ແມ່ຍິງ 6 ອົງການອ້ອມຂ້າງສູນກາງພັກ ຈັດພິທີຍ່າງເພື່ອສຸຂະພາບ ສະຫຼອງວັນແມ່ຍິງສາກົນ

ສະຫະພັນແມ່ຍິງ 6 ອົງການອ້ອມຂ້າງສູນກາງພັກ ຫຼັກ 6 ປະກອບມີ: ສະຫະພັນແມ່ຍິງຫ້ອງວ່າການສູນກາງພັກ (ຫສພ), ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ, ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ, ສະຫະພັນແມ່ຍິງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ສະຫະພັນແມ່ຍິງສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ໄດ້ຈັດພິທີຍ່າງເພື່ອສຸຂະພາບ ແລະ ອອກແຮງງານລວມ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ຂຶ້ນໃນວັນທີ 1 ມີນານີ້ ທີ່ສຳນັກງານສູນກາງພັກ ຫຼັກ 6 ໂດຍມີ ທ່ານ ນາງ ໃບຄູນ ສົມບັດດວງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຫສພ, ມີປະທານສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ, ປະທານສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ, ປະທານສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ, ປະທານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ, ປະທານສະຫະພັນແມ່ຍິງ ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ ພ້ອມດ້ວຍສະມາຊິກສະຫະພັນຍິງ 6 ອົງການ ອ້ອມຂ້າງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
 
ຈຸດປະສົງຂອງພິທີດັ່ງກ່າວເພື່ອສະເຫຼີມສະຫຼອງ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 114 ປີ ໃຫ້ເປັນຂະບວນຟົດຟື້ນ, ຮັດແໜ້ນຄວາມສາມັກຄີລະຫວ່າງສະມາຊິກ ສະຫະພັນແມ່ຍິງ 6 ອົງການ ອ້ອມຂ້າງສູນກາງພັກ ຫຼັກ 6.
ຂ່າວ-ພາບ: ແສງຈັນ