ໄອເອັມເອຟປັບຫຼຸດການເຕີບໂຕເສດຖະກິດໂລກ

ວັນທີ 9 ເມສາທີ່ຜ່ານມາ ກອງທຶນການເງິນສາກົນ (ໄອ ເອັມເອຟ) ປະກາດປັບຫຼຸດຕົວເລກການຄາດຄະເນເສດຖະກິດ ໂລກປີ 2019 ສູ່ລະດັບ 3,3% ຈາກ 3,5% ເພາະຜົນກະທົບ ຄວາມຂັດແຍ້ງທາງການຄ້າ ລວມທັງການຄວບຄຸມນະໂຍບາຍການເງິນຂອງທະນາຄານກາງອາເມລິກາ (ເຟດ).

ຕາມຂ່າວຕ່າງປະເທດລາຍງານວ່າ ໄອເອັມເອຟປັບຫຼຸດຄາດຄະເນເສດຖະກິດໂລກປີນີ້ລົງເຫຼືອ 3,3% ແລະຄາດວ່າເສດຖະກິດ ໂລກຈະຂະຫຍາຍຕົວ 3,6% ໃນ ປີໜ້າ ພ້ອມທັງຄາດຄະເນເສດຖະກິດໃນປະເທດພັດທະນາແລ້ວ ແລະ ປະເທດເສດຖະກິດເກີດໃໝ່ໃນພາກ ພື້ນອາຊີປີນີ້ ແລະປີໜ້າຂະຫຍາຍ ຕົວທີ່ອັດຕາ 6,3%, ສ່ວນເສດ ຖະກິດຈີນຈະຂະຫຍາຍຕົວ 6,3% ໃນປີນີ້ ແລະປີໜ້າຂະຫຍາຍຕົວໃນ ອັດຕາ 6,1%, ໄອເອັມເອຟປັບຫຼຸດ ຄາດຄະເນເສດຖະກິດເພາະວ່າຍັງ ມີຄວາມສ່ຽງ ແລະການເອີ້ນເກັບ ພາສີນໍາເຂົ້າເພີ່ມຂຶ້ນຈະເຮັດໃຫ້ຕົ້ນ ທຶນຂອງສິນຄ້ານໍາເຂົ້າເພີ່ມສູງຂຶ້ນ ນອກຈາກນີ້ຄວາມບໍ່ແນ່ນອນກ່ຽວ ກັບນະໂຍບາຍການຄ້າ ແລະຄວາມກັງວົນກ່ຽວກັບການໂຕ້ຕອບທາງການຄ້າຈະເຮັດໃຫ້ການລົງທຶນຫຼຸດລົງ ແລະການຂະຫຍາຍຕົວ ຂອງປະສິດທິພາບການຜະລິດຫຼຸດລົງສົ່ງຜົນເຮັດໃຫ້ຄວາມສາມາດໃນການສ້າງກຳໄລຂອງຂະແໜງເອກະຊົນຫຼຸດລົງ ຊຶ່ງສົ່ງຜົນກະທົບ ຕໍ່ຄວາມເຊື່ອໝັ້ນໃນຕະຫຼາດການ ເງິນ ແລະດຶງການຂະຫຍາຍຕົວ ທາງເສດຖະກິດລົງ.

ນອກຈາກນີ້ໄອເອັມເອຟຍັງ ເຕືອນກ່ຽວກັບຄວາມສ່ຽງທີ່ອັງ ກິດຈະແຍກຕົວອອກຈາກສະຫະພາບເອີຣົບ (ເບຣັກຊິດ) ໂດຍບໍ່ມີການເຮັດຂໍ້ຕົກລົງ,ຄວາມບໍ່ແນ່ນອນທາງການເມືອງຂະນະທີ່ຫຼາຍ ປະເທດທົ່ວໂລກຈັດການເລືອກ ຕັ້ງ.

ນສພ ເສດຖກິດ-ສັຄົມ