ກຽມຈັດການແຂ່ງຂັນມວຍລາວ ໄຟທ໌ ຄັ້ງທີ 4

ສະຫະພັນມວຍລາວແຫ່ງຊາດ ກຽມຈັດການແຂ່ງຂັນມວຍລາວ ລາຍການ ມວຍລາວ ໄຟທ໌ ຄັ້ງທີ 4 (Muay Lao Fight) ປະຈໍາປີ 2024) ໃນວັນທີ 7 ເມສາ 2024 ເລີ່ມເວລາ 17:00 ໂມງ ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ (Lao Japan Bubo Center), ໂດຍຈະມີແຂ່ງຂັນມີທັງໝົດ 15 ຄູ່ ແລະ ຈະມີນັກມວຍຈາກປະເທດອີຣ່ານ, ໄທ ແລະ ກໍາປູ ເຈຍ ມາຮ່ວມໃນລາຍການແຂ່ງຂັນຄັ້ງນີ້.

ທ່ານ ຕຸດາວັນ ໜໍ່ເມືອງເສດ, ຮອງປະທານ ແລະເລຂາທິການສະຫະພັນມວຍລາວແຫ່ງຊາດ ໃຫ້ຮູ້ໃນພິທີຖະແຫຼ່ງຂ່າວຈັດຂຶ້ນໃນວັນທີ 2 ເມສາ 2024 ທີນະຄອນຫລວງວຽງຈັນວ່າ: ການແຂ່ງຂັນມວຍຄັ້ງນີ້ ແມ່ນເປັນການສ້າງເວທີໃຫ້ກັບນັກມວຍລາວ ໄດ້ແຂ່ງຂັນກັນກັບນັກມວຍພາຍໃນ ແລະ ຕ່າງປະເທດ ເພື່ອເປັນການພັດທະນາກິລາມວຍລາວ ຮຸ່ນເຍົາວະຊົນສືບທອດເພື່ອກາຍເປັນນັກກິລາທີມຊາດກຽມຮ່ວມແຂ່ງຂັນ ເອຊຽນ ອິນດໍເກມ ທີ່ປະເທດໄທ ໃນທ້າຍປີນີ້, ພ້ອມກັນນັ້ນ ກໍເພື່ອສ້າງບັນຍາກາດມ່ວນຊື່ນໃນການສະເຫຼີມສະຫຼອງວັນສໍາຄັນຂອງຊາດ ໂດຍສະເພາະການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມວາມສະຫງົບລາວ ວັນທີ 5 ເມສາ ຄົບຮອບ 63 ປີ ໃນປີ 2024 ພ້ອມທັງສະເຫຼີມສະຫຼອງ ແລະຊົມເຊີຍເປີດປີທ່ອງທ່ຽວລາວ 2024.

ການແຂ່ງຂັນມວຍຄັ້ງນີ້ແມ່ນເປັນຄັ້ງທີ 4 ພາຍຫຼັງໄດ້ຈັດກ່ອນໜ້ານີ້ຢູ່ນະຄອນຫຼວງວຽງຈັນ ແລະແຂວງຈໍາປາສັກໂດຍຈະມີແຂ່ງຂັນທັງໝົດ 15 ຄູ່ ເຂົ້າຮ່ວມແຂ່ງຂັນມວຍລາຍການນີ້ ປະກອບມີ ມວຍຮອບ 9 ຄູ່ ມີຮຸ່ນ 51 ກິໂລ, ຮຸ່ນ 57 ກິໂລ, 65 ກິໂລ, ຮຸ່ນ 51 ກິໂລ ແລະ ຮຸ່ນ 54 ກິໂລ ແລະ ມວຍປະກອບລາຍການ 6 ຄູ່ ມີຮຸ່ນ 46 ກິໂລ, ຮຸ່ນ 52 ກິໂລ, ຮຸ່ນ 61 ກິໂລ ແລະ ຮຸ່ນ 65 ກິໂລ.