ເຄິ່ງປີ ພາສີແຂວງຈໍາປາສັກ ເກັບລາຍຮັບໄດ້ 805,85 ຕື້ກີບ

ປີ 2024 ນີ້, ພາສີປະຈໍາແຂວງຈຳປາສັກ ໄດ້ຮັບຕົວເລກແຜນການເກັບລາຍຮັບ ຈໍານວນ 1,365 ຕື້ກີບ, ຊຶ່ງໄດ້ແບ່ງຕົວເລກແຜນການດັ່ງກ່າວໃຫ້ກັບຂະແໜງ, ດ່ານພາສີສາກົນ, ດ່ານປະເພນີ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ. ສະເພາະ ໃນ 6 ເດືອນຕົ້ນປີນີ້ ພາສີປະຈໍາແຂວງຈຳປາສັກ ສາມາດຈັດເກັບລາຍຮັບໄດ້ທັງໝົດ 805,85 ຕື້ກີບ ເທົ່າກັບ 188, 07% ຂອງແຜນການ 6 ເດືອນ (ແຜນການ 6 ເດືອນ 682,50 ຕື້ກີບ), ທຽບໃສ່ໄລຍະດຽວຂອງປີ 2023 ເທົ່າກັບ 127,64%, ເພີ່ມຂຶ້ນ 27,64% ຫຼື ເປັນເງິນ 174,52 ຕື້ກີບ.

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາ 6 ເດືອນ ປີ 2024 ຂອງພາສີປະຈໍາແຂວງຈຳປາສັກ ໄດ້ຈັດຂຶ້ນໃນ ວັນທີ 9 ມິຖຸນາ 2024 ຢູ່ຫ້ອງການດັ່ງກ່າວ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ບຸນເພັງ ເຂັມມາລາ ຫົວໜ້າພາສີປະຈໍາແຂວງຈຳປາສັກ, ການນໍາດ່ານພາສີສາກົນວັງເຕົ່າ, ດ່ານພາສີສາກົນໜອງນົກຂຽນ, ດ່ານປະເພນີຊ່ອງຕາອູ ເມືອງສຸຂຸມາ, ດ່ານປະເພນີບ້ານໃໝ່ສິງສໍາພັນ ເມືອງຊະນະສົມບູນ, ຫົວໜ້າ - ຮອງຫົວໜ້າຂະແໜງ ແລະພະນັກງານວິຊາການພາຍໃນພາສີແຂວງເຂົ້າຮ່ວມ.

