ບໍລິສັດ ພູເບ້ຍ ມາຍນິງ ສືບຕໍ່ປະຕິບັດໄດ້ເກີນມາດຕະຖານສູງສຸດຂອງ Chevron ດ້ານການລໍ່ລື້ນ

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີ ອີກຄັ້ງເພື່ອປະກາດໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍຂອງບໍລິສັດ ໄດ້ຮັບ “ການຈັດອັນດັບລະດັບຫ້າດາວຈາກບໍລິສັດ Chevron ໂດຍມີມາດຕະຖານ ແລະ ວິທີການປະຕິບັດດ້ານການຫລໍ່ລື່ນທີ່ມີພື້ນຖານຄວາມເຊື່ອຖືໄດ້ (RBL).

ໃນລະຫວ່າງເດືອນກຸມພາ ແລະ ເດືອນມີນາ, ທີມງານ Chevron ຈາກ ປະເທດໄທ ໄດ້ ລົງປະເມີນວິທີການປະຕິບັດດ້ານການຫລໍ່ລື່ນທີ່ມີພື້ນຖານຢູ່ທີ່ຄວາມເຊື່ອຖືໄດ້ (RBL) ຢູ່ພະແນກສ້ອມແປງ ແລະ ບໍາລຸງຮັກສາໂຮງງານປຸງແຕ່ງຂອງໂຄງການພູຄໍາ ແລະ ໂຄງການ ບ້ານ ຫ້ວຍຊາຍ. ໃນການປະເມີນຄັ້ງລ້າສຸດ, ທີມງານບໍາລຸງຮັກສາ-ສ້ອມແປງໂຮງງານຢູ່ ພູຄໍາ ບັນລຸ 98 ສ່ວນຮ້ອຍ ແລະ 95 ສ່ວນຮ້ອຍຢູ່ ບ້ານ ຫ້ວຍຊາຍ.

ເມື່ອສົມທຽບກັບອຸດສາຫະກໍາໃນຂະແໜງດຽວກັັນທີ່ບໍລິສັດ  Chevron ໄດ້ປະເມີນ, ຄະແນນ 98% ແລະ 95% ທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບ ແມ່ນຄະແນນສູງສຸດໃນທົ່ວໂລກ.

 

ທະວີບ

ອຸດສາຫະກໍາ

ຄະແນນ

ອາຊີກາງ

ບໍ່ແຮ່

92%

ອາຊີກາງ

ບໍ່ແຮ່

84%

ອາຊີ

ຊີມັງ

72%

ອາຊີ

ບໍ່ແຮ່

65%

ອາຊີ

ບໍ່ແຮ່

65%

ອາຊີ

ຂົນສົ່ງທາງທະເລ

52%

ອາຊີ

ຊີມັງ

40%

ອາຊີ

ນໍ້າມັນເຊື້ອໄຟ

27%

ເອີຣົບ

ພະລັງງານໄຟຟ້າ

14%

ອາເມລິກາ

ບໍ່ແຮ່

59%

ອາເມລິກາ

ບໍ່ແຮ່

68%

ອາເມລິກາລາຕິນ

ບໍ່ແຮ່

60%

 

Region

Industry

Score

Central Asia

Mining

92%

Central Asia

Mining

84%

Asia

Cement

72%

Asia

Mining

65%

Asia

Mining

65%

Asia

Marine

52%

Asia

Cement

40%

Asia

Petrochemical

27%

Europe

Power Generation

14%

USA

Mining

59%

USA

Mining

68%

Latin America

Mining

60%

 

ບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນການກວດສອບການຫລໍ່ລື່ນຂອງ Chevron ນັບຕັ້ງແຕ່ປີ 2015. ໃນປີ 2019, ໂຄງການພູຄໍາ ແລະ ໂຄງການບ້ານຫ້ວຍຊາຍ ໄດ້ບັນລຸລະດັບ 5 ດາວ ໂດຍໄດ້ຄະແນນ 95 ສ່ວນຮ້ອຍ ແລະ 97.6 ສ່ວນຮ້ອຍຕາມລໍາດັບ ເຊິ່ງເປັນມາດຕະຖານທີ່ຍັງຄົງຮັກສາໄວ້ໃນອີກຕໍ່ໄປ.

ໃນສ່ວນໜຶ່ງຂອງການຮັບປະກັນຄຸນນະທໍາຂອງລູກຄ້າ (CVG) ແລະ ຄວາມມຸ້ງໝັ້ນ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ເຂົ້າຮ່ວມການປະເມີນເຫຼ່ົານີ້ເປັນປະຈໍາ ເພື່ອຮັບປະກັນໃຫ້ມີການປະຕິບັດ ແລະ ດໍາເນີນຕາມຍຸດທະສາດການບໍາລຸງຮັກສາສານຫລໍ່ລື່ນດີທີ່ສຸດ, ແລະ ຊອກຫາບັນດາໂອກາດການປັບປຸງຕື່ມ.

ການປະຕິບັດການບໍາລຸງຮັກສາສານຫລໍ່ລື່ນທີ່ດີເລີດ ແມ່ນສໍາຄັນເພື່ອສ້າງລະດັບການປະຕິບັດດີ່ທີ່ສຸດໃນໂລກ ດັ່ງທີ່ໂຮງງານ ພູຄໍາ ແລະ ໂຮງງານ ບ້ານ ຫ້ວຍຊາຍ ໄດ້ບັນລຸ.

ການປະເມີນທີ່ດີທີ່ສຸດໃນຂະແໜງດຽວກັນ (BiC) ສຸມໃສ່ວິທີການປະຕິບັດໃນປັດຈຸບັນ ເພື່ອສົມທຽບກັບການປະຕິບັດໃນການບໍາລຸງຮັກສາສານຫລໍ່ລື່ນທີ່ດີທີ່ສຸດໃນຂະແໜງດຽວກັນ. ຂົງເຂດສໍາຄັນທີ່ໄດ້ຮັບການປະເມີນຢູ່ທັງສອງເຂດດໍາເນີນງານແມ່ນລວມມີສາງນໍ້າມັນຫລໍ່ລື່ນຢູ່ໂຮງສ້ອມແປງ, ເຄື່ອງຂົບແຮ່, ສາຍພານ, ເຄື່ອງໂມ້ບົດ ແລະ ເຄື່ອງຈັກປັ່ນເພື່ອປະສົມແຮ່ ແລະ ປໍ້ານໍ້າ.

ຜົນການປະເມີນເຫຼ່ົານີ້ ສະແດງວ່າພວກເຮົາ ຍັງສືບຕໍ່ປະຕິບັດໄດ້ດີໃນຈຸດສຸມຂອງພວກເຮົາໃນການຕໍ່ອາຍຸໃຫ້ອຸປະກອນ, ຫຼຸດຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ຫຼຸດຜ່ອນຜົນກະທົບຂອງພວກເຮົາຕໍ່ສິ່ງແວດລ້ອມອ້ອມຂ້າງ.

 

 

 

For further information please contact:

Keoleuthsamay Thammalangsy

T: 021 268 000

E: keoleutsamay.thammalangsy@pbm.panaust.com

Phomvihane Thiepphougphane

T: 021 268 000

E: Phomvihane.Thiepphougphane@pbm.panaust.com