ແຂວງສະຫວັນ ລາຍຮັບສະເລ່ຍຕໍ່ຫົວຄົນ 13,51 ລ້ານກີບຕໍ່ຄົນຕໍ່ປີ

ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກແຂວງສະຫວັນນະເຂດ ບວກກັບຄວາມເອົາໃຈໃສ່ຂອງອົງການປົກຄອງແຂວງ, ເມືອງ, ນະຄອນ ແລະ ການສະໜັບສະໜູນທົ່ວສັງຄົມ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມໄດ້ມີການພັດທະນາຊຶ່ງລວມຍອດຜະລິດຕະພັນພາຍໃນ 6 ເດືອນຕົ້ນປີ 2024 ນີ້ (GDP) ຂະຫຍາຍໂຕຢູ່ໃນລະດັບ 5.63%, ຄິດເປັນມູນຄ່າ 14,998.79 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 13,51 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ສະຫາຍ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງສະຫວັນນະເຂດ ໄດ້ລາຍງານກ່ຽວກັບການນຳພາ-ຊີ້ນຳລວມຮອບດ້ານຂອງຄະນະບໍລິຫານງານພັກແຂວງປະຈຳ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ (ເປີດກວ້າງ) ຄັ້ງທີ 15 ສະໄໝທີ IX ທີ່ຈັດຂຶ້ນໃນລະຫວ່າງວັນທີ 8-9 ກໍລະກົດຜ່ານມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມາ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ມີສິ່ງທ້າທາຍຫຼາຍປະການກໍຕາມ, ແຕ່ຍ້ອນການນໍາພາ-ຊີ້ນຳຂອງຄະນະບໍລິຫານງານພັກແຂວງ ບວກກັບຄວາມເອົາໃຈໃສ່ຂອງອົງການປົກຄອງແຂວງ, ເມືອງ, ນະຄອນ ແລະ ການສະໜັບສະໜູນທົ່ວສັງຄົມ; ທົ່ວແຂວງຈຶ່ງສາມາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ນຳພາສຸມໃສ່ນໍາໃຊ້ທ່າແຮງບົ່ມຊ້ອນ ແລະ ລະດົມກໍາລັງແຮງຈາກທຸກພາກສ່ວນຂອງສັງຄົມ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຊຸກຍູ້ການຜະລິດກະສິກຳເປັນສິນຄ້າເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍ ແລະ ຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ບໍ່ໃຫ້ກະທົບແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ; ລວມຍອດຜະລິດຕະພັນພາຍໃນ 6 ເດືອນຕົ້ນປີ (GDP) ຂະຫຍາຍໂຕຢູ່ໃນລະດັບ 5.63%, ຄິດເປັນມູນຄ່າ 14,998.79 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 13,51 ລ້ານກວ່າກີບຕໍ່ຄົນຕໍ່ປີ, ດ້ານການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 2,376,166 ຕື້ກີບ, ເທົ່າກັບ 81.22% ຂອງແຜນການປີ ໃນນີ້, ພູດສູນກາງ 910,696 ຕື້ກີບ, ເທົ່າກັບ 60.02% ແລະ ພູດຂອງແຂວງໄດ້ 1.465,47 ຕື້ກີບ, ເທົ່າກັບ 104,07% ຂອງແຜນການປີ; ທາງດ້ານວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ມາຮອດປະຈຸບັນ, ທົ່ວແຂວງມີຄອບຄົວພົ້ນທຸກຕາມ ດໍາລັດ 348/ລບ ທັງໝົດ 153,457 ຄອບຄົວ, ເທົ່າກັບ 87.86%, ບ້ານພົ້ນທຸກ 781 ບ້ານ, ເທົ່າກັບ 80.67%, ຍັງເຫຼືອບ້ານບໍ່ທັນພົ້ນທຸກ 252 ບ້ານ, ເຖິງຢ່າງໃດກໍດີ ຍັງຕ້ອງໄດ້ກວດກາຄືນ 323 ບ້ານ ທີ່ນອນໃນເຂດ 3 ປະເພດປ່າຕື່ມອີກ, ສ່ວນເມືອງພົ້ນທຸກ ມີ 7 ເມືອງ ແລະ 1 ນະຄອນ, ຄອບຄົວພັດທະນາ 126,045 ຄອບຄົວ, ເທົ່າກັບ 82.33%, ບ້ານພັດທະນາ 301 ບ້ານ, ເທົ່າກັບ 29,14%, ການສ້າງບ້ານໃຫຍ່ຕັງອາໄລລະແບງວິລະຊົນ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໄດ້ແລ້ວ 11 ມາດຕະຖານ ແລະຍັງຄ້າງຄາ 5 ມາດຕະຖານ.

ນອກຈາກນັ້ນໃນກອງປະຊຸມຍັງລາຍງານກ່ຽວກັບຜົນສຳເລັດ ແລະຂໍ້ຄົງຄ້າງວຽກງານການພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ ເພື່ອບັນລຸເມືອງຢຸດຕິການຖ່າຍຊະຊາຍ ແລະ ແຜນສູ້ຊົນເປັນເມືອງພົ້ນທຸກໃນທ້າຍປີ 2024, ລາຍງານສະພາບການຈັດເກັບລາຍຮັບ ແລະການຈັດຕັ້ງປະຕິບັດລາຍຈ່າຍ, ສະພາບຄວາມສະຫງົບ-ປອດໄພ ແລະ ສິ່ງທ້າທາຍ, ຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ແລະວິທີການແກ້ໄຂໃນຕໍ່ໜ້າ, ລາຍງານສະພາບການຜະລິດລະດູແລ້ງ, ການກະກຽມການຜະລິດລະດູຝົນຕິດພັນກັບໂຄງການຜະລິດທີ່ມີທ່າອ່ຽງທົດແທນການນຳເຂົ້າ, ລາຍງານຜົນສຳເລັດ ແລະ ຂໍ້ຫຍຸ້ງຍາກແຕ່ລະດ້ານໃນການສ້າງເງື່ອນໄຂໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກໃນປີ 2025 ຕິດພັນກັບການຜັນຂະຫຍາຍຂໍ້ກຳນົດ 416/ຄລສພ, ລົງວັນທີ 25/8/2023 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ຫຼື ບ້ານໃຫຍ່, ລາຍງານຄວາມຄືບໜ້າໃນການແກ້ໄຂຄວາມທຸກຍາກຢູ່ຈຸດສຸມຈຽງຕູບ, ບາງບົດຮຽນທີ່ຖອດຖອນໄດ້ເພື່ອຂະຫຍາຍໄປສູ່ເຂດອື່ນໃນການສ້າງໃຫ້ເມືອງເຊໂປນ ກາຍເປັນເມືອງພົ້ນທຸກໃນປີ 2025.