ສວນອາຈານເນ້ ຖົ່ວລຽນລາວ ຈະເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ຢູ່ເມືອງວັງວຽງ

ສວນໝາກຖົ່ວລຽນຂອງອາຈານ ດວງດາວວອນ ສຸລິຍະວົງສາ ຫລືສວນອາຈານເນ້ ຖົ່ວລຽນລາວຕັ້ງຢູ່ບ້ານຂັນໝາກເມືອງວັງວຽງ ແຂວງວຽງຈັນ ເປັນສວນຖົ່ວລຽນ ທີ່ມີເນື້ອທີ່ກວ້າງຂວາງ,ຕິດກັບສາຍນໍ້າຊອງ,ມີເສັ້ນທາງລົດໄຟແລ່ນຜ່ານ,ມີທິວທັດທຳມະຊາດທີ່ສວຍງາມໂດຍອາ ຈານເນ້ ຈະພັດທະນາສວນດັ່ງກ່າວ, ໃຫ້ກາຍເປັນແຫລ່ງທ່ຽວອີກແຫ່ງໜຶ່ງຂອງເມືອງວັງວຽງເຊິ່ງຈະເປັນໃບໜ້າໃໝ່ຂອງແຂວງວຽງຈັນ ກໍຄືຂອງ ສປປ ລາວ ເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ສປປ ລາວ ກໍຄືເຂົ້າມາເມືອງວັງວຽງ ໃຫ້ນັບມື້ຫລາຍຂຶ້ນກວ່າເກົ່າ.

ທ່ານ ດວງດາວວອນ ສຸລິຍະວົງສາ ເຈົ້າຂອງສວນອາຈານເນ້ ຖົ່ວລຽນລາວ ໃຫ້ສຳພາດ ໃນວັນທີ 5 ກໍລະກົດ 2024 ຜ່ານມານີ້ວ່າ: ສວນອາຈານເນ້ ຖົ່ວລຽນລາວ ໄດ້ເລີ່ມບຸກເບີກ ມາແຕ່ປີ 2020, ໃນເນື້ອທີ່ທັງໝົດ 90 ເຮັກຕາ. ໃນນັ້ນ, ຈະປູກຖົ່ວລຽນ ໃຫ້ໄດ້ 9.200 ກວ່າຕົ້ນ, ມາຮອດປັດຈຸບັນ ສາມາດ ປູກຖົ່ວລຽນໄດ້ແລ້ວ 8.700 ກວ່າຕົ້ນ, ຄາດວ່າຈະສາມາດເກັບຜົນຜະລິດໄດ້ໃນປີ 2025 ເປັນຕົ້ນໄປ, ໃນເບື້ອງຕົ້ນຄາດວ່າຈະສາມາດເກັບຜົນຜະລິດ ໄດ້ປະມານ 4.500 ຕົ້ນ, ຜົນຜະລິດໄດ້ປະມານ 40 ກິໂລຕໍ່ໜຶ່ງຕົ້ນ ແລະ ຄາດວ່າຈະສາມາດເກັບກ່ຽວຜົນຜະລິດໄດ້ທັງໝົດທົ່ວສວນ ໃນປີ 2027. ສຳລັບ ໝາກຖົ່ວລຽນ ທີ່ນຳມາປູກມີ 7 ສາຍພັນ ຄື: ສາຍພັນ ມູຊັນຄິງ, ໜາມດຳ, ກ້ານຍາວ, ພວງມະນີ, ກະດຸມ, ໝອນທອງ ແລະ ແດງອິນໂດ. ໃນນີ້, ສ່ວນໃຫຍ່ແມ່ນປູກສາຍພັນໝອນທອງເຊິ່ງຜົນຜະລິດທີ່ຈະເກັບກ່ຽວໄດ້ໃນເບື້ອງຕົ້ນຈະຈຳໜ່າຍໃຫ້ກັບກຸ່ມລູກຄ້າຕະຫລາດພາຍໃນເປັນຫລັກ ໂດຍຈະໃຫ້ບຸລິມະສິດວາງຈໍາໜ່າຍຢູ່ບັນດາແຂວງ, ບັນດາເມືອງທີ່ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງຂອງ ສປປ ລາວ ມາເປັນອັນດັບທຳອິດເພື່ອໂຄສະນາປະຊາສຳພັນໃຫ້ຕ່າງປະເທດຮູ້ເຖິງລົດຊາດໝາກຖົ່ວລຽນລາວໄດ້ກວ້າງຂວາງຫລາຍຍິ່ງຂຶ້ນ ແລະໃນອະນາຄົດມີແຜນຈະສົ່ງອອກຖົ່ວລຽນລາວ ໄປຕະຫລາດຕ່າງປະເທດ ເປັນຕົ້ນ ສົ່ງອອກໄປ ສປ ຈີນ ທີ່ເປັນຕະຫລາດໃຫຍ່ ມີຜູ້ນິຍົມບໍລິ ໂພກຖົ່ວລຽນຫລາຍ.

