ໂຮງຮຽນອະນຸບານ ແລະ​ປະຖົມແສງອາລຸນ ມອບປະກາສະນິຍະບັດ ໃຫ້ນັກຮຽນ​ຈົບຊັ້ນ

ວັນທີ 29 ມິຖຸນາ​ 2024​, ໂຮງຮຽນອະນຸບານ ແລະ ປະຖົມແສງອາລຸນ ໄດ້ຈັດພິທີສະຫຼຸບປີຮຽນ ສົກຮຽນ​ 2023​ - 2024​ ພ້ອມທັງມອບ​ປະກາສະນິຍະບັດ ໃຫ້ແກ່ນ້ອງນັກຮຽນ​ ທີ່ຮຽນຈົບຊັ້ນ ປ.5 ແລະ​ ອະນຸບານ​ 3. ພິທີຈັດຂຶ້ນຢູ່ໂຮງແຮງເອຣາວັນ ຣີເວີໄຊ​ ນະຄອນປາກເຊ​ ໂດຍການເປັນປະທານ​ຮ່ວມຂອງ​ ທ່ານ ບຸນປັນ ສຸລິຍະວົງ ກໍາມະ​ການພັກ​ນະຄອນ​ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ, ທ່ານ ນາງ ປັນຈະລາ ທອງມະນີລາ ຜູ້ອຳນວຍການໂຮງຮຽນອະນຸບານ​ - ປະຖົມແສງອາລຸນສຶກສາ. ມີ​ການນໍາ​ ແລະ​ ຄະນະບໍລິຫານການ​ສຶກສານະຄອນປາກເຊ​ ພ້ອມດ້ວຍພະນັກງານ, ຄູ​ - ອາຈານ, ນັກຮຽນອະນຸບານ​ - ປະຖົມ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.

ໃນພິທີ,​ ທ່ານ​ ໄຊປັນຍາ ທອງມະນີລາ ຮອງຜູ້ອຳນວຍການໂຮງຮຽນອະນຸບານ​ -​ ປະຖົມແສງອາລຸນ ໄດ້ຜ່ານບົດສະຫຼຸບສົກຮຽນ 2023​ -​ 2024​ ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ,​ ດ້ານອ່ອນ,​ ຂໍ້ຄົງຄ້າງ ແລະ​ ບາງບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ​ -​ ການສອນ​ ໃນ​ສົກຮຽນ​ຜ່ານມາ,​ ໃນນັ້ນ,​ ວຽກງານການສຶກສາ ໄດ້ມີການປັບປຸງ ແລະ ປະຕິບັດຕາມແຜນພັດທະນາຂອງໂຮງຮຽນ,​ ໃນສົກຮຽນນີ້​ ມີຄູທັງໝົດ 24 ຄົນ,​ ຍິງ 18 ຄົນ.​ ໂຮງຮຽນລ້ຽງເດັກ​ - ອະນຸບານ ມີນັກ​ຮຽນ​ທັງ​ໝົດ 214 ຄົນ,​ ​ຍິງ 96 ຄົນ,​ ມີຫ້ອງຮຽນ​ 5 ຫ້ອງ,​ ມີ​ຄູ ລ້ຽງເດັກ​ -​ ອະນຸບານ ຈຳ​ນວນ 10 ຄົນ(ຍິງ).