“ຈາກອາຊີບພະນັກງານ ຜັນຕົນເອງສູ່ທຸລະກິດຮ້ານຂາຍເຄື່ອງເພັດ”

ການພັດທະນາຕົນເອງ ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ເປັນປັດໄຈຕົ້ນຕໍທີ່ເຮັດໃຫ້ຄົນຮຸ້ນໜຸ່ມໄດ້ເດີນຕາມເສັ້ນທາງແຫ່ງຄວາມຝັນ ແລະເປົ້າໝາຍທີ່ຕົນເອງຕັ້ງໄວ້ເຊັ່ນດຽວກັນກັບ ທ່ານ ນາງ ສຸລິຍະດາ ໂພນສິມາ ອາຍຸ 32 ປີ ເຊິ່ງເປັນເຈົ້າຂອງຮ້ານ ເຈເອັນຈິວເວີລີ້ ກວ່າຈະກາຍມາເປັນນັກທຸລະກິດທີ່ປະສົບຜົນສໍາເລັດແຕ່ອາຍຸຍັງນ້ອຍຕ້ອງຜ່ານບົດທົດສອບຫຼາຍຢ່າງໄດ້ບອກເລົ່າເລື່ອງລາວການສ້າງອາຊີບຕໍ່ສື່ມວນຊົນຊາວໜຸ່ມວ່າ: ຂ້າພະເຈົ້າໄດ້ເລີ່ມສ້າງຕັ້ງຮ້ານຂາຍເຄື່ອງ ປະດັບຈິວເວີລີ້ ແມ່ນກາງປີ 2017 ເຊິ່ງປັດຈຸບັນໄດ້ປະມານ 7 ປິແລ້ວ ສໍາລັບຈຸດເລີ່ມຕົ້ນທີ່ຫັນມາສ້າງທຸລະກິດນີ້ ເນື່ອງຈາກວ່າຕົນເອງມີຄວາມມັກຮັກ ແລະສົນໃຈເຄື່ອງປະດັບເປັນການສ່ວນຕົວເພາະຈຸດພິເສດຂອງຂ້າພະເຈົ້າເອງຖ້າວ່າມັກອັນໃດຈະຈົດຈໍ່ໃສ່ອັນນັ້ນ ແລະ ຊອກຮູ້ໃຫ້ເລິກ ເຊິ່ງ ເຊັ່ນດຽວກັບການສົນໃຈເຄື່ອງເພັດ ຫລືງານຈິວເວີລີ້ນີ້ ຂ້າພະເຈົ້າແມ່ນໄດ້ຊອກຮູ້ຜ່ານທາງຊ່ອງທາງຍູທູບ ແລະ ອອນລາຍ ທັງພາຍໃນ-ຕ່າງປະເທດ ຈົນໄດ້ຮູ້ຈັກກັບຊ່າງຜູ້ມີຝືມືທາງດ້ານການອອກແບບ ແລະຜະລິດເຄື່ອງປະດັບຈິ່ງພາກັນຜະລິດອອກມາ ເລີ່ມຕົ້ນແມ່ນພວກເຮົາໄດ້ໂພສຂາຍຜ່ານທາງອອນລາຍ ຕອນນັ້ນເຮົາຍັງບໍ່ມີໜ້າຮ້ານເທື່ອ ໃນເວລານັ້ນຖານລູກຄ້າຂອງເຮົາກໍ່ຍັງບໍ່ມີເລີຍນັບໄດ້ວ່າ ພວກເຮົາເລີ່ມຕົ້ນຈາກສູນ ຈາກທີ່ບໍ່ມີຄົນຮູ້ຈັກແຕ່ພວກເຮົາກໍ່ບໍ່ຢຸດທີ່ຈະພະຍາຍາມ, ມີຄວາມອົດທົນຜ່ານຜ່າທຸກໆອຸປະສັກຕ່າງໆ ສື່ຕໍ່ໂພສຮູບສິນຄ້າເຄື່ອງປະດັບແຕ່ລະຢ່າງລົງໃນສື່ອອນລາຍເປັນປະຈໍາ ຈົນສາມາດສ້າງຄວາມສົນໃຈໃຫ້ແກ່ກຸ່ມລູກຄ້າຈາກ 1ຄົນ ກາຍເປັນ2-3 ແລະ ນັບມື້ຮັບເພີ່ມຂຶ້ນ ນອກນີ້ທ່ານຍັງໄດ້ກ່າວອີກວ່າ: ສິ່ງສໍາຄັນຂອງການດໍາເນີນທຸລະກິດຂາດບໍ່ໄດ້ກໍ່ຄືແຮງບັນດານໃຈເພາະປັດຈຸບັນໂລກເຮົາແມ່ນມີການຫຍໍ້ສ່ວນລົງ ແລະ ໄດ້ເຫັນບຸກຄົນທີ່ປະສົບຜົນສໍາເລັດໃນເກນອາຍຸທີ່ຍັງໜຸ່ມນ້ອຍບໍ່ວ່າຈະທັງພາຍໃນ ຫລື ຕ່າງປະເທດເມື່ອເຫັນຄືແນວນັ້ນຕົນເອງຈິງເກີດແຮງບັນດານໃຈຢາກປະສົບຜົນສໍາເລັດແບບດຽວກັນ ຈິງຕັດສິນໃຈສຶກສາຮໍ່າຮຽນໃນສິ່ງທີ່ຕົນເອງມັກ-ຮັກ ແລະ ກໍ່ລົງມືເຮັດ. ນອກ ຈາກນີ້, ສິ່ງທີ່ຕົນເອງຄິດວ່າມັນເປັນແຮງບັນດານໃຈທີ່ສໍາຄັນ ແລະ ຕົນມີຄວາມໂຊກດີຄື: ມີຄອບຄົວ ພໍ່ແມ່ປູກຈິດສໍານຶກຕັ້ງແຕ່ນ້ອຍໆໃນເລື່ອງຂອງການຄ້າຂາຍ ເຖິງວ່າຈະບໍ່ແມ່ນສາຍກ່ຽວພັນເລື່ອງຂອງງານເພັດງານຂິວເວີ້ລີ້ກໍ່ຕາມ ແຕ່ຄອບຄົວກໍ່ໄດ້ສ້າງເງື່ອນໄຂ ແລະ ປູພື້ນຖານໃຫ້ຂ້າພະເຈົ້າໄດ້ນໍາມາປັບໃຊ້ໃນທຸລະກິດຂອງຕົນເອງ ໂດຍສະເພາະການສົນທະນາກັບກຸ່ມລູກຄ້າ, ການເຈລະຈາດ້ານທຸລະກິດຈະເຮັດແນວໃດໃຫ້ຄົນສົນໃຈຫັນມາໃຊ້ບໍລິ ການຊື້ເພັດທີ່ຮ້ານຂອງເຮົາ ຈາກປະສົບການດັ່ງກ່າວນັ້ນ ສາມາດຕໍ່ຍອດທຸລະກິດຈົນມາເຖິງທຸກວັນນີ້.
.