ພ້ອມກັນນີ້, ທ່ານ ດວງດາວວອນ ສຸລິຍະວົງສາ ຍັງຈະພັດທະນາສວນຖົ່ວລຽນ ໃຫ້ເປັນແຫລ່ງທ່ອງທ່ຽວອີກແຫ່ງໜຶ່ງພາຍໃນເມືອງວັງວຽງ ໂດຍຈະສ້າງໃຫ້ມີສູນທັດສະນະສຶກສາ, ຄົ້ນຄວ້າກ່ຽວກັບໝາກຖົ່ວລຽນໃນລາວ ໂດຍມີແນວພັນ ລວມເຖິງອຸປະກອນຕ່າງໆທີ່ຮັບໃຊ້ໃນການປູກໝາກຖົ່ວລຽນ ໃຫ້ໃຫ້ນັກທ່ອງທ່ຽວ ໄດ້ສຳພັດຕົວຈິງ. ພ້ອມທັງຈະສ້າງຮ້ານອາຫານທີ່ມີຄວາມໂດດເດັ່ນໃນລັກສະນະເປັນໂຮມສະເຕເທິງໜ້ານໍ້າໃຫ້ນັກທ່ອງທ່ຽວສາມາດເຫັນວິຊີວິດການຫາປາຂອງປະຊາຊົນໃນຂົງເຂດດັ່ງກ່າວ, ຈະມີຜະລິດຕະພັນຊຸມຊົນວາງຈຳໜ່າຍໃຫ້ນັກທ່ອງທ່ຽວຊື້ເປັນເຄື່ອງຕ້ອນຂອງ ຝາກນຳດ້ວຍ ແລະ ຈະສ້າງຮ້ານກາເຟທີ່ສູງພຽງທາງລົດໄຟ ແລະຈະສ້າງໃຫ້ມີຫໍເບິ່ງດາວທີ່ເປັນຈຸດຊົມວິວສູງສຸດ ຢູ່ພາຍໃນສວນແຫ່ງນີ້.

ພ້ອມກັນນີ້, ໃນອະນາຄົດ ທ່ານ ດວງດາວວອນ ສຸລິຍະວົງສາ ຈະພັດທະນາໃຫ້ມີສາຍພັນຖົ່ວ ລຽນ ທີ່ເປັນເອກະລັກສະເພາະຂອງປະເທດລາວ ອີກດ້ວຍ ແລະ ຈະເປີດຮັບນັກຮຽນ-ນັກສຶກສາ ຜູ້ທີ່ສົນໃຈໃນການປູກໝາກຖົ່ວລຽນ ສາມາດລົງມາຝຶກງານ, ມາຮຽນຮູ້ກ່ຽວກັບການປູກ-ການບົວລະບັດຮັກສາຕົ້ນຖົ່ວລຽນ ຕົວຈິງໃນສວນໄດ້ ໂດຍຈະມີເງິນເດືອນໃຫ້ຕື່ມອີກ. ພ້ອມທັງຈະຂຽນປຶ້ມຄູ່ມືໃນການປູກໝາກຖົ່ວລຽນເປັນສະບັບພາສາລາວມອບໃຫ້ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ ແລະ ໂຮງຮຽນວິຊາຊີບຕ່າງໆໃນລາວເພື່ອປະກອບສ່ວນສົ່ງເສີມເອົາຄວາມຮູ້ກ່ຽວກັບການປູກໝາກຖົ່ວລຽນໃຫ້ນັກຮຽນ-ນັກສຶກສາ ແລະ ຜູ້ທີ່ມີຄວາມສົນໃຈໃນຂອບເຂດທົ່ວປະເທດ ໄດ້ມີຄວາມຮູ້ກ່ຽວກັບການປູກໝາກຖົ່ວລຽນຫລາຍຂຶ້ນ.

ໂອກາດນີ້, ທ່ານ ດວງດາວວອນ ສຸລິຍະວົງສາ ຍັງໄດ້ຝາກເຖິງຜູ້ປະກອບການ, ນັກທຸລະກິດ, ກະສິກອນ ທັງພາຍໃນ ແລະຕ່າງປະເທດ ຜູ້ທີ່ມີກຳລັງຊັບ, ມີທຶນຮອນ, ຖ້າມີຄວາມສົນໃຈຢາກສ້າງສວນໝາກຖົ່ວລຽນສາມາດຕິດພົວພັນໄດ້ທີ່ Facebook “ອາຈານເນ້ຖົ່ວລຽນລາວ” ຫລື ສາມາດມາຄົ້ນຄວ້າ, ມາຮັບຄຳປຶກສາກ່ອນຈະລົງທຶນ ເຮັດທຸລະກິດກ່ຽວກັບສວນຖົ່ວລຽນນຳອາຈານໄດ້ໂດຍກົງ.
ຂ່າວ-ພາບ: ທະນູທອງ