ຮູ້ຈັກ 10 ສະກຸນເງິນທີ່ມີຄ່າຖືກທີ່ສຸດໃນໂລກ

  ສະກຸນເງິນຖືເປັນໜ່ວຍທີ່ໃຊ້ໃນການແລກປ່ຽນເງິນຕາຂອງແຕ່ລະປະເທດ ເພື່ອໃຊ້ໃນການຊື້ສິນຄ້າ ຫຼື ບໍລິການລະ ຫວ່າງກັນ ຊຶ່ງສະກຸນເງິນຂອງແຕ່ລະປະເທດກໍ່ຈະມີມູນຄ່າແຕກຕ່າງກັນໄປຕາມຄວາມຕ້ອງການຂອງສະກຸນເງິນນັ້ນໝາຍຄວາມວ່າ ເມື່ອຄວາມຕ້ອງການສະກຸນເງິນນັ້ນມີຫຼາຍມູນຄ່າກໍ່ຈະສູງຂຶ້ນ ຫຼື ທີ່ເອີ້ນວ່າຄ່າເງິນແຂງຄ່ານັ້ນເອງ ແລະໃນທາງກົງກັນຂ້າມຖ້າ ຄວາມຕ້ອງການຂອງສະກຸນນັ້ນຫຼຸດລົງກໍ່ຈະເຮັດໃຫ້ມູນຄ່າຫຼຸດລົງໄປນໍາ ຫຼື ທີ່ເອີ້ນວ່າຄ່າເງິນອ່ອນຄ່າ.

ວັນນີ້ ຈະພາໄປສຳຫຼວດວ່າມີສະກຸນເງິນຂອງປະເທດໃດແດ່ທີ່ມີມູນຄ່າຖືກທີ່ສຸດໃນໂລກ ໂດຍອິງຕາມອັດຕາການແລກປ່ຽນກັບສະກຸນເງິນໂດລາສະຫະລັດໃນເດືອນມີນາປີ 2019 ມາເບິ່ງກັນວ່າມີ ສະກຸນເງິນປະເທດໃດແດ່.

1 ເງິນຣຽວຂອງອີຣານ (IRR) ຄອງແຊ໋ມສະກຸນເງິນທີ່ມີມູນຄ່າຖືກທີ່ສຸດໃນໂລກ ຊຶ່ງມີສາຍເຫດສຳຄັນມາຈາກການ ລົງໂທດທາງເສດຖະກິດຂອງນາໆຊາດເຖິງແມ່ນວ່າປະຈຸບັນຈະມີການຍົກເລີກມາດຕະການລົງໂທດໄປແລ້ວແຕ່ສະກຸນເງິນຣຽວຂອງອີຣານກໍ່ຍັງບໍ່ສາມາດກັບມາມີມູນຄ່າທີ່ເໝາະສົມໄດ້ ເພາະຄວາມບໍ່ໝັ້ນໃຈຂອງທະນາຄານກາງໃນຫຼາຍປະເທດໂດຍຫຼ້າສຸດຂໍ້ມູນໃນເດືອນມີນາປີນີ້ມີຄ່າແລກປ່ຽນຢູ່ທີ່ 1 ໂດລາຕໍ່ 42.097 ຣຽວອີຣານ.

