6 ເດືອນຕົ້ນປີ 2024 ເສດຖະກິດລາວ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນ ບັນລຸໄດ້ 4,7%

ໃນໄລຍະ 6 ເດືອນຕົ້ນປີ 2024 ນີ້, ໂດຍລວມເຫັນວ່າເສດຖະກິດຂອງປະເທດລາວເຮົາ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນສາມາດບັນລຸໄດ້ໃນລະດັບ 4,7%, ຄາດຄະເນໝົດປີຈະສາມາດບັນລຸໄດ້ຕາມມະຕິສະພາກຳນົດ, ຂະນະທີ່ການຮັກສາສະຖຽນລະພາບດ້ານເງິນຕາໄດ້ສືບຕໍ່ກຳນົດ ແລະບັງຄັບໃຊ້ມາດຕະການຕ່າງໆເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ, ເຖິງວ່າຢູ່ໃນໃນສະພາບທີ່ມີຄວາມຫຍຸ້ງຍາກ ແລະອ່ອນໄຫວໄດ້ງ່າຍແຕ່ກໍຍັງສາມາດປະຄັບປະຄອງໄວ້ໄດ້. ໂດຍລວມແລ້ວ, ຈັງຫວະການອ່ອນຄ່າຂອງເງິນກີບເຖິງວ່າຈະອ່ອນຄ່າແຕ່ກໍ່ຢູ່ໃນຈັງຫວະທີ່ຊ້າກວ່າປີ 2023.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ ໃຫ້ຮູ້ວ່າ: ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ຕິດພັນກັບການສືບຕໍ່ປະຕິບັດສອງວາລະແຫ່ງຊາດ ຊຶ່ງພາຍຫຼັງທີ່ສະພາແຫ່ງຊາດ ໄດ້ອອກມະຕິຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2024 ແລ້ວ (ມະຕິ 118/ສພຊ, ມະຕິ 119/ສພຊ, ລົງວັນທີ 21 ພະຈິກ 2023), ລັດຖະບານ ກໍໄດ້ຜັນຂະຫຍາຍດ້ວຍການອອກດໍາລັດ 381/ນຍ, ລົງວັນທີ 21 ທັນວາ 2023 ເພື່ອກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດ. ພ້ອມກັນນັ້ນ ກໍໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ-ການເງິນໂດຍສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ຕ່າງປະເທດ ຕາມມະຕິ19/ກມສພ, ໂດຍໄດ້ແຕ່ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂແຕ່ລະວຽກຢ່າງລະອຽດ ແລະ ມີການລົງຕິດຕາມ, ຊີ້ນໍາບັນຊາຢູ່ບັນດາກະຊວງ-ຂະແໜງການ ແລະ ທ້ອງຖິ່ນ, ມີກົນໄກ ສ່ອງແສງປະຈໍາເດືອນ ເປັນປົກກະຕິ ຈຶ່ງເຮັດໃຫ້ພວກເຮົາສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ຊຶ່ງໃນໄລຍະ 5 ເດືອນ ຕົ້ນປີ 2024 ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 1.680 ເລື່ອງ, ຈັບຜູ້ຖືກຫາໄດ້ທັງ ໝົດ 2.616 ຄົນ ຍິງ 555 ຄົນ; ໃນນີ້ ເປັນຄົນຕ່າງປະເທດ 96 ຄົນ ຍິງ 8 ຄົນ; ຢຶດຂອງກາງຢາເສບຕິດປະເພດຢາບ້າ, ຢາໄອສ, ເຮໂຣອິນ, ຄັນຊາ, ຢາຝິ່ນ, ຢາອີ, ເຄຕາມິນ, ໂຄເຄນ, ຄາເຟອິນ ເປັນຈໍານວນຫຼາຍພໍສົມຄວນ. ນອກນັ້ນສາມາດຢຶດລົດໃຫຍ່, ລົດຈັກ, ອາວຸດ, ລູກກະສູນ, ລະເບີດ ແລະ ທາດແຕກເປັນຈໍານວນຫຼາຍເຊັ່ນກັນ.

