ເປີດງານບຸນປະເພນີເຜົ່າກະຕູ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024

ພິທີເປີດງານບຸນປະເພນີຂອງເຜົ່າກະຕູ ບ້ານກັນດອນໃຫມ່ ເມືອງທ່າແຕງ ແຂວງເຊກອງ ເພື່ອສົ່ງເສີມການທ່ອງທ່ຽວລາວ ປີ 2024 ໄດ້ຈັດຂຶ້ນໃນວັນທີ 5 ມີນາ, ໂດຍການເຂົ້າຮ່ວມຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງທ່າແຕງ, ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ, ມີບັນດາຂະແຫນງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ອໍານາດປົກຄອງບ້ານຕະຫລອດຮອດປະຊາຊົນພາຍໃນບ້ານກັນດອນໃຫມ່, ນັກທ່ອງທ່ຽວພາຍໃນ ແລະຕ່າປະເທດເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ເພັດຄໍາ ກອນດອນ ຮອງນາຍບ້ານກັນດອນໃຫມ່ ໄດ້ລາຍງານການກະກຽມຄວາມພ້ອມ ແລະຍົກໃຫ້ເຫັນປະຫວັດຄວາມເປັນມາຂອງບ້ານ ແລະບຸນປະເພນີເຜົ່າກະຕູ; ຊຶ່ງບ້ານກັນດອນໃໝ່ແມ່ນບ້ານໜຶ່ງຂອງເມອງທ່າແຕງ ໃນເມື່ອກ່ອນ (ໄລຍະສະໄໝສົງຄາມ) ແມ່ນຂຶ້ນກັບເມືອງກະລືມ ໃນເວລານັ້ນການດໍາລົງຊີວິດຂອງປະຊາຊົນແມ່ນມີຄວາມຫຍຸ້ງຍາກໂດຍສະເພາະແມ່ນເສັ້ນທາງຄົມມະນາຄົມການໄປ-ມາ, ການຜະລິດສະບຽງອາຫານກໍບໍ່ພຽງພໍກັບຄວາມຕ້ອງການບໍລິໂພກຕົວຈິງ. ຕົກມາຮອດປີ 1975 ປະຊາຊົນມີແນວຄິດຢາກພັດທະນາ ຈິ່ງພາກັນລົງມາຕັ້ງບ້ານເຂດພູພຽງບໍລິເວນເມືອງທ່າແຕງ ໂດຍໃສ່ຊື່ ບ້ານກັນດອນໃໝ່ ມີເນື້ອທີ່ການປົກຄອງທັງໝົດ 1.574,4 ເຮັກຕາ, ປະກອບມີ 191 ຫຼັງຄາເຮອນ 317 ຄອບຄົວ, ມີພົນລະເມືອງທັງໝົດ 1.390 ຄົນ, ຍິງ 713 ຄົນ ເຜົ່າກະຕູກວມ 94% ແລະປະຊາຊົນຍຶດຖືອາຊີບເຮັດນາ, ເຮັດໄຮ່,ລ້ຽງສັດ ແລະຫັດຖະກຳຕໍ່າແຜ່ນແພ-ຈັກສານ ເປັນຫຼັກ. ປັດຈຸບັນມີຄອບຄົວເຫຼືອກິນ 150 ຄອບຄົວ, ຄອບຄົວກຸ້ມກິນ 140 ຄອບຄົວ, ຂາດເຂີນ 27 ຄອບຄົວ, ສະເລ່ຍລາຍຮັບໃສ່ພົນລະເມືອງບັນລຸໄດ້ 5,67 ລ້ານກີບຕໍ່ຄົນຕໍ່ປີ ແລະ ໄດ້ຮັບນາມມະຍົດ ເປັນບ້ານວັດທະນະທໍາໃນປີ 2008 ຊ່ງເປັນບ້ານທໍາອິດຂອງແຂວງເຊກອງ; ສ່ວນວຽກງານການທ່ອງທ່ຽວພາຍໃນບ້ານມີໂຮມສະເຕ 10 ຫຼັງ ແລະ ມີຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ເປັນຕົ້ນແຜ່ນແພຊົນເຜົ່າ, ຟ້ອນເຂນ, ຫໍກວນ ແລະມີສະຖານທີ່ທ່ອງທ່ຽວທໍາມະຊາດນໍ້າຕົກຕາດຊຽງຍືນ ໃນແຕ່ລະປີມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວສະເລ່ຍ 150 ເທື່ອຄົນຕໍ່ປີ.

ໂອກາດນີ້, ທ່ານ ວີພັດ ແສງມະນີ ນ້າຍບ້ານກັນດອນໃຫມ່ ໄດ້ກ່າວວ່າ: ງານບຸນປະເພນີຂອງເຜົ່າກະຕູ ບ້ານກັນດອນໃໝ່ ແມ່ນປະເພນີໜຶ່ງທີ່ບ້ານຂອງພວກເຮົາ ເຄີຍປະຕິບັດສບຕໍ່ກັນມາ ໂດຍກໍານົດເອົາວັນທີ 5 ມີນາຂອງທຸກໆປີ ເພື່ອສົ່ງເສີມ ແລະ ເສີມຂະຫຍາຍອະນຸລັກຮັກສາວັດທະນະທໍາ ທີ່ເປັນເອກະລັກ, ປະເພນີອັນດີງາມ ຂອງບັນດາເຜົ່າໃຫ້ຄົງຢູ່ກັບປະຊາຊົນຕະຫຼອດໄປ. ຊຶ່ງປີນີ້ເປັນທີ່ມີຄວາມໝາຍສໍາຄັນ ແລະເປັນກິດຈໍາໜຶ່ງ ທີ່ໄດ້ກໍານົດເຂົ້າໃນການສົ່ງເສີມການທ່ອງທ່ຽວລາວ 2024 ຂອງແຂວງເຊກອງ ເພື່ອແນໃສ່ດຶງດູດເຂົ້າມາທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໂດຍສະເພາະແມ່ນເມືອງທ່າແຕງ ແຂວງເຊກອງໃຫ້ໄດ້ຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ, ສ້າງລາຍໄດ້ໃຫ້ປະຊາຊົນກໍຄືການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຂະຫຍາຍຕົວດີຂຶ້ນ.

ໃນໂອກາດເຂົ້າຮ່ວມ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງກໍໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ແລະລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນໃຫ້ແກ່ການເປີດງານດັ່ງກ່າວ.
---
ຂ່າວ:ພຸດທະສອນ