ຍີ່ປຸ່ນ ເລີ່ມນໍາໃຊ້ພັນທະບັດລຸ້ນໃໝ່ ໃນຮອບ 20 ປີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຍີ່ປຸ່ນເລີ່ມນໍາໃຊ້ພັນທະບັດລຸ້ນໃໝ່ໃນຮອບ 20 ປີ ໂດຍມີການນຳໃຊ້ເຕັກໂນໂລຊີພາບສາມມິຕິເພື່ອປ້ອງກັນການປອມແປງ.
 
ຂ່າວລະບຸວ່າ: ໃນວັນທີ 3 ກໍລະກົດຜ່ານມາ ເປັນມື້ທຳອິດທີ່ປະເທດຍີ່ປຸ່ນເລີ່ມມີການໃຊ້ພັນທະບັດລຸ້ນໃໝ່ໝູນວຽນເຂົ້າສູ່ລະບົບ ຖືເປັນການປ່ຽນແປງຄັ້ງທຳອິດໃນຮອບ 20 ປີ, ໂດຍມີການນຳໃຊ້ເຕັກໂນໂລຊີພາບສາມມິຕິເພື່ອປ້ອງກັນການປອມແປງ, ຂະນະທີ່ພາກທຸລະກິດ ແລະ ຜູ້ປະກອບການຕ່າງໆຕ້ອງໄດ້ລົງທຶນເພີ່ມຕື່ມ ເພື່ອຍົກລະດັບຕູ້ກົດອັດຕະໂນມັດໃຫ້ຮອງຮັບພັດທະບັດລຸ້ນໃໝ່.
 
ພັນທະບັດ 3 ແບບ ທີ່ອອກແບບໃໝ່ໄດ້ແກ່: ພັນທະບັດ ມູນຄ່າ 10.000 ເຢນ, 5.000 ເຢນ ແລະ 1.000 ເຢນ. ພັນທະບັດ 10.000 ເຢນ ລຸ້ນໃໝ່ ຈະມີພາບສາມມິຕິຂອງ ທ່ານ ເອອິຈິ ຊິບູຊາວະ ຊຶ່ງເປັນຜູ້ມີສ່ວນຮ່ວມກໍ່ຕັ້ງບໍລິສັດຕ່າງໆໃນຍີ່ປຸ່ນ ປະມານ 500 ແຫ່ງ, ຂະນະທີ່ ພັນທະບັດ 5.000 ເຢນ ຈະເປັນພາບຂອງ ທ່ານນາງ ອຸເມໂກະ ສືດະ ຜູ້ສ້າງຕັ້ງມະຫາວິທະຍາໄລຍິງລ້ວນ ແລະເປັນຜູ້ຊຸກຍູ້ໃຫ້ຜູ້ຍິງໄດ້ຮັບການສຶກສາທີ່ສູງຂຶ້ນ, ສ່ວນພັນທະບັດໃບ 1.000 ເຢນ ຈະເປັນພາບຂອງ ທ່ານ ຊິບະຊາບຸໂຣ່ ຄິຕະຊາໂຕະ ຊຶ່ງເປັນແພດ ແລະນັກຊີວະວິທະຍາ ທີ່ພັດທະນາເຊລໍ້າຕ້ານພິດບາດທະຍັກ.
 
ພັນທະບັດຊຸດນີ້ ໃຊ້ເຕັກໂນໂລຊີພາບສາມມິຕິ ໃນການພິມພາບເທິງພັນທະບັດເຮັດໃຫ້ເຮົາເບິ່ງເຫັນພາບແຕກຕ່າງກັນໃນແຕ່ລະມູມຊຶ່ງໂຮງພິມພັນທະບັດແຫ່ງຊາດຂອງຍີ່ປຸ່ນລະບຸວ່າ: ນີ້ເປັນຄັ້ງທຳອິດຂອງໂລກທີ່ມີການໃຊ້ເຕັກໂນໂລຊີດັ່ງກ່າວພິມເງິນເຈ້ຍ ເພື່ອປ້ອງກັນການປອມແປງ. ເຖິງແມ່ນວ່າພັນທະບັດໃໝ່ຈະເຂົ້າສູ່ລະບົບ ແຕ່ພັນທະບັດລຸ້ນເກົ່າກໍຍັງສາມາດໃຊ້ໄດ້ຕາມປົກກະຕິ, ຂະນະທີ່ຮ້ານອາຫານຍອດນິຍົມເຊັ່ນ: ຮ້ານຣາເມນ, ຮ້ານເຂົ້າໜ້າຊີ້ນ ທີ່ມັກໃຊ້ຕູ້ກົດຊື້ອັດຕະໂນມັດ ເພື່ອຫຼຸດການຈ້າງພະນັກງານທີ່ເປັນຄົນ ລວມເຖິງຕູ້ກົດອັດຕະໂນມັດຕາມສະຖານີລົດໄຟ ແລະບ່ອນຈອດລົດ ແມ່ນຢູ່ໃນລະຫວ່າງການຍົກລະດັບຕູ້ຂອງຕົນເອງ ເພື່ອໃຫ້ຮອງຮັບການຊຳລະເງິນສົດດ້ວຍພັນທະບັນລຸ້ນໃໝ່.
 
ຂໍ້ມູນຈາກສະມາຄົມຜູ້ຜະລິດ ແລະຜູ້ປະກອບການເຄື່ອງກົດອັດຕະໂນມັດໃນຍີ່ປຸ່ນຊີ້ວ່າ: ຕູ້ເອທີເອັມ ແລະຕູ້ກົດຊື້ປີ້ລົດໄຟ ປະມານ 90% ທົ່ວປະເທດ ພ້ອມສຳລັບການປ່ຽນພັນທະບັດຄັ້ງນີ້, ແຕ່ມີຮ້ານອາຫານ ແລະຕູ້ອອກບັດບ່ອນຈອດລົດພຽງເຄິ່ງໜຶ່ງເທົ່ານັ້ນທີ່ພ້ອມສຳລັບພັນທະບັດໃໝ່, ຂະນະທີ່ຕູ້ກົດຊື້ເຄື່ອງດື່ມເກືອບ 80% ທົ່ວປະເທດກໍຍັງຕ້ອງຍົກລະດັບໃໝ່ເຊັ່ນກັນ.
 
ແຕ່ໃນຂະນະດຽວກັນ, ລັດຖະບານຍີ່ປຸ່ນກໍພະຍາຍາມຊຸກຍູ້ໃຫ້ປະຊາຊົນ ແລະ ທຸລະກິດບໍລິການຕ່າງໆຫຼຸດການໃຊ້ເງິນສົດໄປດ້ວຍ ເພື່ອຮອງຮັບກັບເສດຖະກິດດີຈີຕອນ.