ຈີນລົງນາມສ້າງເຂື່ອນໃຫ້ປາກິດ ສະຖານ

ເມື່ອບໍ່ດົນມານີ້ ບໍລິສັດກໍ່ສ້າງ ແລະວິສາວະກຳຂອງຈີນ ໄຊນ່າເກີ ໂຈວປ້າ ກຣຸບ ຈຳກັດ (CGGC) ໄດ້ລົງນາມໃນສັນຍາກັບປາກິດສະຖານ ເພື່ອຮ່ວມດຳເນີນໂຄງການພະລັງງານນໍ້າມູນຄ່າ 1,9 ຕື້ໂດລາສະຫະລັດ.

ຕາມຂ່າວຊິນຮວາລາຍງານວ່າໂຄງການໄຟຟ້າພະລັງງານນໍ້າ Moh mand ນີ້ສ້າງຂຶ້ນໃນແຂວງ KhyberPakhtunkhwa ທາງພາກຕາ ເວັນຕົກສຽງເໜືອຂອງປາກິດສະຖານປະກອບດ້ວຍການສ້າງເຂື່ອນໃນແມ່ນໍ້າ ແລະການຕິດຕັ້ງເຄື່ອງກຳເນີດໄຟຟ້າ 4 ເຄື່ອງລວມ 800 ເມກະ ວັດ ຊຶ່ງໂຄງການນີ້ເປັນການຮ່ວມທຶນລະຫວ່າງບໍລິສັດ CGGC ແລະບໍລິສັດ Descom ຂອງປາກິດສະຖານ ໂດຍມີອັດຕາສ່ວນການຖືຮຸ້ນ ຢູ່ທີ່ 70% ແລະ 30% ຕາມລຳດັບ, ໂຄງການດັ່ງກ່າວໄດ້້ຮັບການອອກ ແບບມາເພື່ອຊ່ວຍປົກປ້ອງພື້ນທີ່ໃນທ້ອງຖິ່ນຈາກເຫດນໍ້າຖ້ວມພື້ນທີ່ກະ ສິກຳຂະໜາດໃຫຍ່ ເພື່ອຜະລິດໄຟຟ້າໄດ້ 2,86 ຕື້ກິໂລວັດຊົ່ວໂມງຕໍ່ປີ  ແລະເພື່ອເປັນແຫຼ່ງນໍ້າດື່ມໃຫ້ແກ່ປະຊາຊົນໃນທ້ອງຖິ່ນປະມານ 140 ລ້ານແມັດກ້ອນຕໍ່ປີ, ສຳລັບການກຳນົດການດຳເນີນໂຄງການຄາດວ່າຈະແລ້ວສຳເລັດພາຍໃນປະມານ 70 ເດືອນ ທັງນີ້ ໂຄງການດັ່ງກ່າວຈະຊ່ວຍສ້າງວຽກເຮັດປະມານ 6.000 ຄົນ ໃຫ້ແກ່ຜູ້ຄົນໃນປາກິດສະຖານ.

ບໍລິສັດ CGGC ມີສຳນັກງານໃຫຍ່ຢູ່ທີ່ເມືອງອູ່ຮັ່ນທາງພາກກາງ ຂອງຈີນ ແລະມີຊື່ສຽງໃນຖານະຜູ້ສ້າງເຂື່ອນສາມຜາໃນຈີນສ່ວນໂຄງການໄຟຟ້າພະລັງງານນໍ້າທີ່ສຳຄັນໃນປາກິດສະຖານມີຄື: ໂຄງການແມ່ນໍ້ານີລໍາ-ເມລໍາ, ໂຄງການດາຊູ ແລະໂຄງການຊູກີກີນາຣີ.

ນສພ ເສດຖະກິດ-ສັງຄົມ