ເຄິ່ງປີ ທະນາຄານນະໂຍບາຍ ສາຂາອັດຕະປື ມີຜົນກຳໄລ 9 ຕື້ກວ່າກີບ

ກອງປະຊຸມສະຫລຸບການ​ເຄື່ອນ​ໄຫວ​ວຽກ​ງານທະ​ນາ​ຄານນະ​ໂຍ​ບາຍ (ທນບ) ປະຈຳ 6 ເດືອນຕົ້ນປີ 2024 ມີຜົນກຳໄລໃນແຜນການດຳເນີນທຸລະກິດກໍຄືແຜນການສະໜອງສິນເຊື່ອຂອງ​ສາຂາ ແລະໜ່ວຍບໍລິການສູງເຖິງ 9 ຕື້ກວ່າກີບ.

ກອງປະຊຸມຄັ້ງນີ້ທະນາຄານນະໂຍບາຍ (ທນບ) ສາຂາແຂວງ ອັດຕະປື ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ບຸນແຫຼມ ກິວົງສັກ ຫົວໜ້າທະ​ນາ​ຄານນະ​ໂຍ​ບາຍ ສາຂາ ອັດຕະປື, ມີບັນດາທ່ານໃນຄະນະສາຂາ, ຂະແໜງການ, ໜ່ວຍສາຂາ, ໜ່ວຍບໍລິການ ແລະ ພະນັກງານວິຊາການຈາກສາຂາແຂວງອັດຕະປື ແລະ ແຂວງເຊກອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼູບການເຄື່ອນໄຫວຮອບດ້ານປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງ-ແຜນການ 6 ເດືອນທ້າຍປີ 2024 ເຊິ່ງຜ່ານມາຄະນະນຳທະນາຄານນະໂຍບາຍໃນສອງສາຂາ ໄດ້ຈັດ ຕັ້ງປະຕິບັດການເຄື່ອນໄຫວແຜນດຳເນີນທຸລະກິດ 6 ເດືອນ ຕົ້ນປີສາມາດສ້າງລາຍຮັບທັງ ໝົດ 43,16 ຕື້ກີບ, ປະຕິບັດແຜນການໄດ້ 38,28% ຂອງແຜນປີ (112,778ຕື້ກີບ) ເພີ່ມຂຶ້ນ 101% ທຽບໃສ່ປີ 2023 ( 64,577 ຕື້ກີບ), 6 ເດືອນ ລາຍຈ່າຍທັງໝົດ 33,868 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 59,22% (74,075 ຕື້ກີບ) ຫຼຸດລົງ 86% ຕື້ກີບ ທຽບໃສ່ປີ 2023 (137,725ຕື້ກີບ) 6 ເດືອນມີກຳໄລ 9,30 ຕື້ກີບ, ການເກັບຄ່າທຳນຽມໂອນເງີນ ແລະ ຄ່າທຳນຽມເງິນກູ້ ໃນ 6 ເດືອນ 66,751,000 ກີບ.

ນອກຈາກບັນຫາອື່ນໆ ທີ່ກອງປະຊຸມໄດ້ນຳມາລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານສິນເຊື່ອ ໃນໄລຍະຜ່ານມາ ແລະແຜນການຈະສະໜອງສິນເຊື່ອໃນຕໍ່ໜ້າໃຫ້ມີຄຸນນະພາບແລ້ວ ກອງປະຊຸມບັນດາຄະນະໜ່ວຍບໍລິການໃນ 2 ສາຂາ ກໍ່ໄດ້ປະກອບຄໍາເຫັນໃສ່ບາງບັນຫາ ແລະ ຊອກວິທີແກ້ໄຂໃນຈຸດທີ່ຄົງຄ້າງ; ພ້ອມ​ກັນ ​ຄົ້ນ​ຄວ້າຕີ​ລາ​ຄາເຖິງຜົນ​ສຳ​ເລັດ​ ແລະຄົ້ນຄວ້າກຳນົດທິດທາງແຜນການ ປະຈຳ 6 ເດືອນທ້າຍ ປີ 2024 ເປັນຕົ້ນແມ່ນແຜນການສະໜອງສິນເຊື່ອ ແຜນການດຳເນີນ ທຸລະກິດ ແລະ ແຜນການກະກຽມຄວາມພ້ອມຮອບດ້ານຂອງບັນດາສາຂາ ແລະໜ່ວຍບໍລິການໃນສອງແຂວງໃຫ້ມີປະສິດທິຜົນ, ມີຈຸດສຸມໃສ່ການຂະຫຍາຍສິນເຊື່ອ, ເກັບກູ້ໜີ້ສິນໃຫ້ໄດ້ຕາມແຜນ ແລະໃຫ້ມີຜົນກຳໄລ.

