IMF ຄາດເສດຖະກິດລາວ ຈະເຕີບໂຕແຂງແຮງຈາກທ່ອງທ່ຽວ

ກອງທຶນການເງິນສາກົນ (IMF) ໄດ້ສະຫຼຸບຜົນການປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ປະຈໍາປີ 2024 ໂດຍຄາດຄະເນວ່າ ເສດຖະກິດ ສປປ ລາວ ຈະເຕີບໂຕຢ່າງແຂງແຮງຈາກການທ່ອງທ່ຽວ, ແຕ່ຍັງມີສິ່ງທ້າທາຍຮອບດ້ານໂດຍສະເພາະບັນຫາໜີ້ສາທາລະນະ.
.
ໂດຍບົດລາຍງານການປະເມີນດັ່ງກ່າວ ໄດ້ລາຍງານໃນກອງປະຊຸມ ສະຫຼຸບຜົນການປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ປະຈໍາປີ 2024 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີ ຕາງໜ້າຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງຂອງ ສປປ ລາວທີ່ໄດ້ຮ່ວມເຮັດວຽກກັບຄະນະປະເມີນຂອງ IMF. ຊຶ່ງກອງປະຊຸມຄັ້ງນີ້, ຄະນະປະເມີນຂອງ IMF ໄດ້ລາຍງານຜົນການປະເມີນເບື້ອງຕົ້ນຂອງສະພາບເສດຖະກິດມະຫາພາກ, ທັດສະນະ, ສິ່ງທ້າທາຍ ແລະ ຄໍາແນະນໍາດ້ານນະໂຍບາຍຕໍ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກທີ່ ສປປ ລາວ ກໍາລັງປະເຊີນຢູ່ໃນປັດຈຸບັນ. ໃນນີ້, ຜົນການປະເມີນເບື້ອງຕົ້ນຂອງ IMF ໄດ້ຄາດຄະເນອັດຕາການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະມີທ່າຂະຫຍາຍຕົວຢ່າງແຂງແຮງໃນປີນີ້ໂດຍໄດ້ຮັບທ່າແຮງສໍາຄັນຈາກຂະແໜງການທ່ອງທ່ຽວ ແລະ ຊັບພະຍາກອນ, ແຕ່ສະພາບເສດຖະກິດໂດຍລວມຍັງມີສິ່ງທ້າທາຍຫຼາຍດ້ານເປັນຕົ້ນແມ່ນລະດັບໜີ້ສິນສາທາລະນາ ແລະ ອັດຕາເງິນເຟີ້ທີ່ຍັງຢູ່ໃນລະດັບສູງ, ບັນຫາການອ່ອນຄ່າຂອງເງິນກີບ ແລະ ການຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບ.
.
ເພື່ອເປັນທິດທາງໃນການແກ້ໄຂສິ່ງທ້າທາຍຕ່າງໆທີ່ກ່າວມານັ້ນ, IMF ໄດ້ໃຫ້ຄໍາແນະນໍາທາງດ້ານນະໂຍບາຍແກ່ລັດຖະບານ ແນໃສ່ຮັກສາສະຖຽນລະພາບເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ ໂດຍເນັ້ນໃສ່ຄໍາແນະນໍາທາງດ້ານນະໂຍບາຍເງິນຕາ, ອັດຕາແລກປ່ຽນ, ນະໂຍບາຍຕິດພັນຂະແໜງການທະນາຄານ ແລະ ການເງິນພາກລັດ.
.