  1. ເງິນດົງຂອງ ສສ ຫວຽດນາມ (VND) ຄວ້າອັນດັບ 2 ຈາກໄລຍະທີ່ຜ່ານມາລັດຖະບານຫວຽດນາມໄດ້ອອກນະໂຍບາຍປັບຫຼຸດອັດຕາຄ່າເງິນເພື່ອເພີ່ມຄວາມສາມາດຂອງຂະແໜງການສົ່ງ ອອກ ແລະແກ້ບັນຫາເງິນເຟີ້ໃນປະເທດ ໂດຍປະຈຸບັນອັດຕາແລກປ່ຽນຢູ່ທີ່ 1 ໂດລາ ມີຄ່າປະມານ 23.230 ດົງ.
  2. ເງິນເຊົາຕູເມໂດບຣາ (STD) ເປັນສະກຸນເງິນທີ່ໃຊ້ກັນ ໃນປະເທດເຊົາຕູເມ ແລະປຣິນຊີ ຊຶ່ງເປັນປະເທດໝູ່ເກາະນ້ອຍໆໃນ ອ່າວກິເນທີ່ມີປະຊາກອນປະມານ 150.000 ຄົນ ເທົ່ານັ້ນ ໂດຍ 1 ໂດລາມີຄ່າປະມານ 21.720 ຫຼຽນເຊົາຕູເມໂດບຣາ.
  3. ເງິນຣູເປຍ ອິນໂດເນເຊຍ (IDR) ມີຄ່າປະມານ 1 ໂດລາ ຕໍ່ 14.254 ຣູເປຍ ຊຶ່ງຄ່າຣູເປຍ ອ່ອນຄ່າລົງເປັນຈຳນວນຫຼາຍຕັ້ງແຕ່ວິກິດເສດຖະກິດທົ່ວອາຊີປີ 1997 ແລະຍັງໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ໃນປະເທດທີ່ສູງ ຢ່າງຕໍ່ເນື່ອງ.
  4. ຟຣັງ ກິນີ (GNF) ເປັນສະ ກຸນເງິນທີ່ໃຊ້ໃນປະເທດກິນີ ໂດຍ 9.155 ຟຣັງກິນີ ມີຄ່າເທົ່າກັບ 1 ໂດລາ ທັງນີ້ ປະຈຸບັນປະເທດກິນີ ຍັງພົບກັບບັນຫາທາງເສດຖະກິດ ຈາກຄວາມບໍ່ໝັ້ນຄົງທາງການ ເມືອງ ແລະບັນຫາການສໍ້ລາດ ບັງຫຼວງ.
  5. ເງິນ ລີໂອນ ເຊຍຣາລີ ໂອນ (SLL) ເປັນສະກຸນເງິນຂອງປະເທດເຊຍຣາລີໂອນ ຊຶ່ງ ເປັນປະເທດທີ່ຕັ້ງຢູ່ໃນທະວີບອາ ຟຣິກາ ໂດຍຄ່າເງິນລີໂອນມີຄ່າ ຢູ່ທີ່ 1 ໂດລາ ເທົ່າກັບ ປະມານ 8.832 ລີໂອນ.
  6. ເງິນກີບຂອງ ສປປ ລາວ (LAK) ໂດຍສາເຫດທີ່ເງິນກີບ ມີມູນຄ່າຕໍ່ານັ້ນເນື່ອງຈາກຄົນລາວສ່ວນໃຫຍ່ນິຍົມໃຊ້ເງິນບາດ ຫຼື ເງິນໂດລາເຮັດໃຫ້ປະຈຸບັນຄ່າ ເງິນຢູ່ທີ່ 1 ໂດລາ ມີຄ່າເທົ່າກັບ 8.583 ກີບ.
  7. ຊອມ ອຸຊເບກິດສະຖານ (UZS) ສະກຸນເງິນທີ່ໃຊ້ກັນໃນ ປະເທດອຸດເບກິດສະຖານໂດຍ 8.373 ຊອມອຸຊເບກິດສະຖານ ມີຄ່າເທົ່າກັບ 1 ໂດລາ ທັງນີ້ ເນື່ອງຈາກປີ 2016 ລັດຖະບານ ອຸດເບກິດສະຖານໄດ້ອອກນະໂຍບາຍຫຼຸດຄ່າເງິນດຶງດູດນັກລົງ ທຶນຕ່າງປະເທດ ເພື່ອຫວັງກະຕຸ້ນ ເສດຖະກິດ.
  8. ກົວລານີ ປາຣາໄຫວ (PYG) ເປັນສະກຸນເງິນຂອງ ປາຣາໄກວ ໂດຍປະມານ 6.080 ກົວລານີ ຈະມີຄ່າພຽງ 1 ໂດລາ ເນື່ອງຈາກລັດຖະບານປາຣາໄກວໄດ້ຫັນມາໃຊ້ເງິນໂດລາໃນ ການເຮັດທຸລະກິດຫຼາຍຂຶ້ນ.
  9. ຣຽວກຳປູເຈຍ (KHR)ເປັນອີກສະກຸນເງິນທີ່ມີມູນຄ່າຖືກ ທີ່ສຸດໃນກຸ່ມປະເທດອາຊຽນທີ່ຕິດອັນດັບ ໂດຍປະມານ 3.984 ຣຽວກໍາປູເຈຍຈະມີຄ່າເທົ່າກັບ 1 ໂດລາ.

ທັງນີ້ ການຈັດອັນດັບດັ່ງກ່າວ ອ້າງອິງຈາກອັດຕາການແລກປ່ຽນລະຫວ່າງສະກຸນເງິນນັ້ນໆ ກັບເງິນໂດລາໃນວັນທີ 12 ມີນາ ປີ 2019 ປະຈຸບັນອັດຕາແລກປ່ຽນ ເງິນບາດຂອງໄທຢູ່ທີ່ປະມານ 31-33 ບາດຕໍ່ 1 ໂດລາ.