ປັດຈຸບັນຖືວ່າທຸລະກິດຂອງເຮົາບັນລຸເປົ້າໝາຍໃນລະດັບໜຶ່ງ ແລະ ມີທ່າກ້າວຂະຫຍາຍຕົວ ແລະ ຂ້າພະເຈົ້າຍັງມີແຜນຕໍ່ໜ້ານີ້ຄິດວ່າຈະມີການຂະຫຍາຍເພີ່ມຂຶ້ນ ເພື່ອຮອງຮັບຖານລູກຄ້າ ທີ່ບໍ່ແມ່ນແຕ່ງານຈິວເວີລີ້ເທົ່ານັ້ນ ແຕ່ຈະມີຜົນງານຄໍາ 99,9% ເພາະປັດຈຸບັນກໍາລັງຊອກຫາໜ້າຮ້ານທີ່ມີພື້ນທີ່ກ້ວາງຂວາງທີ່ຮອງຮັບທັບເຄື່ອງປະດັບທັງສອງຮູບແບບ ນອກຈາກນີ້ກໍ່ເພື່ອເປັນການຮອງຮັບຖານລູກຄ້າໃນອະນາຄົດ ຄຽງຄູ່ກັບການດໍາເນີນທຸລະກິດນັ້ນ ທ່ານ ນາງ ສຸລິຍະດາ ໂພນສິມາ ຍັງໄດ້ກ່າວຕື່ມອີກວ່າ: ການເຮັດທຸລະກິດເຮົາຕ້ອງມີທັງເຕັກນິກ, ຮູບແບບ-ວິທີການ ທີ່ຈະຕ້ອງໝູນໃຊ້ເຂົ້າໃນການດໍາເນີນທຸລະກິດຄື: ຈິດໃຈບວກກັບຄວາມຕັ້ງໃຈ ແລະ ການເຮັດທຸລະກິດເຄື່ອງເພັດນີ້ເຮົາຈະຕ້ອງຢຶດຖືເອົາຄໍາໝັ້ນສັນຍາທີ່ສໍາຄັນ 3 ຂໍ້ຄື: 1. ເຄື່ອງປະດັບຂອງຮ້ານເຈເອັນຈິວເວີລີ້ ຕ້ອງຮັບປະກັນສິນຄ້າຕະຫຼອດການໃຊ້ງານ, 2. ສິນຄ້າຕ້ອງມີຄຸນນະ ພາບສູງ ແລະ 3. ຕ້ອງມີການບໍລິການທີ່ດີ ແລະ ມີຄວາມຊື່ສັດກັບລູກຄ້າ. ສະນັ້ນ; ຖ້າຫາກຊາວໜຸ່ມຍຸກໃໝ່ຢາກປະສົບຜົນສໍາເລັດເຮົາຕ້ອງຖືເອົາ 3 ໜັກຄື: 1. ຕ້ອງເປັນນັກຝັນ, 2. ຕ້ອງເປັນນັກລົງມືເຮັດ, 3. ຕ້ອງເປັນນັກແກ້ໄຂບັນຫາ.
.
ທັງໝົດນີ້ເປັນບັນທັດຖານທີ່ຂ້າພະເຈົ້າຢຶດຖືມາໂດຍຕະຫຼອດ ແລະ ປະສົບຜົນສໍາເລັດນອກນີ້, ສໍາຄັນທີ່ສຸດກວ່າຈະມີບາດກ່າວຜົນສໍາເລັດຂ້າພະເຈົ້າມີແບບຢ່າງທີ່ດີກໍ່ຄື: ພໍ່ ກັບ ແມ່ ທີ່ສະໜັບສະໜຸນເປັນກໍາລັງໃຈທຸກໆບາດກ້າວຍ່າງຂອງເສັ້ນທາງການເປັນນັກທຸລະກິດ ແລະ ໃຫ້ຄໍາປຶກສາທີ່ດີຕະຫຼອດມາ. ຖ້າເຮົາຢາກປະສົບຜົນສໍາເລັດ ເຮົາຢ່າຢຸດທີ່ຈະຮຽນຮູ້ ໂດຍສະເພາະຮຽນຮູ້ທຸກໆສິ່ງອ້ອມໂຕເຮົາ ບໍ່ວ່າການຮຽນຮູ້ນັ້ນຈະປະສົບຜົນສໍາເລັດ ຫລື ຄວາມຫຼົ້ມເຫຼວ-ຄວາມຜິດພາດທີ່ຜ່ານມາກໍ່ຕາມ ທັງໝົດລ້ວນແລ້ວແຕ່ເປັນປະສົບການທີ່ເຮັດໃຫ້ເຮົາເຕີບໃຫຍ່ນອກຈາກນີ້ແລ້ວ ເຮົາບໍ່ຄວນຢຸດທີ່ຈະພັດທະນາຕົນເອງຖ້າເຮົາພັດທະນາຕົນເອງໄວເທົ່າໃດເຮົາກໍ່ມີສິດທີ່ຈະປະສົບຜົນສໍາເລັດໄວເທົ່ານັ້ນ.