ປະກາດການຈັດຕັ້ງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ

ວັນທີ 10 ກໍລະກົດ​ 2024 ນີ້,​ ໄດ້ມີພິທີປະກາດການຈັດຕັ້ງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ.​ ພິທີຈັດຂຶ້ນຢູ່ຫ້ອງປະຊຸມດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໂດຍໃຫ້ກຽດເປັນປະທານຂອງສະຫາຍ ປະລິນຍາເອກ​ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ​ ເລຂາພັກແຂວງ​ ເຈົ້າແຂວງ​ຈໍາປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.​

ໃນພິທີ,​ ສະຫາຍ ສູນໃຈ​ ຊາດຕະກຸນ​ ຮັກສາການ​ຫົວໜ້າ​ຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າ​ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະ 6 ເດືອນຕົ້ນປີ​ 2024​ ໂດຍຍົກໃຫ້ເຫັນຈຸດພິເສດ,​ ທີ່ຕັ້ງຂອງດ່ານຊາຍແດນສາກົນວັງເຕົ່າ,​ຍົກໃຫ້ເຫັນການຈັດຕັ້ງ​ວຽກພັກ, ການຈັດຕັ້ງວຽກລັດ,​ ສະພາບການນໍາພາວຽກງານການສຶກສາອົບຮົມການເມືອງ - ແນວຄິດ​,​ ວຽກງານປ້ອງກັນຊາດ -​ ປ້ອງກັນຄວາມສະຫງົບ,​ ວຽກງານການຈັດເກັບລາຍຮັບ,​ ວຽກງານກວດກາຄົນເຂົ້າ​ -​ ອອກ​ເມືອງ,​ ວຽກກັກກັນພືດ,​ ກັກກັນສັດ,​ ອາຫານ​ ແລະ​ ຢາ,​ ຄວບຄຸມ​ໂລກລະບາດ,​ ວຽກງານພົວພັນ​ຊາຍແດນ​ ແລະ​ ກົງສູນ,​ ວຽກງານກວດກາຄຸນນະພບນໍ້າມັນ​ ແລະ​ ວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ​ ເຊິ່ງມີທັງຜົນງານດ້ານດີ,​ ດ້ານອ່ອນ,​ ຂໍ້ຄົງຄ້າງ​ ແລະ​ ບາງບົດຮຽນທີ່ຖອດຖອນໄດ້.​ ພ້ອມ​ນີ້ ຍັງຜ່ານທິດທາງແຜນການ 6 ເດືອນ​ທ້າຍປີ​ 2024​ ຕື່ມອີກ.​

ຕໍ່ມາ,​ ທ່ານ ພັນເອກ​ ບຸນອ່ຽງ ພັນວົງສາ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການ​ ປກສ ແຂວງ​ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ​ ເລກທີ​ 1426/ປກສ,​ ລົງ​ວັນທີ​ 11​ ມິຖຸນາ​ 2024​ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ​ ທີ່ຂຶ້ນກັບກອງບັນຊາການ​ ປກສ​ ແຂວງ​ ໂດຍແຕ່ງຕັ້ງ ສະຫາຍ​ ພັນໂທ ສີຜາ ຂຸນພົນພັກດີ ເປັນຮອງຫົວໜ້າກອງບັນຊາການ ປກສ​ ແຂວງ​ ແລະ​ເປັນ​ຫົວໜ້າຄະນະຄຸ້ມຄອງດ່ານສາກົນວັງເຕົ່າ.​ ພ້ອມນີ້,​ ສະຫາຍ​ ສາທິດ​ ປັດສາພັນ​ ຮອງຫົວໜ້າ​ຄະນະຈັດຕັ້ງແຂວງ​ ກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຈໍາປາສັກ ເລກທີ​ 321/ຄຈພຂ.ຈສ, ລົງ​ວັນທີ​ 9​ ກໍລະກົດ​ 2024​ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ​ສະຫາຍ​ ພັນໂທ ສີຜາ ຂຸນພົນພັກດີ​ ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າ​ ເປັນຮັກສາການ​ເລຂາຄະນະພັກຮາກຖານດ່ານສາກົນວັງເຕົ່າ.​

ຈາກນັ້ນ, ກໍໄດ້ເຊັນບົດບັນທຶກການມອບ​-ຮັບໜ້າທີ່ ລະຫວ່າງ​ ສະຫາຍ ສູນໃຈ ຊາດຕະກຸນ​ ຮັກສາຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າ​ ຮັກສາການເລຂາຄະນະພັກຮາກຖານດ່ານຊາຍແດນສາກົນວັງເຕົ່າ​ (ຜູ້ເກົ່າ)​ ແລະ​ ສະຫາຍ​ ພັນໂທ ສີຜາ ຂຸນພົນພັກດີ​ ຫົວໜ້າຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າ​ ແລະ​ຮັກສາການ​ເລຂາຄະນະພັກຮາກຖານດ່ານສາກົນວັງເຕົ່າ (ຜູ້ໃໝ່)​.

ຕອນທ້າຍພິທີ,​ ສະຫາຍ​ ປະລິນຍາເອກ​ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ​ ເລຂາພັກແຂວງ​ ເຈົ້າແຂວງ​ຈໍາປາສັກ​ ກໍມີຄໍາເຫັນໂອລົມຊີ້ທິດເຍືອງທາງ​ ເພື່ອເປັນບ່ອນອີງໃນການນໍາພາ​-ຊີ້ນໍາວຽກງານຮອບດ້ານຂອງດ່ານຊາຍແດນສາກົນວັງເຕົ່າ​ ໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ..
ຂ່າວ-ພາບ: ທູນທອງໃຈ​