ການທ່ອງທ່ຽວຕ່າງປະເທດຂອງຊາວຈີນຟື້ນຕົວຄືນໃໝ່ຈະເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນອັນໃຫຍ່ຫຼວງໃຫ້ກັບຕະຫຼາດການທ່ອງທ່ຽວຂອງໂລກ

.
ຫວ່າງບໍ່ດົນມານີ້, ສະມາຄົມການທ່ອງທ່ຽວໂລກ ແລະ ສະຖາບັນຄົ້ນຄວ້າເສດຖະກິດອົກໂຟດໄດ້ເຜີຍແຜ່ບົດລາຍງານການສຳຫຼວດໂດຍຢືນຢັນວ່າ, ປີ 2019, ນັກທ່ອງທ່ຽວຈີນທີ່ໄປທ່ຽວຕ່າງປະເທດມີເຖິງ 170 ລ້ານເທື່ອຄົນ, ໃຊ້ຈ່າຍ 248 ຕື້ໂດລາ, ກວມເຖິງ 14%ຂອງໂລກ. ຄາດວ່າປີ 2024 ຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວຈີນຈະມີເຖິງ 938 ຕື້ໂດລາ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ປີ 2019. ນັກທ່ອງທ່ຽວຈີນຍັງຈະເປັນແຮງຂັບເຄື່ອນການພັດທະນາທ່ອງທ່ຽວຂອງໂລກເໝືອນເດີມ.
.
ປັດຈຸບັນນີ້, ຈີນໄດ້ກາຍເປັນຕະຫຼາດນັກທ່ອງທ່ຽວໃຫຍ່ທີ່ສຸດໃນການທ່ອງທ່ຽວສາກົນ, ເຊິ່ງມີ 144 ປະເທດ ແລະ ເຂດແຄວ້ນທີ່ເປັນຈຸດໝາຍປາຍທາງ ສຳລັບການທ່ອງທ່ຽວສາກົນແບບເປັນກຸ່ມຂອງພົນລະເມືອງຈີນ. ຕົວເລກສະແດງໃຫ້ເຫັນວ່າ, ປີ 2023, ຈຳນວນຊາວຈີນທີ່ໄປທ່ຽວຕ່າງປະເທດຫຼາຍກວ່າ 87 ລ້ານເທື່ອຄົນ. ນັບແຕ່ປີນີ້ເປັນຕົ້ນມາ, ຄຽງຄູ່ກັບນະໂຍບາຍທີ່ເພີ່ມຄວາມສະດວກດ້ານການອອກວີຊາໄດ້ປະກາດໃຊ້, ເສັ້ນທາງການບິນສາກົນໄດ້ເລັ່ງລັດຟື້ນຟູຄືນໃໝ່, ເຮັດໃຫ້ຊາວຈີນມີຄວາມກະຕືລືລົ້ນຕໍ່ການເດີນທາງໄປທ່ຽວຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນໄລຍະພັກວັນກຳມະກອນສາກົນປີນີ້, ຊາວຈີນທີ່ໄປທ່ຽວຕ່າງປະເທດມີເຖິງ 1.897 ລ້ານເທື່ອຄົນ. ຄຽງຄູ່ກັບຍາມພັກລະດູຮ້ອນ ແລະ ຍາມພັກວັນຊາດຈີນໃກ້ຈະວຽນມາເຖິງ, ຄາດວ່າ ປີ 2024, ຊາວຈີນທີ່ໄປທ່ຽວຕ່າງປະເທດຈະມີເຖິງ 130 ລ້ານເທື່ອຄົນ.
.
