ສະພາບລວມການພັດທະນາເສດຖະກິດຂອງແຂວງອຸດົມໄຊ

  ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງ ແຂວງອຸດົມໄຊ ໃນໄລຍະ 1 ປີຜ່ານມາເຫັນມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍທາງສັງຄົມເປັນປັດໄຈພື້ນຖານທີ່ອຳນວຍຄວາມສະດວກໃຫ້ແກ່ການພັດທະ ນາ, ປະຊາຊົນລາວບັນດາເຜົ່າມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ແລະການນໍາພາຂອງພັກ, ຕັ້ງໜ້າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າ ງສາພັດທະນາຢ່າງເປັນຂະບວນຟົດຟື້ນ.

  ອີງຕາມແຜນພັດທະນາເສດຖະກິດສັງຄົມປະຈຳປີ 2018 ຂອງ ແຂວງອຸດົມໄຊ ໂດຍລວມແລ້ວເຫັນວ່າດ້ານເສດຖະກິດມະຫາພາກຂອງແຂວງອຸດົມໄຊມີການຂະຫຍາຍຕົວໂດຍສະເພາະແມ່ນການເຕີບໂຕຂອງເສດຖະກິດທີ່ຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 7,23% ທຽບໃສ່ມະຕິທີ່ສະພາຮັບຮອງແມ່ນ 7,70%, ຫຼຸດຄາດໝາຍເລັກໜ້ອຍ, ລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ບັນລຸ 3.773, ຕື້ກີບ ເທົ່າກັບ 443,88 ລ້ານໂດ ລາສະຫະລັດສະເລ່ຍຕໍ່ຫົວຄົນໄດ້ 1.388 ໂດລາ.ໃນນັ້ນຂະແໜງກະສິກຳ ແລະປ່າໄມ້ຂະຫຍາຍຕົວ 6,95%, ອຸດສາຫະກຳຂະຫຍາຍຕົວ 3,07%, ຂະແໜງບໍລິການ 12 ,31 % ແລະພາສີອາກອນຜະລິດຕະພັນ ແລະຂາເຂົ້າຂະຫຍາຍຕົວ 7,92%, ດັດຊະນີລາຄ່າການຊົມໃຊ້ ແລະອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 0,57% ລວມແລ້ວມີການປ່ຽນແປງຍ້ອນລາຄາສິນຄ້າບາງໝວດປ່ຽນແປງເປັນຕົ້ນແມ່ນເຄື່ອງນຸ່ງຫົ່ມ, ທີ່ພັກອາໄສ, ໄຟຟ້າ, ນໍ້າປະປາ, ເຄື່ອງໃຊ້ໃນຄົວເຮືອນ, ຮັກສາສຸຂະພາບ ແລະຢາ, ຄົມມະນາຄົມ ແລະຂົນສົ່ງ ແລະ ອື່ນໆ, ການປະຕິບັດລາຍຮັບລາຍຈ່າຍງົບປະມານແຫ່ງລັດສາມາດຈັດເກັບລາຍຮັບໄດ້ທັງໝົດ 143 ,13 ຕື້ກີບ ປະຕິບັດໄດ້ລື່ນແຜນ 4,16%, ການຄຸ້ມຄອງລາຍຈ່າຍປະຕິບັດໄດ້ 424,74 ຕື້ກີບ ເທົ່າກັບ 97,912% ຂອງ ແຜນການ, ສະພາບການລົງທຶນໂດຍລວມທົ່ວສັງຄົມປະຕິບັດໄດ້ 1.436 ຕື້ກີບ ປະຕິບັດໄດ້ລື່ນແຜນ 17,5%.

 ສ່ວນຄາດໝາຍສູ້ຊົນໃນປີ 2019 ນີ້ຕ້ອງສ້າງມູນຄ່າຜະລິດຕະພັນພາຍໃນໃຫ້ບັນລຸ 4.063,5 ຕື້ກີບ ສະເລ່ຍຕໍ່ຫົວຄົນໃຫ້ບັນລຸ 1.501 ໂດລາສະຫະລັດ, ຈັດເກັບລາຍຮັບເຂົ້າງົບປະມານຂອງແຂວງໃຫ້ໄດ້ 129 ຕື້ກວ່າກີບ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບບໍ່ເກີນ 440 ຕື້ກວ່າກີບ.

ໂດຍ: ຄານມະນີ ຮຽນດໍຈັນ