ເຈົ້າຫນ້າທີ່ກັກຜູ້ຖືກຫາ 7 ຄົນ ພ້ອມຂອງກາງຢາບ້າ 7,245 ເມັດ

ໃນວັນທີ 25 ມິຖຸນາ 2024 ຜ່ານມາ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງຄຳມ່ວນໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ຈະມີການຊື້-ຂາຍ ແລະມົ້ວສຸມຢາເສບຕິດ ຢູ່ທີ່ເຮືອນຫຼັງໜຶ່ງເຂດ ບ້ານໂພນສະອາດ ເມືອງທ່າແຂກ ແຂວງຄຳມ່ວນ. ພາຍຫຼັງໄດ້ຮັບການລາຍງານຄືແນວນັ້ນທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ຈື່ງໄດ້ນຳກຳລັງລົງກວດກາຕິດຕາມສະຖານທີ່ດັ່ງກ່າວ.

ຕໍ່ມາຮອດເວລາ 11:00 ໂມງ ຂອງວັນດຽວກັນທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ຈື່ງໄດ້ພົບເຫັນເປົ້າໝາຍ ຈຳນວນ 5 ຄົນ ທີ່ກຳລັງຊື້-ຂາຍ ແລະ ມົ້ວສຸມເສບຢາເສບຕິດ(ຢາບ້າ) ຢູ່ເຮືອນຫຼັງດັ່ງກ່າວ ດັ່ງນັ້ນທາງເຈົ້າໜ້າທີ່ພະແນກຕຳຫຼວດ ຈື່ງໄດ້ສະແດງຕົວເຂົ້າກັກຕົວເປົ້າໝາຍ ສາມາດກັກຕົວຜູ້ຖືກຫາໄດ້ 05 ຄົນ ພ້ອມຢືດຂອງກາງປະເພດຢາບ້າໄດ້ທັງໝົດຈຳນວນ 1,049 ເມັດ.

ຜ່ານການສືບສວນ - ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະຈື່ງຮູ້ວ່າ : ຜູ້ຖືກຫາຊື່ທ້າວ ສາຍຝົນ ໄຊຍະລາດ(ຫຼືທ້າວໂມ) ອາຍຸ 27 ປີ, ທ້າວ ບຸນກັນ ພົມມະກິ່ງ (ຫຼື ທ້າວ ນ້ອຍ) ອາຍຸ 36 ປີ. ທ້າວ ເທບພະບຸດ ສົມໃຈຫວັງ (ຫຼື ທ້າວອາຫຼົງ) ອາຍຸ 25 ປີ, ທ້າວ ຍາວ ແກ້ວວົງສັກ ອາຍຸ 35 ປີ ທັງ 4 ຄົນ ແມ່ນເປັນປະຊາຊົນຢູ່ບ້ານໂພນສະອາດ ເມືອງທ່າແຂກ ແຂວງຄຳມ່ວນ ແລະ ທ້າວ ເບີດ ອານັນ ອາຍຸ 31 ປີ ເປັນປະຊາຊົນຢູ່ບ້ານຫ້ວຍກະວະ ເມືອງຫີນບູນ ແຂວງຄຳມ່ວນ. ສ່ວນຢາບ້າຈຳນວນດັ່ງກ່າວແມ່ນຊື້ມາຈາກ ທ້າວ ຄຳບາງ ສີຄຸນວົງ ແລະ ນາງ ເລດີ້ (ຫຼືນາງດີ້) ເປັນປະຊາຊົນຢູ່ບ້ານສອງຫ້ອງ, ເມືອງຫີນບູນ ແຂວງຄຳມ່ວນ. ເມື່ອຮູ້ລາຍລະອາດດັ່ງນັ້ນທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງຈຶ່ງໄດ້ລົງຕິດຕາມຢູ່ເຂດບ້ານດັ່ງກ່າວ ເຫັນວ່າມີມູນຄວາມຈິງ ຕໍ່ມາໃນເວລາ 15:00 ໂມງຂອງວັນດຽວກັນ ທາງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງໄດ້ນຳກຳລັງເຂົ້າກັກຕົວ ທ້າວ ຄຳບາງ ສີຄຸນວົງ ອາຍຸ 42 ປີ ແລະ ນາງ ເລດີ້ ອາຍຸ 39 ປີ ຢູ່ເຮືອນຂອງພວກກ່ຽວ ພ້ອມທັງກວດຄົ້ນເຮືອນ ຈຶ່ງພົບເຫັນເຄື່ອງຂອງກາງ ຢາບ້າ ຈຳນວນ 02 ມັດ ກັບ 11 ຖົງ ເທົ່າກັບ 6,196 ເມັດ ແລະຄໍລະເຈັ້ນ ຈໍານວນ 07 ຊອງມາດໍາເນີນຄະດີ.

ປະຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ວິຊາສະເພາະຍັງທຳການສືບສວນ - ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.