ຕາມບົດລາຍງານການປະເມີນ ເສດຖະກິດມະຫາພາກຂອງ ສປປ ລາວ ຈາກ IMF ທີ່ເຜີຍແຜ່ເມື່ອວັນທີ 22 ພຶດສະພາທີ່ຜ່ານມານີ້ ໄດ້ລະບຸກ່ຽວກັບບັນຫາໜີ້ ສາທາລະນະຂອງ ສປປ ລາວວ່າ: ເຖິງວ່າຈະມີການລົບລ້າງການຂາດດຸນງົບປະມານເບື້ອງຕົ້ນ, ໜີ້ສິນສາທາລະນະໄດ້ເພີ່ມຂຶ້ນຕື່ມອີກ. ໂດຍ ສປປ ລາວ ມີໜີ້ສາທາລະນະ ແລະ ໜີ້ທີ່ຄໍ້າປະກັນໂດຍລັດ ຫຼື Public And Publicly Guaranteed debt (PPG) ເພີ່ມຂຶ້ນ 16,4 %ຂອງ GDP ແຕ່ປີ 2020 ຫາ 2021 ແລະ ເພີ່ມຂຶ້ນອີກ 36,2 % ຂອງ GDP ແຕ່ປີ 2021 ຫາ 2022 ໂດຍສ່ວນໃຫຍ່ແມ່ນຍ້ອນການອ່ອນຄ່າຂອງເງິນກີບ.
.
ໃນຕົ້ນປີ ທີ່ຜ່ານມາ, World bank ຫຼື ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານ ເສດຖະກິດ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານ ຄາດຄະເນເສດຖະກິດລາວຈະເຕີບໂຕໃນລະດັບ 4,1% ໃນປີ 2024, ແຕ່ສິ່ງທ້າທາຍຍັງຄົງຢູ່ຮອບດ້ານ ຍ້ອນໄພເງິນເຟີ້ທີ່ຖີບໂຕຂຶ້ນສູງ, ໜີ້ສິນພາຍນອກ ແລະ ການຂາດເຂີນແຮງງານ. ໂດຍ ທະນາຄານໂລກ ລະບຸວ່າ ທ່າແຮງທີ່ເຮັດໃຫ້ເສດຖະກິດຟື້ນຟູກັບມາສ່ວນໃຫຍ່ແມ່ນຍ້ອນການເຄື່ອນໄຫວທາງດ້ານການທ່ອງທ່ຽວ, ການບໍລິການດ້ານຂົນສົ່ງ ແລະ ການຂົນສົ່ງທີ່ແຂງແຮງ ແລະ ການລົງທຶນຈາກຕ່າງປະເທດຫຼາຍຂຶ້ນ, ແຕ່ອັດຕາການເຕີບໂຕຍັງຕ່ຳກວ່າທີ່ຄາດໄວ້ໃນເມື່ອກ່ອນ.
.
ເງິນກີບໄດ້ສືບຕໍ່ຕົກຕໍ່າລົງໃນໄລຍະປີ 2023, ຫຼຸດລົງ 29% ທຽບກັບເງິນບາດຂອງໄທ ແລະ 21% ທຽບກັບເງິນໂດລາສະຫະລັດຈົນເຖິງເດືອນຕຸລາ ເຊິ່ງສາເຫດແມ່ນຍ້ອນຄວາມບໍ່ສອດຄ່ອງກັນລະຫວ່າງຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຄວາມສາມາດໃນການສະໜອງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງລາວໂດຍກົງ. ນອກຈາກນີ້ ໜີ້ສິນຈາກຕ່າງປະເທດ ຈຳນວນຫຼາຍທີ່ເກີດຂຶ້ນຈາກການລົງທຶນໃນລະບົບພື້ນຖານໂຄງລ່າງຂອງປະເທດ ຍັງໄດ້ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຈາກຕ່າງປະເທດ ວ່າ ສປປ ລາວ ຈະສາມາດຊຳລະໜີ້ສິນເຫຼົ່ານັ້ນໄດ້ຫຼືບໍ່.
.
ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນພຶດສະພາ 2024 ຍັງສືບຕໍ່ເໜັງຕີງເພີ່ມສູງຂຶ້ນ ຢູ່ໃນລະດັບ 25,8% (ເດືອນເມສາ 2024 ຢູ່ໃນລະດັບ 24,9%) ຈາກການສືບຕໍ່ອ່ອນຄ່າຂອງເງິນກີບ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າກະສິກຳ.