ສັບພະຄຸນທາງຢາຂອງໝາກຖົ່ວດໍາ ສາມາດປິ່ນປົວພະຍາດໄດ້

ເປັນທີ່ຮູ້ຈັກກັນດີວ່າແຫຼ່ງອາຫານຂອງໂປຣຕິນໄດ້ມາຈາກຊີ້ນສັດ, ນົມ ແລະພືດ ໂດຍສະເພາະໃນໝາກຖົ່ວ ຊຶ່ງເປັນແຫ່ງໂປຣຕິນທີ່ດີ ແລະມື້ນີ້ເຮົາ       ຂໍມາແນະນຳໂປຣຕິນຈາກຖົ່ວຊະນິດໜຶ່ງຊຶ່ງຫຼາຍທ່ານອາດຍັງບໍ່ຮູ້ຈັກດີພໍນັ້ນຄືຖົ່ວດຳນອກຈາກຈະໃຫ້ໂປຣຕິນສູງແລ້ວຍັງເຕັມໄປດ້ວຍປະໂຫຍດຫຼາກ ຫຼາຍ.

  1. ລ້າງຜິດໃນຮ່າງກາຍ: ຖົ່ວດຳມີສານຟຣາໂວ ນອຍ ຫຼື ສານລ້າງສານພິດເພາະໃນຖົ່ວດຳນັ້ນມີສານສຳຄັນຢ່າງແອນໂທໄຊຢານິນ ຊຶ່ງນັບເປັນໂຕ ລ້າງສານພິດທີ່ດີ.
  2. ພະຍາດຕຸ້ຍ: ຖົ່ວດຳນັ້ນອຸດົມໄປດ້ວຍສານ ເສັ້ນໃຍອາຫານ, ຟົດຟໍຣັດ, ແຄສຊຽມ, ເຫຼັກ, ວິຕາ ມິນບີ 1 ແລະ2 ໄນອາຊິນ ທີ່ຫຼຸດຄວາມຕຸ້ຍ ແລະ ສານທີ່ກຳຈັດສານພິດໃນໄລຍະທຳອິດຂອງການຫຼຸດນໍ້າໜັກຖົ່ວດຳຈະດູດຊຶມສານທີ່ກຳຈັດສານພິດອອກກ່ອນ ແລະເມື່ອສານພິດທີ່ສະສົມຢູ່ໃນຮ່າງກາຍອອກໄປແລ້ວເຖິງຈະດູດຊຶມສານທີ່ຫຼຸດຄວາມຕຸ້ຍ ອອກ ຊຶ່ງຈະເຮັດໃຫ້ໄຂມັນໃນຮ່າງກາຍເລີ່ມສະ ຫຼາຍ.
  3. ປ້ອງກັນພະຍາດມະເຮັງ: ສານເຈນິຕິນໃນ ຖົ່ວມີປະໂຫຍດໃນການປ້ອງກັນພະຍາດມະເຮັງແລະພະຍາດ່ຕ່າງໆໄດ້ເປັນຢ່າງດີຫຼຸດຄວາມສ່ຽງທີ່ຈະ ເປັນມະເຮັງລຳໄສ້, ທັງຍັງປ້ອງກັນມະເຮັງກະເພາະ ອາຫານອີກດ້ວຍ.
  4. ປ້ອງກັນຄວາມດັນເລືອດສູງ ແລະຫຼຸດຄໍ ເລສເຕີຣໍ: ເພາະໃນຖົ່ວດຳອຸດົມໄປດ້ວຍວິຕາມິນອີ ແລະໂປຣຕັສຊຽມທີ່ຫຼຸດຄວາມດັນເລືອດ ໂດຍການ ຂະຫຍາຍເສັ້ນເລືອດໃຫ້ກວ້າງຂຶ້ນກັບແຄສຊຽມທີ່ເຮັດໃຫ້ກ້າມຊີ້ນຂອງເສັ້ນເລືອດມີຄວາມແຂງແຮງ ຫຼາຍຂຶ້ນ.
  5. ບຳລຸງສະໝອງ: ສານເລຊິຕິນໃນຖົ່ວດຳຊ່ວຍບຳລຸງສະໝອງຊ່ວຍການເຮັດວຽກຂອງສະໝອງ.
  6. ຮຽບຮຽງໂດຍ: ຟ້າ