ທ່ານ ແກ້ວອຸດອນ ພາລີຈັນ ຮອງຫົວໜ້າພາສີປະຈໍາແຂວງຈໍາປາສັກ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາ 6 ເດືອນ ປີ 2024 ຂອງພາສີປະຈໍາແຂວງຈຳປາສັກ ໂດຍຍົກໃຫ້ເຫັນການນໍາພາວຽກງານດ້ານການເມືອງ-ແນວຄິດ, ວຽກງານການຈັດຕັ້ງ ແລະ ພະນັກງານ, ວຽກງານດ້ານວິຊາສະເພາະ ຕົ້ນຕໍແມ່ນການຈັດເກັບລາຍຮັບສາມາດຈັດຕັ້ງປະຕິບັດໄດ້ລື່ນແຜນການ. ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບລື່ນແຜນຍ້ອນວ່າມີຂໍ້ກໍານົດ, ກົດລະບຽບ, ກົດໝາຍພາສີ ທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດລວມໄປເຖິງເຄື່ອງມືທີ່ທັນສະໄໝປະກອບເຂົ້າໃນວຽກງານພາສີ. ນອກນີ້,ກໍຍ້ອນໄດ້ຮັບການນໍາພາ-ຊີ້ນໍາ ຈາກຄະນະພັກ-ຄະນະນໍາຈາກສາຍຕັ້ງ-ສາຍຂວາງ ເວົ້າລວມ, ເວົ້າສະເພາະແມ່ນກົມພາສີໄດ້ລົງໃກ້ຊິດຕິດແທດ, ຕິດຕາມກວດກາ ແລະໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງເປັນປົກະຕິ ແລະ ຕໍ່ເນື່ອງ; ຍ້ອນຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຂອງພະນັກງານໃນທົ່ວພາສີປະຈຳແຂວງ ລວມໄປເຖິງແບບແຜນວິທີເຮັດວຽກ ໂດຍມີ ການແບ່ງງານກັນຢ່າງລະອຽດ; ຍ້ອນການນໍາໃຊ້ເຄື່ອງມືທີ່ທັນສະໃໝເຂົ້າມາຮັບໃຊ້ວຽກງານວິຊາສະເພາະເຮັດໃຫ້ວຽກງານການຄຸ້ມຄອງການແຈ້ງພາສີ, ການຈັດເກັບລາຍຮັບ, ການລາຍງານຕົວເລກສະຖິຕິ ມີຄວາມສະດວກວ່ອງໄວ ແລະຊັດເຈນຂຶ້ນກ່ວາເກົ່າ. ຄຽງຄູ່ກັບດ້ານດີກໍຍັງມີບາງຈຸດອ່ອນ ແລະຂໍ້ຄົງຄ້າງຕົ້ນຕໍແມ່ນການໂຄສະນາເຜີຍແຜ່ ແລະເຊື່ອມຊຶມວຽກງານພາສີ ໃຫ້ແກ່ສັງຄົມ ແລະຜູ້ປະກອບການ ຍັງບໍ່ທັນເຮັດໄດ້ປົກກະຕິ ຈິ່ງເຮັດໃຫ້ສະຕິໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການພາສີ ຂອງສັງຄົມ ແລະຜູ້ປະກອບການຍັງບໍ່ທັນສູງເທົ່າທີ່ຄວນ, ມີບາງບຸກຄົນ, ນິຕິບຸກຄົນຍັງສວຍໂອກາດ ແລະ ຊອກຊ່ອງທາງໃນການລັກລອບໜີພາສີຢູ່. ເພື່ອແກ້ໄຂບັນຫາດັ່ງກ່າວ, ໃນຕໍ່ໜ້າ ຈະຖືເອົາວຽກງານສຶກສາອົບຮົມນໍາພາການເມືອງ - ແນວຄິດ ໃຫ້ແກ່ສະມາຊິກພັກ - ພະນັກງານ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງຕິດພັນກັບຄວາມຮັບຜິດຊອບ; ເອົາໃຈໃສ່ໃນວຽກງານໂຄສະນາເຜີຍແຜ່ກົດໝາຍ, ລະບຽບການ ແລະ ຂໍ້ມູນຂ່າວສານກ່ຽວກັບວຽກງານພາສີ ໃຫ້ສັງຄົມໄດ້ຮັບຊາບຢ່າງກ້ວາງຂວາງ; ເອົາໃຈໃສ່ໃນການເຂົ້າຮ່ວມຝຶກອົບຮົມທາງດ້ານວິຊາການ, ວິຊາສະເພາະ ແລະລະບຽບກົດໝາຍໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງທົ່ວເຖິງ; ເອົາໃຈໃສ່ເຂັ້ມງວດໃນການຕິດຕາມກວດກາສິນຄ້າຕ່າງໆໂດຍສະເພາະສິນຄ້າທີ່ໄດ້ຮັບການສົ່ງເສີມການລົງທຶນແນໃສ່ເພື່ອໃຫ້ໂຄງການນຳໄປໃຊ້ໃຫ້ຖືກເປົ້າໝາຍ.

ຕອນທ້າຍກອງປະຊຸມ, ທ່ານ ປອ ບຸນເພັງ ເຂັມມາລາ ຫົວໜ້າພາສີປະຈໍາແຂວງ ປະທານກອງປະຊຸມ ກໍມີຄຳເຫັນໂອ້ລົມຊີ້ທິດເຍືອງທາງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

* ຂ່າວ-ພາບ: ທູນທອງໃຈ