.

ທ່ານເຈົ້າແຂວງຄຳມ່ວນ ເຂົ້າຮ່ວມງານ ບວງສວງອົງພະຍາສີສັດຕະນາຄະລາດ ທີ່ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ
.
ໂດຍການຕອບສະໜອງຕາມການເຊີນຈາກຈັງຫວັດນະຄອນພະນົມ ຣາຊະອານາຈົກໄທ ໃນວັນທີ 07 ກໍລະກົດ 2024 ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະນຳຂອງແຂວງ, ພະແນກການ, ຂະ ແໜງການກ່ຽວຂ້ອງ ໄດ້ເດີນທາງໄປຮ່ວມງານບວງສວງ ອົງພຣະຍາສີສັດຕະນາຄະລາດ ຈັງຫວັດນະຄອນພະນົມ ໂດຍການເປັນປະທານເປີດງານຂອງທ່ານ ນາງ ມະນະພອນ ຈະເລີນສີ ລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມ ຣາຊະອານາຈົກໄທ, ມີທ່ານ ວັນໄຊ ຈັນພອນ ຜູ້ວ່າຣາຊການຈັງຫວັດນະຄອນພະນົມ, ມີການນຳຝ່າຍຈັງຫວັດ, ພາກເອກະຊົນ ແລະພໍ່ແມ່ພີ່ນ້ອງຊາວຈັງຫວັດນະຄອນພະນົມເຂົ້າຮ່ວມຢ່າງຫຼວງຫຼາຍ.

ງານບວງສວງ ອົງພຣະຍາສີສັດຕະນາຄະລາດ ທີ່ຈັງຫວັດນະຄອນພະນົມ ປະຈຳປີ ພສ 2567 ແມ່ນໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະຈະຈັດຂຶ້ນເປັນເວລາ 7 ວັນ ເລີ່ມແຕ່ວັນທີ 07-13 ກໍລະກົດ 2024 ໂດຍມີປະຊາຊົນທັງຊາວນະຄອນພະນົມ ແລະມາຈາກຈັງຫວັດຕ່າງໆ ຮ່ວມຟ້ອນລຳບວງສວງໃນພິທີ ຈຳນວນ 1.200 ຄົນ ແລະ ຍັງມີມວນຊົນທີ່ເຂົ້າມາທ່ຽວຊົມອີກເປັນຈຳນວນຫຼວງຫຼາຍ. ຕະຫຼອດຂອງການຈັດງານຈະມີຫຼາຍຫຼາຍກິດຈະກຳທີ່ຈັດສະແດງຂຶ້ນຕະຫຼອດການຈັດງານໂດຍສະເພາະແມ່ນພິທີບວງສວງ ແລະ ກາບໄຫວ້ພະຍາສີສັດຕະນະຄະລາດ (ພະຍານາກ) ເພື່ອສືບສານຕໍານານຄວາມເຊື່ອ, ຄວາມສັດທາຂອງຊາວລຸ່ມແມ່ນໍ້າຂອງທີ່ມີຕໍ່ພະຍານາກ ທັງເປັນການສົ່ງເສີມການທ່ອງທ່ຽວຂອງຈັງຫວັດນະຄອນພະນົມ ເພື່ອກະຈາຍລາຍໄດ້ສູ່ຊຸມຊົນ ແລະ ຍົກລະດັບແຫຼ່ງທ່ອງທ່ຽວຂອງຈັງຫວັດ. ເຊິ່ງໃນການໄປຮ່ວມງານຂອງຄະນະການນຳຂອງແຂວງຄຳມ່ວນໃນຄັ້ງນີ້ກໍ່ເພື່ອເປັນການພົບປະແລກປ່ຽນທາງດ້ານວັດທະນະທຳ ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ຮ່ວມມືກັນໃນດ້ານການທ່ອງທ່ຽວທັງສອງຝ່າຍໃນເງື່ອນໄຂທີ່ມີຊາຍແດນຕິດຕໍ່ກັນເພື່ອໃຫ້ມີຜົນປະໂຫຍດຮ່ວມກັນໃນຕໍ່ໜ້າ.

ຂ່າວ-ພາບ: ກອງຄໍາ