ລາວ ຍົກເວັ້ນວີຊາໃຫ້ນັກທ່ອງທ່ຽວຈີນ

ພາກອຸດສາຫະກໍາທ່ອງທ່ຽວໃນບັນດາ 10 ປະເທດສະມາຊິກອາຊຽນພວມເຕີບໃຫຍ່ຂະຫຍາຍຕົວແບບກ້າວກະໂດດ ພາຍຫລັງພະຍາດ ໂຄວິດ-2019 ຈາງຫາຍໄປ ແລະ ໄດ້ເປີດປະເທດໄປມາຫາສູ່ກັນປົກກະຕິນັບແຕ່ປີ 2022 ເປັນຕົ້ນມາ ຂະນະທີ່ ສປປ ລາວ, ໄທ, ຫວຽດນາມ, ກໍາປູເຈຍ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍກາຍເປັນຈຸດດຶງດູດນັກທ່ອງທ່ຽວຊາວຈີນ, ສ ເກົາ ຫລີ, ຍີ່ປຸ່ນ, ເອີຣົບ, ອາເມລິກາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຍ້ອນວ່າອາຊຽນເປັນຂົງເຂດທີ່ມີຄວາມສະຫງົບທ່ີສຸດ ແລະ ມີສະຖຽນລະພາບດ້ານການເມືອງຂ້ອນຂ້າງດີກວ່າຂົງເຂດອື່ນໆ.

     ອີງຕາມທະນາຄານໂລກ ແລະ ທະນາຄານພັດທະນາອາຊີໄດ້ລາຍງານ ເມື່ອບໍ່ດົນມານີ້ວ່າພາກອຸດສາຫະກໍາທ່ອງທ່ຽວຈະຊ່ວຍເຮັດໃຫ້ເສດຖະກິດໂລກ ຄ່ອຍໆຟື້ນຕົວຂຶ້ນຕາມລໍາດັບ ໜຶ່ງໃນນັ້ນ ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ບໍ່ມີຊາຍແດນດ້ານໃດຕິດຈອດກັບທະເລ ແຕ່ມີເສັ້ນທາງລົດໄຟລາວ-ຈີນ ນັ້ນຄືໂອກາດສໍາຄັນຈະປ່ຽນໃບໜ້າ ແລະ ສະຖານະຂອງລາວ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນ ແລະ ປະເທດອື່ນໆໃນໂລກ ເຊິ່ງນັ້ນໝາຍວ່າຜ່ານມາລາວໄດ້ພົບພໍ້ ແລະ ຜະເຊີນໜ້າກັບການແພ່ລະບາດພະຍາດໂຄວິດ-19 ອັນໄດ້ເຮັດໃຫ້ກະທົບຕໍ່ສະພາບລວມຂອງປະເທດຫຍຸ້ງຍາກ ມາຮອດປີ 2022 ພະຍາດດັ່ງກ່າວໄດ້ຈາຍຫາຍໄປ ແລະ ເປີດປະເທດຢ່າງທາງການຈະຊ່ວຍເຮັດໃຫ້ ສປປ ລາວ ໄດ້ຮັບໂອກາດໃໝ່ໆ ແລະ ມີສິ່ງທ້າທາຍແຕກຕ່າງກັນດີຂຶ້ນເປັນກ້າວໆໂດຍສະເພາະ ການບໍລິການທ່ອງທ່ຽວຕິດພັນກັບເສັ້ນທາງລົດໄຟລາວ-ຈີນ ຈະເຮັດຫ້ເສດຖະກິດຂອງລາວຄ່ອຍໆດີຂຶ້ນຢ່າງໜ້າສົນໃຈ.