ຫລວງນໍ້າທາ ເປີດເທສະການດົນຕີນໍ້າທາ ເພື່ອດຶງດູດນັກທ່ອງທ່ຽວ

ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 23-24 ກຸມພາ 2024 ຜ່ານມາ, ແຂວງຫລວງນໍ້າທາ ເປີດເທສະການດົນຕີນໍ້າທາ (ນໍ້າທາມິວສິກ ຄານິວໍ) ທີ່ບ້ານນໍ້າດີ ເມືອງຫລວງນໍ້າທາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງຫລວງນໍ້າທານັບມື້ນັບຫລາຍຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຄຳຟອງ ອິນມະນີ ປະທານສະພາປະຊາຊົນແຂວງ, ທ່ານ ບົວເງິນ ຊາພູວົງ ອາດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ພ້ອມດ້ວຍນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ.
 
ທ່ານ ສີສຸພັນ ທຳປັນຍາ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງຫລວງນໍ້າທາ ໄດ້ກ່າວວ່າ: ປີ 2024 ເປັນປີທີ່ລັດຖະບານແຫ່ງ ສປປ ລາວ ອະນຸມັດໃຫ້ເປີດປີທ່ອງທ່ຽວ ພ້ອມດຽວກັນນັ້ນ ບໍລິສັດນໍ້າດີພັດທະນາ ຈຳກັດຜູ້ດຽວ ກໍໄດ້ສໍາເລັດຂັ້ນພື້ນຖານ ໃນການກໍ່ສ້າງແຫລ່ງທ່ອງທ່ຽວນໍ້າດີ ເພື່ອສ້າງຄວາມຫລາກຫລາຍຂອງກິດຈະກໍາການທ່ອງທ່ຽວ, ເຮັດເປັນເທສະການປະຈຳປີຢູ່ແຂວງຫລວງນໍ້າທາ ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງຫລວງນໍ້າທາ ນັບມື້ນັບຫລາຍຂຶ້ນ, ເຊິ່ງບໍລິສັດນໍ້າດີພັດທະນາ ຈໍາກັດຜູ້ດຽວ ໄດ້ນໍາສະເໜີແນວຄວາມຄິດນີ້ ຕໍ່ຄະນະພັກຂັ້ນເທິງ ຈັດປີທ່ອງທ່ຽວ 2024 ຂັ້ນແຂວງ ເພື່ອຈັດງານເທສະການດົນຕີ ແລະ ກິລາ (Namtha Music Carnival) ນີ້ຂຶ້ນ ທັງເປັນກິດຈະກຳສົ່ງເສີມປີທ່ອງທ່ຽວລາວ ທີ່ແຂວງຫລວງນໍ້າທາ ພ້ອມທັງເປັນການສົ່ງເສີມ, ພັດທະນາ ແລະ ສ້າງມູນຄ່າເພີ່ມຕໍ່ການທ່ອງທ່ຽວ, ສ້າງບັນຍາກາດໃຫ້ສາມາດກະຕຸ້ນເສດຖະກິດພາຍໃນ, ລາຍຮັບໃຫ້ຜູ້ບໍລິການ, ສ້າງວຽກເຮັດງານທຳໃຫ້ປະຊາຊົນແຂວງຫລວງນ້ຳທາ ໃຫ້ດີຂຶ້ນກວ່າເກົ່າ. ການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງຫລວງນໍ້າທາ ມີທັງໝົດ 15 ກິດຈະກໍາໃຫຍ່ ໃນນີ້, ກິດຈະກຳລະດັບຊາດມີ 1 ກິດຈະກຳ, ລະດັບແຂວງ 5 ກິດຈະກຳ ແລະ ລະດັບເມືອງ 9 ກິດຈະກໍາ.
 
ໃນທ້າຍເດືອນ ທັນວາ 2023 ຜ່ານມາ ແຂວງຫລວງນໍ້າ ກໍໄດ້ຈັດພິທີເປີດປີທ່ອງທ່ຽວຂຶ້ນຢ່າງເປັນທາງການແລ້ວ. ສຳລັບໃນເດືອນມັງກອນ ແລະກຸມພານີ້ມີຫລາຍເມືອງກໍໄດ້ຈັດກິດຈະກໍາສົ່ງເສີມປີທ່ອງທ່ຽວ 2024 ໄປແລ້ວເປັນຕົ້ນເມືອງສິງ, ເມືອງນາແລ, ເມືອງລອງ ແລະ ເມືອງວຽງພູຄາ. ສ່ວນກິດຈະກຳລະດັບຊາດແມ່ນຈະຈັດຢູ່ເມືອງສິງຮ່ວມກັບງານບຸນນະມັດສະການພະທາດຫລວງຈຽງຕຶງໃນເດືອນພະຈິກ 2024. ພ້ອມນີ້, ໄດ້ມີຫລາຍບ້ານຢູ່ບັນດາເມືອງພາຍໃນແຂວງກໍໄດ້ຈັດ ກິດຈະກຳບຸນປະເພນີຂອງປະຊາຊົນບັນດາເຜົ່າ ທີ່ຈະຈັດຂຶ້ນຕາມປະຕິທິນຂອງຕົນ ຕະຫລອດປີ 2024 ນີ້ນອກນີ້, ໃນເດືອນກຸມພາຈະໄດ້ຈັດປະເພນີບຸນມະໂຫລານຊົນເຜົ່າໄຕ໋ດຳ ຢູ່ເຂດບ້ານທົ່ງດີຕື່ມອີກ.
ຂ່າວ: ມຸນຕີ