮ້ອງໜຸ່ມ ນິກ ໂຈນັສ ແລະ ນັກສະແດງສາວອະດີດມິສເວີລ ປີ 2000 ຄື ປຣີຍັງກາໂຊປຣາ ເຖິງແມ່ນວ່າຝ່າຍຍິງຈະມີອາຍຸຫຼາຍກວ່າ 11 ປີເລີຍກໍຕາມ.

ເຖິງແມ່ນວ່າຈະມີຂ່າວອອກ ມາຕະຫຼອດວ່າອາດຕ້ອງເລີກກັນ ແຕ່ປຣີຍັງກາ ແລະນິກກໍ່ພິສູດໃຫ້ ເຫັນດ້ວຍການອອກງານຮ່ວມກັນ ຫຼັງຈາກແຕ່ງດອງ ແລະກໍຍັງມີຄວາມສຸກສະເໝີເມື່ອຫວນນຶກ ເຖິງວັນແຕ່ງດອງທີ່ພະລາດຊະວັງ Taj Umaid Bhawanໃນເມືອງ Jodhpur ຂອງປະເທດອິນເດຍ, ໂດຍປຣິຍັງກາເປີດເຜີຍຫຼັງຈາກ ແຕ່ງດອງວ່າມັນມີຄວາມແຕກ ຕ່າງລະຫວ່າງການເປັນສາມີກັບ ແຟນລະຫວ່າງການເປັນສາມີກັບ ຄູ່ໝັ້ນກ່ອນໜ້ານີ້ບໍ່ເຄີຍເຂົ້າໃຈເລີຍຈະດີຂະໜາດນີ້ຈົນເຖິງວັນທີ່ ຂ້ອຍໄດ້ແຕ່ງດອງມັນເປັນເລື່ອງ ລາວທີ່ດີໆທີ່ໄດ້ແຕ່ງດອງກັບສາມີ ທີ່ດີທີ່ສຸດ, ຊຶ່ງຄວາມຮັກຂອງທັງ ສອງຍັງສົດໄສເປັນຄູ່ໃໝ່ປາມັນຂະ ໜາດນີ້ກໍ່ຢ່າຟ້າວອວຍພອນໃຫ້ ເລີກກັນເລີຍ.

 ນສພ ເສດຖະກິດ-ສັງຄົມ