​ ໂຮງຮຽນປະຖົມ ມີນັກ​ຮຽນທັງໝົດ 391 ຄົນ,​ ຍິງ 169 ຄົນ, ຫ້ອງຮຽນ 9 ຫ້ອງ,​ ມີຄູ​ - ອາຈານ 10 ຄົນ,​ ຍິງ 8​ ຄົນ. ດ້ານ​ການ​ຮຽນ​ - ການ​ສອນ,​ ຄູ​ - ອາ​ຈານພາຍ​ໃນ​ໂຮງ​​ຮຽນ ໄດ້​ຕັ້ງ​ໜ້າ​ສິດ​ສອນ​ນັກ​ຮຽນ,​ ຊອກ​ຮູ້​ວິ​ຊາ​ຕຳ​ລາ​ຮຽນ​ ແລະ ​ຍົກ​ລະ​ດັບ​ຄວາມ​ຮູ້​ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ວິ​ຊາ​ຮຽນ​ຂອງ​ໂຄງ​ການ​ຫຼັກ​ສູດກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ​ວາງ​ອອກ,​ ກ່ອນ​ຈະຂຶ້ນສອນ​ ຄູ​ໄດ້​ກະ​ກຽມ ບົດ​ສອນ,​ ອຸ​ປະ​ກອນ​ການເພື່ອ​ເປັນ​ສິ່ງ​ປະ​ຈັກ​ຕາ​ໃຫ້​ນັກ​ຮຽນ​ໄດ້​ຮຽນ​ຮູ້​ ແລະ​ເຂົ້າ​ໃຈ​ໄວ,​ ປະ​ຕິ​ບັດ​ຕາມ​ແຜນ​ການ​ໂຄງ​ການ​ຫຼັກ​ສູດ​ໄດ້​ທ່ວງ​ທັນ​ເວ​ລາ,​ ມີ​ການ​ປະ​ເມີນ​ນັກ​ຮຽນ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ແກ້​ໄຂ​ ແລະ​ບຳ​ລຸງ​ນັກ​ຮຽນ​ບາງ​ຄົນ​ທີ່​ຍັງ​ອ່ອນ​ບາງວິ​ຊາເພື່ອ​ເຮັດ​ໃຫ້​ນັກ​ຮຽນ​ໄດ້​ເຂົ້າ​ໃຈ​ຕໍ່​ບົດ​ຮຽນ,​ ໃນສົກຮຽນ​ນີ້​ນັກ​ຮຽນ​ສາ​ມາດ​ສອບ​ຜ່ານ​ໄດ້ ແລະ ໄດ້​ເລື່ອນ​ຊັ້ນ100%. ນັກຮຽນຈົບຊັ້ນ ປ.​5 ທີ່ໄດ້ຮັບປະກາສະນີຍະບັດ​ 46​ ຄົນ,​ ຍິງ​ 27 ຄົນ,​ ຫຼານນ້ອຍ​ ທີ່ຮຽນຈົບອະນຸບານ​ 3 ແລະ​ ໄດ້ຮັບໃບຢັ້ງຢືນ​ ມີ​ 40 ຄົນ,​ ຍິງ​ 25 ຄົນ.​

ທ່ານ​ ໄຊປັນຍາ ທອງມະນິລາ​ ກ່າວຕື່ມວ່າ: ສໍາລັບທິດທາງແຜນການໃນສົກຮຽນ 2024​ -​ 2025​ ຈະເພີ່ມອັດຕາການເຂົ້າຮຽນໃນໂຮງຮຽນອະນຸບານ ແລະ ລະດົມເດັກໃນເກນອາຍຸ​ 3 - 4 ປີ​ ໃຫ້ໄດ້ເຂົ້າຮຽນໃນຊັ້ນອະນຸບານ 1 ໃຫ້​ໄດ້ 40 ຄົນ; ເພີ່ມອັດຕາເຂົ້າຮຽນຂອງນັກຮຽນຊັ້ນ ປ1 (ອາຍຸ 6 ປີ) ໃຫ້ໄດ້ 90 ຄົນ; ປະຕິບັດນະໂຍບາຍສະຫວັດດີການສັງຄົມ ແລະ ລະບຽບການສຳລັບຄູ ໃນການມອບສິດ ແລະ ໜ້າທີ່ ຂອງຄູສອນໃນຕຳແໜ່ງຕ່າງໆພາຍໃນໂຮງຮຽນ. ວຽກງານການຮຽນ - ການສອນ ຈະສືບຕໍ່ບຳລຸງນັກຮຽນເກັ່ງ ແລະ ບຳລຸງນັກຮຽນທີ່ຍັງຮຽນອ່ອນເຊິ່ງຍົກຍ້າຍມາຈາກບ່ອນອື່ນ; ປະຕິບັດການຮຽນ - ການສອນຕາມໂຄງການຫຼັກສູດຂອງກະຊວງ​ ໃຫ້ທ່ວງທັນກັບເວລາຢ່າງຈິງຈັງ; ປະເມີນການຮຽນ - ການສອນ ຂອງຄູ ແລະ ນັກຮຽນທຸກໆເດືອນ; ສ້າງອຸປະກອນການສອນ ເພື່ອເປັນສິ່ງປະຈັກຕາເວລາສອນໃຫ້ໄດ້ທຸກບົດຮຽນ; ສູ້ຊົນເຮັດໃຫ້ອັດຕາຄ້າງຫ້ອງບໍ່ໃຫ້ເກີນ 2%, ຈັດຕັ້ງການສອບເສັງນັກຮຽນເກັ່ງ​ ເພື່ອເອົານັກຮຽນ​ ໄປເສັງນັກຣຽນເກັ່ງຂັ້ນກຸ່ມ,​ ຂັ້ນນະຄອນ ແລະ ຂັ້ນແຂວງ.