ກອງປະຊຸມຄັ້ງນີ້ຍັງໄດ້ພິຈາລະນາຮັບຮອງເອົາເນື້ອໃນການຄົ້ນຄວ້າຕາມຄວາມເໝາະສົມດ້ວຍການທົບທວນແຜນການທີ່ປະຕິບັດໄດ້ໃນ 6 ເດືອນຕົ້ນປີ ແລະ ວາງແຜນການໃນ 6 ເດືອນທ້າຍປີ 2024 ແລະ ມີແຜນການສູ້ຊົນລະອຽດ, ລວມທັງການປະກອບ ຄຳຄິດຄຳເຫັນ ການແລກປ່ຽນບົດຮຽນດ້ວຍຄວາມເປັນເອກະພາບສູງ, ຂອງບັນດາທ່ານພະນັກງານວິຊາການ, ຄະນະໜ່ວຍ, ຄະນະຂະແໜງ ແລະຄະນະພັກຄະນະສາຂາ ເພື່ອໃຫ້ສອດຄ່ອງກັບລະບຽບສິນເຊື່ອລາຍກຸ່ມ, ລະບຽບສິນເຊື່ອລາຍບຸກຄົນ ຂອງທະນາຄານນະໂຍບາຍວາງອອກໃນແຕ່ລະໄລຍະໃຫ້ສຳເລັດຢ່າງສະຫງ່າງາມ.

ໃນຕອນທ້າຍຍັງໄດ້ໂອ້ລົມຈາກ​ຄະນະປະທານໂດຍໄດ້ຮຽກຮ້ອງໃຫ້ພະນັກງານທຸກຄົນຈົ່ງເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ດີ​ທີ່​ສຸດເພື່ອປະຕິບັດແຜນການ 6 ເດືອນ ທ້າຍ​ປີ 2024 ຕ້ອງໄດ້ອອກແຮງສູ້ຊົນປະເມີນປະສິດທິຜົນເງິນກູ້ທີ່ປ່ອຍໄປແລ້ວຕາມຄໍາແນະນໍາຂອງສໍານັກງານໃຫຍ່ໃຫ້ສໍາເລັດ, ວຽກງານຂະແໜງການອື່ນໃຫ້ປະຕິບັດຕາມພາລະບົດບາດຂອງຕົນຢ່າງແຂງແຮງຕ້ອງສາມາດບັນລຸແຜນການເຄື່ອນໄຫວ 90-100%, ປະສານສົມທົບກັບອຳນາດການປົກຄອງທຸກຂັ້ນຢ່າງແໜ້ນແຟ້ນຕໍ່ເນື່ອງ, ຊຸກຢູ່ໜ່ວຍບໍລິການທີ່ມີໜີ້ສິນຄຸມເຄືອແກ້ໄຂຍາກໃຫ້ນໍາໃຊ້ວິທີແກ້ໄຂຕາມລະບຽບ 37 ຢ່າງເປັນຮູບປະທຳ, ຫັນສິນເຊື່ອເປັນ ອກສກ ໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອໃຫ້ອໍານາດການປົກຄອງບ້ານມີສ່ວນຊ່ວຍທະນາຄານນະໂຍບາຍໃນການເກັບກູ້ໜີ້ສິນເພາະຜ່ານມາເຫັນວ່າມີປະສິດທິຜົນສູງ.
ໂດຍ: ໄພບູນ