ອີ້ຫຍາງຊຽນຊີ ນັກຮ້ອງຕົວແບບຈີນ ຮ່ວມສົ່ງເສີມສຸຂະພາບໜຸ່ມສາວ

ໃນວັນທີ 8 ເມສາທີ່ຜ່ານມາອີ້ຫຍາງຊຽນຊີ ຫຼື ແຈ໊ກສັນອີ້ ສີລະປິນວົງທີເອຟບອຍ (TFBOYS) ສປ ຈີນເຂົ້າຮ່ວມກອງປະ ຊຸມເຍົາວະຊົນສະພາເສດຖະກິດ ແລະສັງຄົມແຫ່ງສະຫະປະຊາຊາດ ໃນວາລະອາຊີ ແລະປາຊິຟິກຮ່ວມ ແບ່ງປັນວິໄສທັດກ່ຽວກັບສົ່ງເສີມໃຫ້ຄົນໜຸ່ມສາວມີສຸຂະພາບແຂງ ແຮງ ໂດຍອ້າງອິງປະສົບການ າກການທີ່ລາວ ໄດ້ເຮັດວຽກ ຮ່ວມກັບອົງການອະນາໄມໂລກ (WTO).

ທັງນີ້ອີ້ຫຍາງກ່າວວ່າການພັດທະນາສັງຄົມໃຫ້ມີສຸຂະພາບ ດີຂຶ້ນຕ້ອງເລີ່ມຈາກການກະທຳ ຂອງເຮົາເອງຕ້ອງເລືອກເຮັດສິ່ງທີ່ເຮັດໃຫ້ເຮົາມີສຸຂະພາບດີແລ້ວ ຈຶ່ງສົ່ງຕໍ່ຄວາມພະຍາຍາມນີ້ໃຫ້ກັບຜູ້ອື່ນທີ່ຕ້ອງການຄວາມຊ່ວຍເຫຼືອຕໍ່ໄປຄືເດັກນ້ອຍ ແລະໄວໜຸ່ມ, ໃນຖານະທູດພິເສດດ້ານສຸຂະພາບ ຂອງອົງການອະນາໄມໂລກຈີນ ອີ້ຫຍາງຊຽນຊີສີລະປິນຕົວແບບ ຄົນນີ້ໄດ້ເຮັດວຽກກັບໜ່ວຍງານ ດ້ານສຸຂະພາບຂອງສະຫະປະຊາ ຊາດໃນຈີນມາຕັ້ງແຕ່ປີ 2017 ກ່ຽວກັບການສົ່ງເສີມໃຫ້ຄົນໜຸ່ມ ສາວໃຊ້ຊີວິດມີສຸຂະພາບດີທັງຍັງເຮັດວຽກຜ່ານກອງທຶນຂອງຕົນ ມາຕັ້ງແຕ່ປີ 2017 ເພື່ອຊອກຫາ ເງິນຊ່ວຍເຫຼືອບັບດາເດັກນ້້ອຍຜູ້ ດ້ອຍໂອກາດ, ນອກຈາກນີ້ອີ້ຫຍາງຍັງຮຽກຮ້ອງໃຫ້ປະຊາຄົມໂລກດຳເນີນການຮ່ວມກັນເພື່ອບັນລຸເປົ້າ ໝາຍສຳຄັນນັ້ນຄືການເຮັດໃຫ້ ເດັກນ້ອຍມີອະນາຄົດທີ່ດີຂຶ້ນ ແລະ ສຸຂະພາບທີ່ດີຍີ່ງຂຶ້ນ.

ນສພ ເສດຖະກິດ-ສັງຄົມ