ໃນຊຸມປີຜ່ານມານີ້, ປະເທດຕ່າງໆໄດ້ພາກັນນຳໃຊ້ຫຼາຍມາດຕະການ, ເພື່ອດຶງດູດນັກທ່ອງທ່ຽວຈີນໃຫ້ໄດ້ຫຼາຍກວ່າເກົ່າ.ເລີ່ມແຕ່ວັນທີ 1 ທັນວາປີ 2023 ເປັນຕົ້ນມາ, ຈີນ ແລະ ມາເລເຊຍປະຕິບັດມາດຕະການຍົກເວັ້ນວີຊາຕໍ່ກັນຈາກນັ້ນມາ, ຈຳນວນນັກທ່ອງທ່ຽວຈີນກໍໄດ້ເພີ່ມຂຶ້ນຢ່າງພົ້ນເດັ່ນ. ຫ້າງຮ້ານຕ່າງໆຂອງມາເລເຊຍພາກັນນຳເຂົ້າສິນຄ້າຍີ່ຫໍ້ຈີນ, ເປັນເຈົ້າການນຳໃຊ້ຮູບແບບການຊຳລະເງິນແບບເຄື່ອນທີ່ທີ່ໄດ້ຮັບຄວາມນິຍົມຢູ່ຈີນ ແລະ ມາດຕະການອື່ນໆ, ເຊິ່ງໄດ້ອຳນວຍຄວາມສະດວກນັບມື້ນັບຫຼາຍຂຶ້ນຕໍ່ນັກທ່ອງທ່ຽວຈີນທີ່ບໍລິໂພກຢູ່ມາເລເຊຍ. ວັນທີ 27 ພຶດສະພາຜ່ານມາ, ອົງການທ່ອງທ່ຽວປະເທດມານດິວ ແລະ ບໍລິສັດການຊຳລະເງິນຜ່ານທາງວີແຊັດໄດ້ເຊັນບົດບັນທຶກການຮ່ວມມືໄລຍະ 3 ປີ ໃນງານວາງສະແດງ ການທ່ອງທ່ຽວສາກົນຊຽງໄຮ້ ITB 2024, ສອງຝ່າຍຈະຮ່ວມກັນຊຸກຍູ້ໃຫ້ມີຫ້າງຮ້ານຫຼາຍກວ່າເກົ່າພາຍໃນປະເທດມານດິວເປີດບໍລິການທີ່ສາມາດຊຳລະເງິນຜ່ານທາງວີແຊັດໄດ້, ເພື່ອອຳນວຍຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ນັກທ່ອງທ່ຽວຈີນໃຫ້ໄດ້ຫຼາຍກວ່າເກົ່າ. ເພື່ອດຶງດູດນັກທ່ອງທ່ຽວຈີນ, ອົງການທ່ອງທ່ຽວອາຣັບບີ ຊາອຸດິດກັບບໍລິສັດລົງທຶນ Taiba ທີ່ເປັນບໍລິສັດດຳເນີນກິດຈະການດ້ານໂຮງແຮມ ແລະ ອະສັງຫາລິມະສັບຂະໜາດໃຫຍ່ຂອງອາຣັບບີ ຊາອຸດິດໄດ້ເຊັນສັນຍາໃນຫວ່າງກ່ອນນີ້ບໍ່ດົນ, ໂດຍພັດທະນາລະບົບເຮືອນຢູ່ແບບສັງລວມ ແລະ ເຄືອຂ່າຍໂຮງແຮມທີ່ຫັນໜ້າສູ່ນັກທ່ອງທ່ຽວຈີນເປັນການສະເພາະ, “ພະຍາຍາມດຶງດູດນັກທ່ອງທ່ຽວຈີນໃຫ້ໄດ້ເຖິງຫຼາຍລ້ານຄົນເຂົ້າໄປສຳຜັດກັບຮີດຄອງປະເພນີອາຣັບທີ່ແທ້ຈິງຢູ່ອາຣັບບີ ຊາອຸດິດກ່ອນປີ 2030.”
.