​ ນອກນີ້​ ຍັງຈະໄດ້ເອົາໃຈໃສ່ວຽກງານບໍລິຫານ​ - ນະໂຍບາຍ,​ ວຽກງານກິລາ​ - ສິລະປະ,​ ວຽກງານພັດທະນາອາຄານສະຖານທີ່​ ພາຍໃນໂຮງຮຽນ ຕື່ມອີກ.​ ເພື່ອເຮັດໃຫ້ແຜນການພັດທະນາການສຶກສາ 2024​ - 2025 ໃຫ່ໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ​ ຈະໄດ້ມອບໃຫ້ໜ່ວຍງານການຈັດຕັ້ງຄູອາຈານໝົດທຸກຄົນພາຍໃນໂຮງຮຽນ ນຳເອົາແຜນການນີ້ໄປຜັນຂະຫຍາຍ​ ເປັນແຜນລະອຽດຂອງຕົນ ແລ້ວກໍານົດວິທີການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຢ່າງມີປະສິດທິຜົນ; ປະສານສົມທົບກັບພໍ່​ແມ່​ນັກ​ຮຽນ,​ ຄູ​ -​ ອາ​ຈານພາຍ​ໃນ​ໂຮງ​ຮຽນ ແລະ ຂໍທິດຊີ້ນຳຈາກຄະນະອຳນວຍການ,​ ການນໍາຫ້ອງການສຶກສາ​ທິ​ການ​ - ກິ​ລານະຄອນປາກ​ເຊ ແລະ ​ພະ​ແນກ​ສຶກ​ສາ​ທິ​ການ​ ​- ​ກິ​ລາແຂວງ ໃນແຕ່ລະໄລຍະ.​ ຕິດຕາມປະເມີນຜົນ, ຊຸກຍູ້ໃຫ້ແຕ່ລະພາກສ່ວນປະຕິບັດຕາມແຜນການ -​ ແຜນງານ ແລະ ໂຄງການທີ່ໄດ້ວາງໄວ້ໃຫ້ມີຜົນສຳເລັດຕາມເປົ້າໝາຍທີ່ກຳນົດໄວ້.

#ຈາກນັ້ນ,​ ກໍໄດ້ມອບປະກາສະນີຍະບັດ​ ແລະ​ ໃບຢັ້ງຢືນແກ່ນັກຮຽນ​ -​ ຫຼານນ້ອຍອະນຸບານ ປີ​ 3, ໃຫ້ກຽດ​ມອບ​ ໂດຍ​ທ່ານ ບຸນປັນ ສຸລິຍະວົງ ກໍາມະ​ການພັກ​ນະຄອນ​ ຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນ.​ ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ອໍານວຍການໂຮງຮຽນ, ຄູ​ - ອາຈານ ທີ່ດີ​ເດັ່ນຮອບດ້ານ,​ ສອນດີ.​- ສອນເກັ່ງ ແລະ ນັກຮຽນດີ​ - ຮຽນເກັ່ງ ໃນສົກຮຽນດັ່ງກ່າວ.​ ຕອນ​ທ້າຍ​ພິທີ​ ທ່ານ ບຸນປັນ ສຸລິຍະວົງ ກໍມີຄໍາເຫັນໂອ້ລົມ​ຊີ້ທິດເຍືອງທາງຕື່ມອີກ.
ຂ່າວ​: ທູນທອງໃຈ​