ສໍາລັບວຽກງານຂົງເຂດເສດຖະກິດ ໃນໄລຍະ 6 ເດືອນຕົ້ນປີ 2024 ນີ້, ໂດຍລວມເຫັນວ່າ ເສດຖະກິດຂອງປະເທດເຮົາ ມີທ່າອ່ຽງຂະຫຍາຍຕົວດີຂຶ້ນສາມາດບັນລຸໄດ້ ໃນລະດັບ 4,7%, ຄາດຄະເນໝົດປີຈະສາມາດບັນລຸໄດ້ຕາມມະຕິ ສະພາກຳນົດ. (ມະຕິສະພາ: ໝົດປີໃຫ້ບັນລຸ 4,5%). GDP ຄາດຄະເນ 6 ເດືອນຕົ້ນປີ 2024 ຈະບັນລຸ 148.043 ຕື້ກີບ ຫຼື ເທົ່າກັບ 50,4% ຂອງແຜນການ (ມະຕິສະພາ: 293.786 ຕື້ກີບ). ສ່ວນການການຈັດເກັບລາຍຮັບງົບປະມານແຫ່ງລັດ ຊຶ່ງມາຮອດວັນທີ 07 ມິຖຸນາ 2024 ປະຕິບັດໄດ້ 25.957 ຕື້ກີບ ເທົ່າກັບ 52% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 64% ເທົ່າກັບ 10.165 ຕື້ກີບ ໃນນັ້ນ: ລາຍຮັບພາຍໃນ ປະຕິບັດໄດ້ 24.104 ຕື້ກີບ ເທົ່າກັບ 54% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 56% ເທົ່າກັບ 8.700 ຕື້ກີບ. ຂະນະທີ່ ການຮັກສາສະຖຽນລະພາບດ້ານເງິນຕາ ໄດ້ສືບຕໍ່ກຳນົດ ແລະ ບັງຄັບໃຊ້ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ, ເຖິງວ່າຢູ່ໃນໃນສະພາບທີ່ມີຄວາມຫຍຸ້ງຍາກ ແລະ ອ່ອນໄຫວໄດ້ງ່າຍ ແຕ່ກໍຍັງສາມາດປະຄັບປະຄອງໄວ້ໄດ້; ໄດ້ເພີ່ມທະວີການຄວບຄຸມເງິນເຟີ້ ໂດຍຈັດຕັ້ງປະຕິບັດນະໂຍບາຍເງິນຕາທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້ຜັນຜວນແຮງ, ລະດົມເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານ ແລະປັບປຸງນິຕິກຳກ່ຽວຂ້ອງພ້ອມທັງຊຸກຍູ້ການພັດທະນາເສດຖະກິດ ດ້ວຍການກະຈາຍສິນເຊື່ອໃຫ້ແກ່ພາກສ່ວນເສດຖະກິດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ: ໃນ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1%. ສະເພາະເດືອນພຶດສະພາ 2024 ຢູ່ໃນລະດັບ 25,8% ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25% (ມະຕິສະພາ: ໃຫ້ຢູ່ໃນລະດັບບໍ່ເກີນ 9% ຫຼື 1 ໂຕເລກ ໃນທ້າຍປີ 2024).

ສ່ວນອັດຕາແລກປ່ຽນຂອງລະບົບທະນາຄານ: ມາຮອດທ້າຍເດືອນ ພຶດສະພາ 2024 ທຽບໃສ່ທ້າຍປີ 2023 ເງິນກີບທຽບໃສ່ເງິນໂດລາ ອ່ອນຄ່າ 3,98%, ເງິນກີບທຽບໃສ່ເງິນບາດ ອ່ອນຄ່າ 2,96%. ໂດຍລວມແລ້ວ, ຈັງຫວະການອ່ອນຄ່າຂອງເງິນກີບ ເຖິງວ່າຈະອ່ອນຄ່າ ແຕ່ກໍ່ຢູ່ໃນຈັງຫວະທີ່ຊ້າກວ່າປີ 2023. ສິ່ງທ້າທາຍ ແມ່ນສ່ວນຕ່າງອັດຕາແລກປ່ຽນກີບ/ໂດລາ ລະຫວ່າງ ທະນາຄານທຸລະກິດ ແລະ ຕະຫຼາດນອກລະບົບ ທີ່ຍັງຢູ່ ໃນລະດັບທີ່ສູງກວ່າ 10% ທຽບໃສ່ຄາດໝາຍວາລະແຫ່ງຊາດ ແມ່ນຍັງສູງ (ຄາດໝາຍວາລະແຫ່ງຊາດບໍ່ເກີນ 2%).