ປີນີ້ແມ່ນປີທ່ອງທ່ຽວລາວ, ລັດຖະບານລາວໄດ້ອອກມາດຕະການຕ່າງໆເພື່ອອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈີນຈຳນວນຫຼວງຫຼາຍໄປທ່ອງທ່ຽວຢູ່ລາວ. ນັບມາຮອດວັນທີ 17 ພຶດສະພາຜ່ານມາ, ດ່ານບໍ່ຫານຕາມຊາຍແດນຈີນ-ລາວໄດ້ກວດກາກຸ່ມນັກທ່ອງທ່ຽວ 2,380 ກຸ່ມທັງໝົດມີ 31,763 ເທື່ອຄົນ, ຕ່າງໄດ້ເພີ່ມຂຶ້ນ 1,406% ແລະ 919%. ໂດຍສະເພາະແມ່ນເລີ່ມແຕ່ ວັນທີ 13 ເມສາຜ່ານມາ,ເສັ້ນທາງລົດໄຟຈີນ-ລາວໄດ້ເພີ່ມຖ້ຽວລົດໄຟໂດຍສານສາກົນລະຫວ່າງສິບສອງພັ່ນນາຂອງຈີນກັບຫຼວງພະບາງຂອງລາວທີ່ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ, ໂດຍສາມາດເດີນທາງໄປກັບພາຍໃນມື້ດຽວຢ່າງສະດວກຫຼາຍກວ່າເກົ່າ, ເຊິ່ງໄດ້ດຶງດູດນັກທ່ອງທ່ຽວຈີນ ແລະ ນັກທ່ອງທ່ຽວສາກົນ ຂີ່ລົດໄຟໂດຍສານໄປທ່ອງທ່ຽວຢູ່ລາວຕາມເສັ້ນທາງລົດໄຟຈີນ-ລາວນັບມື້ນັບຫຼາຍຂຶ້ນ. ໃນ 5 ເດືອນທຳອິດປີ 2024 ນີ້, ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານ 8.72 ລ້ານເທື່ອຄົນ, ສະເລ່ຍແລ້ວຂົນສົ່ງຜູ້ໂດຍສານ 57,000ເທື່ອຄົນຕໍ່ມື້, ເຊິ່ງໄດ້ສ້າງສະຖິຕິໃໝ່ຢ່າງບໍ່ຢຸດຢັ້ງ.
.
ໃນຍາມພັກວັນບຸນສຳຄັນຕ່າງໆ, ເຊັ່ນ: ບຸນກຸດຈີນ, ບຸນຊິ່ງມິງ, ວັນກຳມະກອນສາກົນ ແລະອື່ນໆ, ນັກທ່ອງທ່ຽວຈີນຈຳນວນມະຫາສານນິຍົມກັນອອກໄປທ່ອງທ່ຽວ, ຊຸກຍູ້ໃຫ້ການທ່ອງທ່ຽວຂອງໂລກ ເຂົ້າສູ່ໄລຍະທີ່ມີການບໍລິໂພກຢ່າງຟົດຟື້ນ. ຄຽງຄູ່ກັບເສັ້ນທາງການບິນສາກົນຟື້ນຟູຄືນໃໝ່ເທື່ອລະກ້າວ, ຜະລິດຕະພັນທ່ອງທ່ຽວສາກົນນັບມື້ນັບອຸດົມສົມບູນຂຶ້ນ, ຈະເຫັນນັກທ່ອງທ່ຽວຈີນ ໄປທ່ອງທ່ຽວຢູ່ຕ່າງປະເທດນັບມື້ນັບເພີ່ມຂຶ້ນ. ການຟື້ນຕົວຢ່າງຮອບດ້ານຂອງຕະຫຼາດການທ່ອງທ່ຽວສາກົນແມ່ນບໍ່ສາມາດປັດສະຈາກການຟື້ນຄືນຢ່າງຮອບດ້ານຂອງຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ອງທ່ຽວຕ່າງປະເທດໄດ້ເຊັ່ນກັນ, ການທ່ອງທ່ຽວຕ່າງປະເທດຂອງຊາວຈີນຟື້ນຕົວຄືນໃໝ່ກໍໝາຍຄວາມວ່າ ຈະເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນອັນໃຫຍ່ຫຼວງໃຫ້ກັບຕະຫຼາດການທ່ອງທ່ຽວຂອງທົ່ວໂລກ.