ຝຣັ່ງສັ່ງຊື້ລົດໂດຍສານໄຟຟ້າ 800 ຄັນ

ຝຣັ່ງສັ່ງຊື້ລົດໂດຍສານໄຟຟ້າໃໝ່ຈຳນວນ 800 ຄັນ ເພື່ອໃຫ້ບໍລິການໃນນະຄອນຫຼວງປາຣີຂອງຝຣັ່ງ ແທນລົດ ໂດຍສານທີ່ໃຊ້ເຄື່ອງຈັກ ນໍ້າມັນກາຊວນແກ້ໄຂບັນຫາມົນລະພິດ.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 8 ເມສາທີ່ຜ່ານມາວ່າ ສຳ ນັກງານຂົນສົ່ງສາທາລະນະຄອນຫຼວງປາຣີໄດ້ຈັດຊື້ລົດໂດຍສານໄຟຟ້າໃໝ່ຈຳນວນ 800 ຄັນ ມູນຄ່າ 400 ລ້ານເອີໂຣ ໂດຍຈະເລີ່ມຈັດຊື້ ຊຸດທຳອິດ 150 ຄັນ ພາຍໃນປີ 2020 ແລະທະຍ້ອຍສົ່ງມອບຈົນເຖິງປີ 2022 ໃຫ້ສຳເລັດເພື່ອໃຫ້ບໍລິການໃນເມືອງຫຼວງແທນທີ່ລົດໂດຍສານ ທີ່ນຳໃຊ້ເຄື່ອງຈັກນ້ຳມັນກາຊວນ ເພື່ອແກ້ໄຂບັນຫາມົນລະພິດທາງອາ ກາດທີ່ໃກ້ເປັນເຈົ້າພາບຈັດການແຂ່ງຂັນກີລາໂອລິມປິກ 2024 ຊຶ່ງນັບເປັນການຈັດຊື້ລົດເມໄຟຟ້າຄັ້ງໃຫຍ່ສຸດໃນເອີຣົບ.

ຢ່າງໃດກໍຕາມທາງການທ້ອງຖິ່ນໃນປາຣີມີເປົ້າໝາຍໃຫ້ນະຄອນຫຼວງຂອງຝຣັ່ງບໍລິການລົດໂດຍສານພະລັງງານສະອາດ 100% ພາຍໃນປີ 2025 ທັງພະລັງງານໄຟຟ້າ ແລະເຊື້ອເພີງຊີວະພາບ.

ນສພ ເສດຖະກິດ-ສັຄົມ