ຫົວພັນ ເລັ່ງແກ້ໄຂ ບັນຫາຜົນກະທົບຈາກໂຄງການຂຸດຄົ້ນແຮ່ຫາຍາກແບບທົດລອງ

ປັດຈຸບັນ, ແຂວງຫົວພັນ ເລັ່ງແກ້ໄຂ ບັນຫາປາຕາຍ ຢູ່ເຂດຫ້ວຍມັນ ແລະຫ້ວຍຕະບູນ ເຊິ່ງເປັນສາຂານໍ້າແວ່ນ ທີ່ເກີດຈາກການຂຸດຄົ້ນແຮ່ຫາຍາກແບບທົດລອງ ຢູ່ເຂດແວ່ນ ເມືອງຊຳເໜືອ ແລະເມືອງຫົວເມືອງ ແຂວງຫົວພັນ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ ເຊິ່ງເກີດຈາກ ການລະບາຍນໍ້າເປື້ອນບັນຈຸສານເຄມີ ລົງຕາມຫ້ວຍນໍ້າ ເຮັດໃຫ້ເກີດມີປາຕາຍ ໂດຍທາງແຂວງ ໄດ້ຮີບຮ້ອນປະສານສົມທົບກັບກະຊວງທີ່ກ່ຽວຂ້ອງ ລົງຕິດຕາມ, ກວດກາ ເພື່ອຊອກຫາວິທີແກ້ໄຂ ຢ່າງເລັ່ງດ່ວນ ແລະຮີບຮ້ອນລົງເຮັດວຽກງານແນວຄິດກັບປະຊາຊົນ ຢູ່ແຕ່ລະທ້ອງຖິ່ນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ແລະສ້າງກະແສບິດເບືອນຄວາມເປັນຈິງ.

ຕໍ່ກັບບັນຫາດັ່ງກ່າວ, ການນໍາແຂວງຫົວພັນໄດ້ລົງຕິດຕາມຢ່າງໃກ້ຊິດ ແລະໄດ້ຄົ້ນຄວ້າປຶກສາຫາລື ເພື່ອແກ້ໄຂເຫດການໃນສະເພາະໜ້າ ແລະຍາວນານໂດຍໄດ້ຮີບຮ້ອນດໍາເນີນການກວດກາຄືນລະບອບແບບແຜນວິທີເຮັດວຽກຂອງບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ ໂດຍສະເພາະຄວາມຮັບຜິດຊອບທາງດ້ານວິຊາການຂອງແຕ່ລະພາກສ່ວນໃຫ້ສູງກວ່າເກົ່າເຊິ່ງໄລຍະຜ່ານມາວິຊາການປະຈຳໂຄງການຍັງບໍ່ສາມາດເກັບກໍາຂໍ້ມູນໄດ້ລະອຽດວ່າແຕ່ລະໂຄງການໄດ້ນຳເຂົ້າສານເຄມີປະເພດໃດ ແລະ ມີຈຳນວນປະລິມານໜ້ອຍຫລາຍປານໃດ. ດັ່ງນັ້ນ, ເມື່ອເກີດບັນຫາຂຶ້ນແລ້ວ ແມ່ນບໍ່ສາມາດອະທິບາຍຕໍ່ສັງຄົມໄດ້. ພ້ອມກັນນີ້, ແຂວງຫົວພັນ ຍັງໄດ້ສະເໜີໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ດໍາເນີນການກວດກາ ແລະຊຸກຍູ້ໃຫ້ບໍລິສັດ ປະກອບເອກະສານການປະເມີນຜົນກະທົບດ້ານສິ່ງແວດລ້ອມແບບລະອຽດ ເຖິງຈະແມ່ນໂຄງການແບບທົດລອງຂອງລັດຖະບານ ແຕ່ມີຄວາມຈຳເປັນຕ້ອງໄດ້ດຳເນີນງານຕາມລະບຽບການ ທີ່ໄດ້ກຳນົດໄວ້ ແລະໃຫ້ລົງມາສົມທົບກັບຂະແໜງການກ່ຽວຂ້ອງຂອງແຂວງຫົວພັນ ຊ່ວຍຄົ້ນຄ້ວາພິຈາລະນາແຕ່ງຕັ້ງຄະນະສະເພາະກິດເພື່ອກວດກາລະອຽດຜົນກະທົບໃນຄັ້ງນີ້ໃຫ້ໄດ້ຂໍ້ມູນ ແລະຜົນສະຫລຸບທີ່ເຊື່ອຖືໄດ້ເພື່ອຊີ້ແຈງຕໍ່ສັງຄົມ, ພ້ອມທັງຊີ້ນຳສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເລັ່ງໃນການວິໄຈຄຸນນະພາບນໍ້າທີ່ເກັບຕົວຢ່າງສົ່ງໄປວິໄຈ ໃນພາວະສຸກເສີນ ແລະເຄັ່ງຮ້ອນໃນໂລກສັງຄົມອອນລາຍ ເພື່ອນຳຂໍ້ມູນມາຊີ້ແຈງໃຫ້ທັນເວລາ ແລະ ສະເໜີໃຫ້ມີການປະສານກັບພາກສ່ວນທີ່ໄດ້ໃຫ້ຂໍ້ມູນວິໄຈນ້ຳຜ່ານມາ ເພື່ອຄວາມເປັນເອກະພາບໃນການເຜີຍ ແຜ່ ຕໍ່ສື່ສັງຄົມອອນລາຍ ໄປຕາມລະບຽບກົດໝາຍ ແລະໄດ້ສະເໜີໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງພະລັງງານ ແລະບໍ່ແຮ່ ກວດກາຄືນ ການປະຕິບັດກົດໝາຍວ່າດ້ວຍແຮ່ທາດເພື່ອຮັບປະກັນໃນການແກ້ໄຂ ແລະການຊີ້ແຈງບັນຫາ ທີ່ເກີດຂຶ້ນຕໍ່ສັງຄົມ ແລະຄວາມຮັບປະກັນໃນຕໍ່ໜ້າຈະມີວິທີການແນວໃດ.

ປັດຈຸບັນ ໂຄງການຂຸດຄົ້ນແຮ່ທາດດັ່ງກ່າວໄດ້ຢຸດເຊົາຊົ່ວຄາວແລ້ວຕາມໜັງສືແຈ້ງການດ່ວນຂອງຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ສະບັບເລກທີ 0919/ພບ.ຫກ ລົງວັນທີ 6 ມີນາ 2024.

ສຳລັບຜົນວິໄຈຄຸນນະພາບນໍ້າແມ່ນຈະຖືກຮັບຮອງໃນວັນທີ 20 ມີນາ 2024, ພາຍຫລັງຊາບຜົນແລ້ວ, ສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຈະແຈ້ງເປັນລາຍລັກອັກສອນເຖິງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແຂວງຫົວພັນ ແລະບໍລິສັດເພື່ອແຈ້ງຕໍ່ອຳນາດການປົກຄອງເມືອງ ແລະບ້ານຊາບ. ໃນກໍລະນີຫາກຜົນການວິໄຈນໍ້າ ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ບໍລິສັດຕ້ອງປະສານສົມທົບກັບຂະແໜງການກ່ຽວຂ້ອງເພື່ອດຳເນີນການຟື້ນຟູໃຫ້ກັບສູ່ສະພາບປົກກະຕິສາມາດນຳໃຊ້ໄດ້.