ສະຖາບັນທຸລະກິດແສງສະຫວັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

ສະຖາບັນທຸລະກິດແສງສະຫວັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ປະຈຳປີ 2023 ໃນລະດັບປະລິນຍາຕີ ລຸ້ນທີ່ 01 ແລະ ປະລິນຍາຕີຕໍ່ເນື່ອງ ລຸ້ນທີ່ 3 ທັງໝົດ ຈຳນວນ 44 ຄົນ, ຍິງ 23 ຄົນ ພ້ອມທັງຍ້ອງຍໍຄູສອນດີເດັ່ນ ແລະນັກສຶກສາທີ່ມີຜົນງານດີເດັ່ນໃນການຮຽນ.

ເມື່ອວັນທີ 1 ມີນາ 2024 ສະຖາບັນທຸລະກິດແສງສະຫວັນ ໄດ້ຈັດພິທີມອບປະກາສະນີຍະບັດ ປະລິນຍາຕີ ລຸ້ນທີ່ 01 ແລະ ປະລິນຍາຕີຕໍ່ເນື່ອງ ລຸ້ນທີ່ 3 ໃຫ້ແກ່ນັກສຶກສາທີ່ສຳເລັດການສຶກສາທີ່ໂຮງແຮມດອນຈັນພາເລດ ສະຫລຸບຊຸດຮຽນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທ່ານ ລັດສະໝີ ທຳມະວົງສາ ຮອງຫົວໜ້າກົມປະກັນຄຸນນະພາບ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຄໍາແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ຊຸດທີ 9, ປະທານກຸ່ມການສຶກສາແສງສະຫວັນ, ປະທານສະມາຄົມການສຶກສາພາກເອກະຊົນ, ປະທານ, ຮອງປະທານສະມາຄົມການສຶກສາພາກເອກະຊົນ, ຜູ້ອຳນວຍການສະຖານການສຶກສາ, ຜູ້ຕາງໜ້າຈາກອົງການທາງພັກ-ລັດ ແລະເອກະຊົນ, ນັກສຶກສາ ແລະພໍ່ແມ່ຜູ້ປົກຄອງເຂົ້າວຮ່ວມ.

ສະຖາບັນທຸລະກິດແສງສະຫວັນ ປັດຈຸບັນມີພະນັກງານຄູທັງໝົດ 33 ທ່ານ, ມີນັກສຶກສາທັງຫມົດ 227 ຄົນ, ຍິງ 116 ຄົນ, ເປີດສອນຫຼັກສູດປະລິນຍາຕີ ແລະປະລິນຍາຕີຕໍ່ເນື່ອງທັງໝົດ 5 ຫຼັກສູດ (ສາຂາວິຊາ ບໍລິຫານທຸລະກິດ, ສາຂາຜູ້ປະກອບການ, ສາຂາການຄ້າອີເລັກໂທນິກ, ສາຂາພາສາອັງກິດ ແລະ ສາຂາວິສະວິກຳຊອບແວ່ ຄອມພິວເຕີ), ໃນນັ້ນມີຫຼັກສູດຮ່ວມມືກັບມະຫາວິທະຍາໄລ ເຟພີທີ, ສສ ຫວຽດນາມ ແລະກຳລັງເປີດການຮ່ວມມືໃນຫຼັກສູດນານາຊາດ ຮ່ວມກັບ ມະຫາວິທະຍາໄລ VIT.

ສະຖາບັນທຸລະກິດແສງສະຫວັນ ໄດ້ພະຍາຍາມສຸມໃສ່ພັດທະນາໂຄງການຫຼັກສູດ ແລະສົ່ງເສີມການຮຽນ ແລະ ການປະຕິບັດຕົວຈິ່ງໄປພ້ອມໆກັນເພື່ອສ້າງໃຫ້ນັກສຶກສາໄດ້ເກັບກ່ຽວປະສົບການໄປພ້ອມ ເຊັ່ນ: ໄດ້ສົ່ງເສີມໃຫ້ນັກສຶກສາທີ່ກຳລັງສຶກສາຢູ່ໄດ້ມີວຽກເຮັດງານທຳໃນເວລາ ເພື່ອສ້າງລາຍຮັບຊ່ວຍເຫຼືອຕົນເອງ, ປັດຈຸບັນນີ້ໂດຍສະເລ່ຍນັກສຶກສາ 70 ສ່ວຮ້ອຍມີວຽກເຮັດຕັ້ງແຕ່ ປີທີ 2 ໄປ, ໃນສົກສຶກ 2022-2023 ມີນັກສຶກສາຜູ້ສຳເລັດການສຶກສາ ທັງໝົດ ຈໍານວນ 44 ຄົນ, ຍິງ 23 ຄົນ, ເຊິ່ງໄດ້ປະຕິບັດສຳເລັດຕາມຫຼັກສູດກຳນົດໄວ້ການເຂົ້າຮຽນຄົບຕາມໜ່ວຍກິດ ແລະຜ່ານການສອບເສັງຄົບຕາມລາຍວິຊາ, ການປ້ອງກັນບົດຈົນຊັ້ນ ແລະ ໄດ້ຜ່ານການປະເມີນຕາມລະບຽບການທີ່ຫລັກສູດທີ່ກຳນົດໄວ້.

ນອກນັ້ນ, ໃນພິທີຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ຄູທີ່ມີຜົນການສອນດີເດັ່ນ ແລະ ຍ້ອງຍໍນັກສຶກສາທີ່ມີຜົນງານດີເດັ່ນໃນການຮຽນ ແລະ ໃບປະກາດສະນິຍະບັດໃຫ້ນັກສຶກສາທີ່ສຳເລັດການສຶກສາ ສົກ 2022-2023.