ເຊກອງ ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ

ຕາມການລາຍງານຂອງທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງເຊກອງ ເມື່ອບໍ່ດົນນີ້ວ່າ: ໃນໄລຍະຜ່ານມາ, ແຂວງເຊກອງໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ ແລະ ສ້າງຖານການຜະລິດກະສິກໍາເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ; ຊຸກຍູ້ສົ່ງເສີມຜູ້ປະກອບການສ້າງຜະລິດຕະພັນສິນຄ້າໂອດ໋ອບ (ODOP) ທີ່ມີມາດຕະຖານ ແລະ ຍືນຍົງ; ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ພັດທະນາ SME ໄປສູ່ຄຸນນະພາບໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຂົ້າເຖິງຕະຫຼາດສາກົນ.

ໃນໄລຍະ 4 ເດືອນຕົ້ນປີ 2024 ການຜະລິດເຂົ້ານາແຊງປະຕິບັດໄດ້ 3.976 ໂຕນ; ພືດສະບຽງອາຫານ 6.021 ໂຕນ ແລະ ພືດເປັນສິນຄ້າ 10.248 ໂຕນ. ພ້ອມນີ້, ກໍໄດ້ເອົາໃຈໃສ່ປະຕິບັດນະໂຍບາຍສິນເຊື່ອ 765 ແລະ 766 ມາຮອດປະຈຸບັນມີຫົວໜ່ວຍທຸລະກິດທີ່ມີເງື່ອນໄຂ 10 ຫົວໜ່ວຍ. ໃນນີ້, ໄດ້ດໍາເນີນການເຊັນສັນຍາປ່ອຍກູ້ ແລະ ໂອນສໍາເລັດ 5 ຫົວໜ່ວຍ ວົງເງິນ 8,3 ຕື້ກີບ ແລະ ຍັງສືບຕໍ່ຄົ້ນຄວ້າ 5 ຫົວໜ່ວຍ ວົງເງິນ 14,02 ຕື້ກີບ; ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດຕິດພັນກັບການສະໜອງສະບຽງອາຫານ ແລະ ນໍ້າມັນເຊື້ອໄຟຢ່າງເປັນປົກກະຕິ; ສົ່ງເສີມຜູ້ປະກອບການສ້າງຜະລິດຕະພັນສິນຄ້າໂອດ໋ອບ (ODOP) ທີ່ມີມາດຕະຖານ ມີທ່າອ່ຽງເພີ່ມຂຶ້ນ ສາມາດຮັບຮອງໄດ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນທັງໝົດ 11 ຫົວໜ່ວຍ 14 ລາຍການ; ສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກໃຫ້ພາກທຸລະກິດ ແລະພັດທະນ SME ໄປສູ່ຄຸນນະພາບໃໝ່ໃຫ້ເຂັ້ມແຂງ; ປະຕິບັດການນໍາເຂົ້າສິນຄ້າໄດ້ທັງໝົດ 5 ແສນກວ່າໂດລາ ເທົ່າກັບ 2,78% ຂອງແຜນການ (ແຜນ 18,90 ລ້ານໂດລາ) ແລະສົ່ງອອກບັນລຸໄດ້ 59,16 ລ້ານໂດລາ ເທົ່າກັບ 23,11% ຂອງແຜນການ (ແຜນ 256 ລ້ານໂດລາ) ເຮັດໃຫ້ເກີນດຸ່ນການຄ້າປະມານ 58,64 ລ້ານໂດລາ.

ທ່ານ ສີສຸພັນ ມະຫາວົງ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ, ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ມີປະສິດທິພາບ-ປະສິດທິຜົນ; ແຂວງຈະສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ, ສ້າງກົນໄກຜະລິດ ແລະ ສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນ ແລະ ສົ່ງອອກເປັນສິນຄ້າ ຕາມເງື່ອນໄຂຕົວຈິງຂອງແຂວງ; ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ-ສົ່ງອອກສິນຄ້າ, ສະໜອງສະບຽງອາຫານໃຫ້ແກ່ໂຄງການໃຫຍ່ທີ່ດໍາເນີນຢູ່ທ້ອງຖິ່ນໃຫ້ເປັນຮູບປະທໍາ ເພື່ອຊ່ວຍໜູນການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
---
ຂ່າວ-ພາບ: ສັນຍາ