ລາວອີວີເຊັນເຕີ ເປີດໂຕໂຊລູມຈໍາໜ່າຍລົດໄຟຟ້າ

ເມື່ອບໍ່ດົນຜ່ານມາທີ່ນະຄອນຫລວງວຽງຈັນ ທາງບໍລິສັດ ລາວອີວີເຊັນເຕີ ເປີດໂຕໂຊລູມ ຈຳຫນ່າຍລົດໄຟຟ້າ ເປັນທາງການ ໂດຍໃຫ້ກຽດຮ່ວມງານ ທ່ານ ພອນສະໄໝ ພິມມະວົງ ປະທານຜູ້ກໍ່ຕັ້ງ ບໍລິສັດ ລາວອີວິເຊັນເຕີ ແລະທ່ານນາງ ເຈນນີ່ ຫຼວງວົງ ພ້ອມດ້ວພະນັກງານແລະໝູ່ຄູ່ມາຮ່ວມສະແດງຄວາມຍິນດີ.

ທ່ານ ພອນສະໄໝ ພິມມະວົງ ປະທານ ແລະ ຜູ້ກໍ່ຕັ້ງ ບໍລິສັດ ລາວອີວີເຊັນເຕີ ໃຫ້ຮູ້ວ່າ: ລາວອີວີເຊັນເຕີ ເລີ່ມກໍຕັ້ງຂຶ້ນໃນຊວງທ້າຍປີ 2022 ທາມກາງກະແສລົດໄຟຟ້າຈາກຕ່າງປະເທດ ກຳລັງມາແຮງ ຄ້າຍລົດຍົນຫຼາຍແບຣນຫັນມາແຂງຂັນຜະລິດລົດໄຟຟ້າ ຂ້າພະເຈົ້າກໍໄດ້ເລັ່ງເຫັນໂອກາດນີ້ ຈຶ່ງໄດ້ສຶກສາເລື່ອງລົດໄຟຟ້າຢ່າງຈິງຈັງ ບວກກັບສ່ວນຕົວມັກເລື່ອງລົດຢູ່ແລ້ວ ເຫັນວ່າອານາຄົດລົດໄຟຟ້າຕ້ອງເຕີບໂຕ ແລະ ໄດ້ຮັບຄວາມນິຍົມຈາກຄົນລາວຢ່າງແນ່ນອນ ເພາະລົດໄຟຟ້າຊ່ວຍປະຫຍັດຄ່າໃຊ້ຈ່າຍໄດ້ຫຼາຍ ສະດວກໃນການຂັບຂີ່ ມີຄວາມສວຍງາມ ແລະ ທັນສະໄໝ.

ລາວອີວີເຊັນເຕີ ຖືວ່າເປັນຍຸກແລກໆທີ່ໄດ້ນຳເຂົ້າ ແລະ ຈໍາໜ່າຍລົດໄຟຟ້າທຸກລຸ້ນທຸກຢີ່ຫຍໍ້ຫຼັກໆແມ່ນໄດ້ນຳເຂົ້າມາຈາກປະເທດຈີນ ຊຶ່ງໃນເວລານັ້ນກໍມີບໍລິສັດອື່ນນຳເຂົ້າລົດໄຟຟ້າມາຈຳໜ່າຍຢູ່ບ້ານເຮົາແລ້ວແຕ່ກໍຍັງບໍ່ທັນມີຫຼາກຫຼາຍລຸ້ນຫຼາຍຢິ່ຫຍໍ້ຂ້າພະເຈົ້າກໍເຫັນວ່າຢາກນຳເຂົ້າລົດໄຟຟ້າເຂົ້າມາບ້ານເຮົາໃຫ້ໄດ້ຫຼາຍລຸ້ນຫຼາຍຢີ່ຫຍໍ້ທີ່ສຸດ ເພື່ອໃຫ້ຄົນລາວໄດ້ມີທາງເລືອກທີ່ຫຼາກຫຼາຍຂຶ້ນກໍໄດ້ຕັ້ງຊື່ບໍລິສັດວ່າ ລາວອີວີເຊັນເຕີ ຫຼືສູນລວມລົດໄຟຟ້ານັ້ນເອງ.

ນອກຈາກລົດທີ່ມີພ້ອມຂາຍຢູ່ໜ້າຮ້ານເຮົາແລ້ວ ເຮົາກໍຍັງສັ່ງຈອງລົດໄຟຟ້າຕາມສະເປັກທີ່ລູກຄ້າຕ້ອງການໄດ້ເຊັ່ນດຽວກັນ ບໍ່ວ່າຈະເປັນລົດທົ່ວໄປໃນລາຄາສິບປາຍພັນໂດລາ ຈົນຮອດລົດຫລູລາຄາຫຼັກແສນໂດລາ, ຊຶ່ງລົດທີ່ພວກເຮົານຳເຂົ້າມານັ້ນ ກາລັນຕີໄດ້ເລີຍວ່າເປັນລົດທີ່ສົ່ງຕົງຈາກໂຮງງານມາຫາຮ້ານເຮົາ ໂດຍມີໃບຮອງຮັບ (Certificate) ຈາກໂຮງງານ, ຜ່ານລະບົບການກວດກາ ບໍ່ວ່າຈະເປັນເລື່ອງເຕັກນິກ ຄຸນະພາບຂອງລົດ ກ່ອນສົ່ງມາຮອດ ສປປ ລາວ.

ນອກນີ້, ພວກເຮົາຍັງຈຳໜ່າຍອຸປະກອນເສີມທີ່ກ່ຽວກັບລົດໄຟຟ້າ ເປັນຕົ້ນແມ່ນຕູ້ສາກລົດໄຟຟ້າ ອາແດັບເຕີສາກໄທ ແລະ ອື່ນໆ.ດ້ວຍຄວາມຕັ້ງໃຈ ການບໍລິການ ການໃຫ້ຂໍ້ມູນທີ່ຕົງໄປຕົງມາ ລາຄາທີ່ສົມເຫດສົມຜົນ ບໍ່ເອົາປຽບລູກຄ້າ ແລະ ມີບໍລິການຫຼັງການຂາຍທີ່ພ້ອມເບິ່ງແຍງລົດຂອງລູກຄ້າຕະຫຼອດອາຍຸການໃຊ້ງານ ເຮັດໃຫ້ພວກເຮົາໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກລູກຄ້າຫຼາຍໆທ່ານ, ປະຈຸບັນພວກເຮົາມີສູນບໍລິການຫຼັງການຂາຍ 4 ຈຸດ ຊຶ່ງໃນນະຄອນຫຼວງມີ 2 ຈຸດ, ປາກເຊ ແລະຫຼວງພະບາງ.

ແນວໃດກໍ່ຕາມທ່ານໃດສົນໃຈຂໍຝາກລາວອີວີເຊັນເຕີ ໄວ້ໃນອ້ອມອົກອ້ອມໃຈໝົດທຸກທ່ານແດ່ເດີ້ຄິດຫາລົດໄຟຟ້າຄິດຫາລາວອີວີເຊັນເຕີ ແລ້ວທ່ານຈະໄດ້ລົດໃໝ່ມີຄຸນະພາບ ທີ່ສົ່ງຕົງຈາກໂຮງງານມາເຖິງມືທ່ານ.ສະຖານທີ່ຕັ້ງຢູ່: ເສັ້ນທາງບຶງທາດຫຼວງ, 3 ແຍກບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສອບຖາມຂໍ້ມູນລົດ: 020 9266-6222 | 020 9757-5997